ເພື່ອຄວາມຄ່ອງແຄ້ວວ່ອງໄວໃນສະໜາມຮົບ ແລະ ເຄື່ອນໄຫວຮັບໃຊ້ໃນແນວໜ້າ ຫຼາຍກອງທັບໃນໂລກ ໄດ້ຫັນມານໍາໃຊ້ພາຫະນະທີ່ມີຂະໜາດນ້ອຍ, ມິດງຽບ ແລະ ເດີນທາງໄປໃນເຂດກັນດານໄດ້ດີ ໃຊ້ງານໄດ້ງ່າຍ ໃນເຂດທີ່ພາຫະນະຂົນສົ່ງທາງທະຫານບາງຊະນິດບໍ່ສາມາດເຂົ້າເຖິງໄດ້ ດ້ວຍການຖອດຖອນບົດຮຽນຫຼາຍດ້ານ ກອງທັບລາວ ຈຶ່ງໄດ້ຮັບການຊ່ວຍເຫຼືອໃນການສິດສອນ ແລະ ວິທີການນໍາໃຊ້ພາຫະນະຂະໜາດເບົາ ລົດ ATV ແລະ ລົດຈັກວິບາກ ໃນການຝຶກອົບຮົມ-ຫັດແອບຊ້ອມຮົບຕີພິເສດ “ໃຕ້ຝຸ່ນ ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂລຣສ 2026” ເພື່ອເຮັດໃຫ້ນາຍ ແລະ ພົນທະຫານ ໃນກອງທັບລາວເຮົາໄດ້ມີບົດຮຽນ ແລະ ຄວາມສາ ມາດໃນການຂັບຂີ່ນໍາໃຊ້ ລົດ ATV ແລະ ລົດຈັກວິບາກເຂົ້າໃນໜ້າທີ່ວຽກງານ ແລະ ໜ້າສະໜາມໃນຕໍ່ໜ້າ.

ສະຫາຍ ຮ້ອຍເອກ ບົວເງິນ ນັກອົບຮົມມາຈາກກອງພັນ 709 ກອງບັນຊາການທະຫານແຂວງຈໍາປາສັກ ໃຫ້ຮູ້ວ່າ: ຜ່ານການເຂົ້າຮ່ວມການຮຽນຂັບຂີ່ ແລະ ນໍາໃຊ້ (ລົດຈັກວິບາກ ແລະ ລົດ ATV) ເຫັນວ່າ: ລົດດັ່ງ ກ່າວແມ່ນມີຄວາມຄ່ອງແຄ້ວສູງເກືອບທຸກສະພາບ, ໃຊ້ງານງ່າຍເໝາະສົມກັບພູມີປະເທດທີ່ລົດບັນທຸກທາງທະ ຫານໄປບໍ່ໄດ້, ມີຂະໜາດເໝາະສົມກັບທາງນ້ອຍພູຜາຊັນ, ດິນຕົມ ແລະ ອື່ນໆ… ທັງນີ້, ຍ້ອນຄູຝຶກກອງທັບຣັດເຊຍໄດ້ເອົາໃຈໃສ່ຖ່າຍທອດບົດຮຽນ, ຕິດຕາມຢ່າງໃກ້ຊິດ ສິດສອນເປັນກັນເອງ ເຖິງວ່າມີຄວາມຫຍຸ້ງຍາກດ້ານພາສາ, ເວລາສອນບຸກຄົນຕໍ່ບຸກຄົນໜ້ອຍ ແຕ່ຍ້ອນຄວາມຕັ້ງໃຈສິດສອນ ເຮັດໃຫ້ນັກອົບຮົມກອງທັບປະຊາຊົນລາວພວກເຮົາເຂົ້າໃຈຂັ້ນຕອນ, ວີທີການນໍາໃຊ້ (ລົດຈັກວິບາກ ແລະ ລົດ ATV) ໄດ້ງ່າຍຂຶ້ນ. ພາຍຫຼັງສໍາເລັດການຝຶກອົບຮົມ-ຫັດແອບຊ້ອມຮົບຕີພິເສດ “ໃຕ້ຝຸ່ນ ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂລຣສ 2026” ໃນຄັ້ງນີ້, ຕົນເອງຈະນໍາເອົາບົດຮຽນທີ່ເກັບກໍາໄດ້ໄປຜັນຂະຫຍາຍ ໃຫ້ສະຫາຍໝູ່ເພື່ອນໃນກົມກອງ ເພື່ອເຮັດໃຫ້ມີຄວາມເຂົ້າໃຈ ແລະ ສາມາດນໍາໃຊ້ (ລົດຈັກວິບາກ ແລະ ລົດ ATV) ເຂົ້າໃນການປະຕິບັດໜ້າທີ່ການເມືອງຂອງກົມກອງ ໃຫ້ໄດ້ຮັບໝາກຜົນສູງຂຶ້ນ.

ຜ່ານການຕິດຕາມ, ເກັບກໍາຂ່າວຂອງບັນດາສື່ຂ່າວກອງທັບພວກເຮົາເຫັນວ່າ: ການອົບຮົມຫັດແອບຂອງແຕ່ລະບົດແມ່ນມີຄວາມເຂັ່ງຕຶງ, ຄູຝຶກ, ນາຍ ແລະ ພົນທະຫານທີ່ເຂົ້າຮ່ວມຫັດແອບມີຄວາມເອົາໃຈໃສ່ສິດສອນ, ຫັດແອບຢ່າງຕັ້ງໜ້າ ເພື່ອບັນລຸໄດ້ເປົ້າໝາຍ, ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ເພື່ອນໍາໄປຈັດຕັ້ງປະຕິບັດໃນຕໍ່ໜ້າ.
ຂ່າວ: ພຸດທະພອນ ລັດດານາວ





