ສານປະຊາຊົນແຂວງວຽງຈັນຕັດສິນປະຫານຊີວິດຈຳເລີຍ 1 ຄົນ

Must read

ໃນວັນທີ 29 ພຶດສະພາ 2026 ຜ່ານມາ ສານປະຊາຊົນແຂວງວຽງຈັນ ຕັດສິນຄະດີ ຈຳເລີຍຈຳນວນ 1 ຄົນຄື: ທ້າວ ຄົວຊົ່ງ, ອາຍຸ 35 ປີ, ອາຊີບ ຊາວນາ, ຖືກກັກຕົວໃນວັນທີ 26 ກຸມພາ 2019 ໃນຂໍ້ກ່າວຫາຂົນ-ສົ່ງຢາເສບຕິດ ແລະ ມີຂອງກາງຢາເສບຕິດປະເພດຢາບ້າ ຈຳນວນ 39 ມັດເທົ່າກັບ 78.000 ເມັດ ດັ່ງນັ້ນສານປະຊາຊົນແຂວງວຽງຈັນຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຈຳເລີຍ ປະຫານຊີວິດ, ຢາບ້າຈຳນວນ 78,000 ເມັດ ແມ່ນໄດ້ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງທຳລາຍຖິ້ມ ແລະ ຮິບໂທລະສັບ 2 ເຄື່ອງເຂົ້້າເປັນຂອງລັດ.

ຂ່າວ: ປກສ ແຂວງວຽງຈັນ ດວງມະນີ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article