ຕຳຫຼວດນະຄອນໄກສອນ ພົມວິຫານ ຈັບເປົ້າໝາຍຄ້າ-ຂາຍ ຄໍລາເຈ່ນປະສົມສານເສບຕິດ

Must read

ພັທ ນວນຕາ ສີຈັນທອງທີບ ຮອງຫົວໜ້າກອງບັນຊາການ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນວັນທີ 30 ເມສາ 2026 ເວລາ 9 ໂມງ, ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ-ຕ້ານຢາເສບຕິດ ພະແນກຕຳຫຼວດ ປກສ ນະຄອນໄກສອນ ພົມວິຫານ ໄດ້ຮັບຂໍ້ມູນຈາກພົນລະເມືອງດີວ່າ: ຢູ່ເຮືອນຂອງ ທ້າວ ຄໍາມາ ອາຍຸ 32 ປີ ຢູ່ບ້ານຊອກ ນະຄອນໄກສອນ ພົມວິຫານ ມີກຸ່ມໄວລຸ້ນ ມົ້ວສຸມສິ່ງເສບຕິດ (ປະເພດຄໍລາ ເຈ່ນປະສົມສານເສບຕິດ ).

ຈາກນັ້ນ, ເວລາ 10 ໂມງ ຂອງວັນດຽວກັນ ເຈົ້າຫນ້າທີ່ວິຊາສະເພາະຈຶ່ງໄດ້ເຂົ້າກັກຕົວເປົ້າໝາຍໄດ້ ຈໍານວນ 2 ຄົນຄື:

1. ທ້າວ ຄໍາມາ ພ້ອມຂອງກາງ ຄໍລາເຈ່ນ ປະສົມສານເສບຕິດ ຊອງສີເຫຼືອງ 3 ຊອງ, ເງິນ 274.000 ກີບ ແລະ ໂທລະສັບ 1 ເຄື່ອງ.

2. ທ້າວ ເລ້ ອາຍຸ 42 ປີ ຢູ່ ບ້ານຊອກ ນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ, ພ້ອມຂອງກາງ ຄໍລາເຈ່ນ ປະສົມສານເສບຕິດ ຊອງສີເຫຼືອງ 1 ຊອງ, ໂທລະສັບ 1 ເຄື່ອງ.

ຜ່ານການສອບສວນ, ທ້າວ ເລ້ ໃຫ້ການຮັບສາລະພາບວ່າ: ຄໍລາເຈ່ນປະສົມສານເສບຕິດດັ່ງກ່າວຜູ່ກ່ຽວແມ່ນໄດ້ຊື້ນຳ ທ້າວ ບຸນລອດ ອາຍຸ 34 ປີ ບ້ານເກີດ ນາຄວຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມາພັກເຊົາຢູ່ບ້ານລາດສະວົງໄຊ ນະຄອນໄກສອນ ພົມວິຫານ ຢູ່ກັບ ນາງ ກິດຕ້າ ຫຼື ຕ້າ ອາຍຸ 36 ປີ ບ້ານເກີດ ອຸດົມວິໄລ ນະຄອນໄກສອນພົມວິຫານ ພັກເຊົາຢູ່ບ້ານ ລາດສະວົງໄຊ.

ມາຮອດວັນທີ 1 ພຶສະພາ 2026, ເຈົ້າໜ້າທີ່ຕຳຫຼວດ

ຈື່ງຈັບ ນາງ ກິດຕ້າ ໄດ້ຢູ່ຫ້ອງເຊົ່າ ທີ່ ບ້ານລາດສະວົງໄຊ, ສ່ວນທ້າວ ບຸນລອດ ແມ່ນໄດ້ເອົາຕົວຫຼົບໜີ .

ນາງ ກິດຕ້າ ໃຫ້ການຮັບສາລະພາບວ່າ: ໄດ້ຊື້-ຂາຍ ຢາເສບຕິດປະເພດ ຄໍລາເຈ່ນປະສົມສານເສບຕິດຮ່ວມກັບ ທ້າວ ເລ້ ແລະ ທ້າວ ບຸນລອດ ແທ້ຈິງ, ເມືອຮູ້ວ່າ ທ້າວ ເລ້ ຖືກກັກຕົວ ຈື່ງໄດ້ເອົາເຄື່ອງຂອງກາງຄະດີນໍາໄປຊຸກເຊື່ອງໄວ້ ຢູ່ເຮືອນແມ່ຜູ້ກ່ຽວ ຢູ່ບ້ານອຸດົມວິໄລ ນະຄອນໄກສອນ ພົມວິຫານ.

ເວລາ 13:30 ໂມງ ຂອງວັນດຽວກັນ ເຈົ້າໜ້າທີ່ຕຳຫຼວດຈື່ງໄດ້ສົມທົບກັບອົງການປົກຄອງບ້ານອຸດົມວິໄລ ແລະ ເຈົ້າໜ້າທີ່ ປກສ ກຸ່ມ 4 ເພື່ອທໍາການກວດຄົ້ນເຄຫະສະຖານເຮືອນຂອງ ນາງ ຄໍາກອງ ຫຼື ເປ ອາຍຸ 56 ປີ ຢູ່ ບ້ານອຸດົມວິໄລ ນະຄອນໄກສອນ ພົມວິຫານ ( ເຊິ່ງເປັນແມ່ຂອງ ນາງ ກິດຕ້າ ) ພົບເຫັນ ຢາເສບຕິດ(ປະເພດຢາເຄ) ຈໍານວນ 55 ຖົງນ້ອຍ, ຄໍລາເຈ່ນປະສົມສານເສບຕິດ ຊອງສີແດງກາມ້າ 13 ຊອງ, ຄໍລາເຈ່ນປະສົມສານເສບຕິດຊອງສີເຫຼືອງກາໝາກໄມ້ 14 ຊອງ, ຫົວຊ໋ອດເຄ 8 ອັນ, ເຄື່ອງລີດຄໍລາເຈ່ນ 1 ເຄື່ອງ,ປືນສັ້ນ T 77 ສີດໍາ ຈຳນວນ1 ກະບອກ ພ້ອມລູກກະສຸນ 2 ລູກ ແລະ ເງິນ 500.000 ກີບ.

ມາຮອດເວລາປະມານ 17:00 ໂມງ ຂອງວັນດຽວກັນ, ເຈົ້າໜ້າທີ່ ປກສ ເມືອງ ປາກກະດິງ ແຂວງບໍລິຄໍາໄຊ ຈຶ່ງສາມາດກັກຕົວ ທ້າວ ບຸນລອດ ໄດ້ຢູ່ເມືອງ ປາກກະດິງ ແຂວງ ບໍລິຄໍາໄຊ, ຜ່ານການກວດຄົ້ນຕົວພົບເຫັນ ເງິນກີບ 3.000.000 ກີບ,ເງິນ ບາດ5.000 ບາດ ແລະ ໂທລະສັບ 1 ເຄື່ອງ.

ຈາກນັ້ນ, ຈື່ງນໍາຕົວພວກກ່ຽວ ພ້ອມເຄື່ອງຂອງກາງເຂົ້າມາກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ເພື່ອສອບສວນ ຫາຜູ້ຮວ່ມຂະບວນການ ແລະ ດໍາເນີນຄະດີ ຕາມລະບຽບກົດໝາຍ.

ພາບຂ່າວ: ສືກສາ ທ່າງາມ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article