- Advertisement -spot_img

AUTHOR NAME

Pele

507 POSTS
0 COMMENTS

ທົດສະກຳຄືນເຫດການຄາດຕະກຳເສຍຊິວິດ 1 ແລະ ຮັບບາດເຈັບສາຫັດ 1 ຢູ່ບ້ານ ຫ້ວຍເຂົ້າໝີ້ນ ເມືອງຫີນບູນ ແຂວງຄຳມ່ວນ

ວັນທີ 2 ມິຖຸນາ 2026; ເຈົ້າໜ້າທີ່ພະແນກຕຳຫຼວດສືບສວນ-ສອບສວນຄະດີອາຍາ ປກສ ແຂວງຄຳມ່ວນ ໄດ້ສົມທົບກັບ ປກສ ເມືອງຫີນບູນ, ປກສ ກຸ່ມບ້ານ, ອຳນາດການປົກຄອງບ້ານ ຫ້ວຍເຂົ້າໝີ້ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ນຳຕົວຜູ້ຖືກຫາຄະດີຄາດຕະກຳ ລົງເຮັດແຜນທົດສະກຳຄືນເພື່ອປະກອບຄຳຮັບສາລະພາບ ຢູ່ສະຖານທີ່ເກີດເຫດ. ເຈົ້າໜ້າທີ່ໄດ້ໃຫ້ຮູ້ວ່າ: ໃນເວລາປະມານ 22:00 ໂມງຂອງວັນທີ 18 ມີນາ...

ແຈ້ງການມອດໄຟ ວັນທີ 05,06,07,08,09/06/2026

ທີ່ມາ:EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1

ເຈົ້າໜ້າທີ່ຕຳຫຼວດ ມ້າງແກ້ງສະແກມເມີ ຢູ່ເມືອງໄຊທານີ ກັກຕົວຜູ້ກະທຳຜິດ 20 ກວ່າຄົນ

ໂດຍປະຕິບັດຕາມທິດຊີ້ນໍາຂອງທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບຢ່າງເຂັ້ມງວດ ແລະ ເດັດຂາດ ໃນການສຸມໃສ່ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາອາຊະຍາກຳທາງໂທລະຄົມ ຫຼື ອາຊະຍາກຳທາງລະບົບຄອມພິວເຕີ ກໍຄື ການປາບປາມພວກສໍ້ໂກງຊັບທາງໂທລະຄົມ ຫຼື ແກ້ງສະແກມເມີ. ຄຽງຄູ່ກັນນັ້ນ, ເຈົ້າໜ້າທີ່ກົມຕຳຫຼວດເສດຖະກິດ ກໍໄດ້ຮັບແຈ້ງຈາກພົນລະເມືອງດີວ່າ: ມີກຸ່ມຄົນຕ່າງປະເທດໄດ້ເຊົ່າເຮືອນວິນລາໜຶ່ງຫຼັງ ແລະ ໃຫ້ຮູ້ອີກວ່າ: ພາຍໃນເຮືອນແມ່ນມີການເຄື່ອນໄຫວຕະຫຼອດ 24 ຊົ່ວໂມງ; ມາຮອດໃນວັນທີ 3...

ປກສ ແຂວງວຽງຈັນ ຈັບຕົວແກ້ງຄໍເຊັນເຕີ ໄດ້ 49 ຄົນ ຢູ່ເມືອງວັງວຽງ, ວຽງຄຳ ແລະ ເມືອງແກ້ວອຸດົມ

ປກສ ແຂວງວຽງຈັນ ລາຍງານວ່າ: ວັນທີ 1-2 ມິຖຸນາ 2026 ເຈົ້າໜ້າທີ່ວິຊາສະເພາະ ພະແນກຕຳຫລວດຄຸ້ມຄອງຄົນຕ່າງປະເທດ ຫ້ອງສັນຕິບານ ແລະ ພະແນກຕໍາຫລວດເສດຖະກິດຫ້ອງຕຳ ຫລວດ ກອງບັນຊາການ ປກສ ແຂວງວຽງຈັນ ໂດຍສົມທົບກັບກົມຕຳຫລວດຄຸ້ມຄອງຄົນຕ່າງປະ ເທດ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ກວດກາຄົນຕ່າງປະເທດທີ່ເຂົ້າມາເຊົ່າເຮືອນພັກ ແລະ ເຮືອນຂອງປະຊາຊົນ ເພື່ອເປັນບ່ອນເຄື່ອນໄຫວກໍ່ອາຊະຍາກຳທາງລະບົບອິນເຕີເນັດ...

ທໍາລາຍສິນຄ້າທີ່ລະເມີດຊັບສິນທາງປັນຍາ ຢາງຕີນລົດໄຖ ແລະ ຊິ້ນສ່ວນລວມມູນຄ່າກວ່າ 510 ລ້ານກີບ

ໜັງສືພິມສະຫວັນພັດທະນາ ລາຍງານວ່າ: ວັນທີ 3 ມິຖຸນາ 2026 ພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດ ຈັດພິທີທຳລາຍສິນຄ້າທີ່ລະເມີດຊັບສິນທາງປັນຍາ ປະເພດເຄື່ອງໝາຍການຄ້າຍີ່ຫໍ້ "ປືນໃຫຍ່ຄູ່" ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ນາງ ສຸກສະເຫວີຍ ແກ້ວປະເສີດ ຮອງຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງ, ມີທ່ານ ພາທິດ ວຸດທິພົງມະນີ ຕາງໜ້າບໍລິສັດເຈສະຫຍາຍອິນດັສທຣີຈຳກັດ(J.Thaisiam Industry Co.,...

