ໃນກາງເດືອນ ພຶດສະພາ 2026, ກອງບັນຊາການ ປກສ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ມີກຸ່ມຄົນບໍ່ດີຈະຂົນສົ່ງຢາເສບຕິດໂດຍຜ່ານເສັ້ນທາງເລກ 3859; ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຈັດກໍາລັງວິຊາສະເພາະລົງຕິດຕາມ, ກວດກາເສັ້ນທາງດັ່ງກ່າວ.

ຮອດເວລາ 18:00 ໂມງຂອງວັນດຽວກັນ ໄດ້ພົບເຫັນລົດທີ່ຕ້ອງສົງໄສຈໍານວນ 2 ຄັນຄື: ລົດກະບະຣີໂວ້ 4 ປະຕູສີຂາວໝາຍເລກທະບຽນ ມຫ 8886 ນະຄອນຫຼວງວຽງຈັນ ຂັບຂີ່ຈາກບ້ານບຸ່ງຄ້າແລ່ນຕາມເສັ້ນທາງມາຜ່ານບ້ານຫ້ວຍອີ່ຮຸມ ແລ້ວຈອດຢູ່ແຄມນໍ້າເຫືອງເໜືອ, ສ່ວນລົດຣີໂວ້ສີ່ປະຕູ ສີປອນເງິນແມ່ນຂັບຂີ່ອອກຈາກບ້ານຫາດແດງຂີ່ລົງໄປທາງບ້ານຫ້ວຍອີ່ຮຸມ ເມື່ອຮອດຈຸດນັດພົບລົດທັງ 2 ຄັນ ໄດ້ຈອດຮຽງກັນປະມານ 10 ນາທີ. ຈາກນັ້ນ ລົດທັງ 2 ຄັນ ກໍໄດ້ຂັບຂີ່ກັບຄືນທາງໃຜທາງມັນ.

ຮອດເວລາ 20:00 ໂມງ ເຈົ້າໜ້າທີວິຊາສະເພາະຈຶ່ງໄດ້ປະສານງານກັບ ປກສ ກຸ່ມບ້ານເວີນຄໍາ, ໝວດກອງຮ້ອຍຊາຍແດນ 158 ປະຈໍາຢູ່ບ້ານເວີນຄໍາ ແລະ ດ່ານປະເພນີເວີນຄໍາຕິດຕາມ, ກວດກາ ແລະ ກັກລົດກະບະຣີໂວ້ 4 ປະຕູສີຂາວ ໝາຍເລກທະບຽນ ມຫ 8886 ນະຄອນຫຼວງວຽງຈັນ.
ຜ່ານການກວດກາເຫັນວ່າ: ຜູ້ຂັບຂີ່ຊື່ ທ້າວ ສຸລິຍາ ອາຍຸ 37 ປີ ປະຊາຊົນບ້ານແຈ້ງ ເມືອງທຸລະຄົມ ແຂວງວຽງຈັນ ແລະ ນາງ ຈິນດາວອນ ອາຍຸ 41 ປີ ປະຊາຊົນ ບ້ານເມືອງໝໍ ເມືອງແກ່ນທ້າວ ແຂວງໄຊຍະບູລີ.

ສ່ວນລົດກະບະລີໂວ້ 4 ປະຕູສີປອນເງິນໝາຍເລກທະບຽນ ກກ 8931 ໄຊຍະບູລີ ໄດ້ຂັບຂີ່ມຸ້ງໜ້າກັບຄືນມາທາງ ບ້ານຫາດແດງ ເມືອງແກ່ນທ້າວ ແຂວງໄຊຍະບູລີ, ຮອດເວລາ 20 ໂມງ 30 ນາທີ ເຈົ້າໜ້າທີວິຊາສະເພາະໄດ້ຂໍອານຸຍາດກວດກາ ແລະ ກັກຕົວ, ຜູ້ຂັບຂີ່ຊື່ ທ້າວ ສາຍທອງ ອາຍຸ 55 ປີປະຊາຊົນ ບ້ານຄອນຕາປູ່ ເມືອງແກ່ນທ້າວ ແຂວງໄຊຍະບູລີ.
ຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ນໍາຕົວລົງໄປຈຸດທີ່ຜູ້ກ່ຽວຈອດລົດໄວ້ແຄມທາງເພື່ອກວດກາຄືນຈຸດບໍລິເວນດັ່ງກ່າວ, ພົບເຫັນຮ່ອງຮອຍຄົນລາກດຶງວັດຖຸສີ່ງຂອງລົງໄປແຄມນໍ້າເຫືອງ, ຈຶ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງກວດກາພົບເຫັນວັດຖຸທີ່ຫຸ້ມຫໍ່ດ້ວຍຖົງຢາງສີດໍາຈໍານວນ 6 ຖົງໃຫຍ່, ຈຶ່ງທໍາການກວດກາພົບວ່າຢູ່ໃນຖົງຢາງສີດໍານັ້ນບັນຈຸຢາເສບຕິດປະເພດຢາບ້າໄວ້ໃນກະສອບຈໍານວນ 12 ກະສອບ ເທົ່າກັບ 240 ແພັກ ຫຼື ເທົ່າກັບ 2.400.000 ເມັດ.

ເຈົ້າໜ້າທີ່ຈຶ່ງໄດ້ນໍາວັດຖຸເຄື່ອງຂອງກາງດັ່ງກ່າວພ້ອມທັງພວກທີ່ກ່ຽວຂ້ອງມາດໍາເນີນການສຶບສວນ-ສອບສວນຕາມຂັ້ນຕອນຂອງກົດໝາຍ.
ມາຮອດ 22 ໂມງ 00 ນາທີ ຂອງວັນດຽວກັນພົບເຫັນລົດກະບະລີໂວ້ ແຄັບສີຂາວໝາຍເລກທະບຽນ ກຂ 3244 ໄຊຍະບູລີ ຂັບຂີ່ມາແຕ່ເສັ້ນທາງບ້ານຫາດແດງ ມຸ້ງໜ້າໄປບ້ານຫ້ວຍອີ່ຮຸມ ເມືອງແກ່ນທ້າວ ເຊິ່ງສົງໄສວ່າລົດຄັນດັ່ງກ່າວແມ່ນເປົ້າໝາຍພົວພັນການຂົນສົ່ງຢາເສບຕິດໃນຄັ້ງນີ້ ຈຶ່ງໄດ້ຂໍອານຸຍາດກວດກາ ຮູ້ວ່າຜູ້ຂັບຂີ່ຊື່ ທ້າວ ບຸນທັນ ອາຍຸ 46 ປີ ແລະ ຜູ້ນັ່ງມານໍາຊື່ ທ້າວ ທອງສຸກ ອາຍຸ 35 ປີ ທັງສອງເປັນປະຊາຊົນ ບ້ານຄອນຕາປູ່ ເມືອງແກ່ນທ້າວ ຈຶ່ງໄດ້ກັກຕົວພວກກ່ຽວໄວ້ເພື່ອດໍາເນີນການສືບສວນ-ສອບສວນຕາມຂັ້ນຕອນຂອງກົດໝາຍ.
ຜ່ານການດໍາເນີນການສຶບສວນ-ສອບສວນເບື້ອງຕົ້ນ ພວກກ່ຽວໄດ້ຮັບສາລະພາບວ່າ: ພ້ອມກັນຮ່ວມຂະບວນການຄ້າຂາຍຢາເສບຕິດແທ້, ປັດຈຸບັນເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງແກ່ນທ້າວ ໄດ້ມອບຄະດີດັ່ງກ່າວໃຫ້ຫ້ອງຕໍາຫຼວດກອງບັນຊາການ ປກສ ແຂວງໄຊຍະບູລີ ໄປດໍາເນີນຕາມລະບຽບກົດໝາຍ.
ພາບ-ຂ່າວ: ປກສ ເມືອງແກ່ນທ້າວ