ປກສ ເມືອງແກ່ນທ້າວ ພົບຢາໄອສ໌ນໍ້າໜັກ 128 ກິໂລກຼາມ

ໃນເວລາ 12 ໂມງ ວັນທີ 2 ມິຖຸນາ 2026 ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງແກ່ນທ້າວ ໄດ້ຮັບການລາຍງານຈາກເຈົ້າໜ້າທີ່ຕໍາຫຼວດດ່ານສາກົນນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີວ່າ: ໄດ້ພົບເຫັນວັດຖຸທີ່ຕ້ອງສົງໄສ ຈໍານວນ 4 ເປົາ ວາງໄວ້ຢູ່ຮ່ອງເໝືອງລະບາຍນໍ້າຈຸດນາໝ້ຽງບ້ານເມືອງໝໍ ເມືອງແກ່ນທ້າວ ຫ່າງຈາກແຄມນໍ້າເຫືອງປະມານ 270 ແມັດ ເຊິ່ງໜ້າກັບທ່າວັດບ້ານນາກະເຊັງ...

ປກສ ເມືອງແກ່ນທ້າວ ມ້າງຄະດີຂົນສົ່ງຢາເສບຕິດລາຍໃຫຍ່ ພ້ອມຂອງກາງ 2.400.000 ເມັດ

ໃນກາງເດືອນ ພຶດສະພາ 2026, ກອງບັນຊາການ ປກສ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ມີກຸ່ມຄົນບໍ່ດີຈະຂົນສົ່ງຢາເສບຕິດໂດຍຜ່ານເສັ້ນທາງເລກ 3859; ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຈັດກໍາລັງວິຊາສະເພາະລົງຕິດຕາມ, ກວດກາເສັ້ນທາງດັ່ງກ່າວ. ຮອດເວລາ 18:00 ໂມງຂອງວັນດຽວກັນ ໄດ້ພົບເຫັນລົດທີ່ຕ້ອງສົງໄສຈໍານວນ 2 ຄັນຄື: ລົດກະບະຣີໂວ້ 4 ປະຕູສີຂາວໝາຍເລກທະບຽນ ມຫ 8886 ນະຄອນຫຼວງວຽງຈັນ...

ຈັບຕົວໄດ້ແລ້ວຊາຍກໍ່ເຫດຕິດຄິວອາໂຄດສະແກນຈ່າຍ-ຮັບເງິນຕາມປໍ້ານໍ້າມັນ ແລະ ຕະຫຼາດ

ໃນໄລຍະເດືອນ ພຶດສະພາ 2026, ໄດ້ມີຄົນຮ້າຍເຄື່ອນໄຫວເລາະຕິດຄິວອາໂຄດ ( QR Code ) ສະແກນຈ່າຍ-ຮັບເງິນ ບັນຊີທະນາຄານ ຂອງຕົນເອງທັບໃສ່ QR code ຂອງບັນດາຫ້າງຮ້ານ, ຫົວໜ່ວຍທຸລະກິດ ຢູ່ຕາມປໍ້ານຳມັນ ແລະ ຕະຫຼາດ ໃນຂອບເຂດເມືອງ ສີໂຄດຕະບອງ, ເມືອງ ໄຊທານີ ແລະ ເມືອງ...

ຍົກສູງຂີດຄວາມສາມາດການຂັບຂີ່ ແລະ ນໍາໃຊ້ຍານພາຫະນະລົດຂະໜາດເບົາໃນກອງທັບ

ເພື່ອຄວາມຄ່ອງແຄ້ວວ່ອງໄວໃນສະໜາມຮົບ ແລະ ເຄື່ອນໄຫວຮັບໃຊ້ໃນແນວໜ້າ ຫຼາຍກອງທັບໃນໂລກ ໄດ້ຫັນມານໍາໃຊ້ພາຫະນະທີ່ມີຂະໜາດນ້ອຍ, ມິດງຽບ ແລະ ເດີນທາງໄປໃນເຂດກັນດານໄດ້ດີ ໃຊ້ງານໄດ້ງ່າຍ ໃນເຂດທີ່ພາຫະນະຂົນສົ່ງທາງທະຫານບາງຊະນິດບໍ່ສາມາດເຂົ້າເຖິງໄດ້ ດ້ວຍການຖອດຖອນບົດຮຽນຫຼາຍດ້ານ ກອງທັບລາວ ຈຶ່ງໄດ້ຮັບການຊ່ວຍເຫຼືອໃນການສິດສອນ ແລະ ວິທີການນໍາໃຊ້ພາຫະນະຂະໜາດເບົາ ລົດ ATV ແລະ ລົດຈັກວິບາກ ໃນການຝຶກອົບຮົມ-ຫັດແອບຊ້ອມຮົບຕີພິເສດ “ໃຕ້ຝຸ່ນ ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ...

ສານປະຊາຊົນແຂວງວຽງຈັນຕັດສິນປະຫານຊີວິດຈຳເລີຍ 1 ຄົນ

ໃນວັນທີ 29 ພຶດສະພາ 2026 ຜ່ານມາ ສານປະຊາຊົນແຂວງວຽງຈັນ ຕັດສິນຄະດີ ຈຳເລີຍຈຳນວນ 1 ຄົນຄື: ທ້າວ ຄົວຊົ່ງ, ອາຍຸ 35 ປີ, ອາຊີບ ຊາວນາ, ຖືກກັກຕົວໃນວັນທີ 26 ກຸມພາ 2019 ໃນຂໍ້ກ່າວຫາຂົນ-ສົ່ງຢາເສບຕິດ ແລະ ມີຂອງກາງຢາເສບຕິດປະເພດຢາບ້າ...

Latest news

- Advertisement -spot_img