ໜ່ວຍງານຄວາມໝັ້ນຄົງແຫ່ງມາຕຸພູມຂອງສະຫະລັດ ເປີດປະຕິບັດການຄັ້ງໃຫຍ່ ທຳລາຍອຸໂມງລັບໃຕ້ດິນເຊື່ອມເມັກຊິໂກ-ສະຫະລັດ ທີ່ຖືກໃຊ້ລຳລຽງໂຄເຄນມູນຄ່າກວ່າ 45 ລ້ານໂດລາສະຫະລັດ ຫຼືປະມານ 1,470 ລ້ານບາດ ພ້ອມຕັ້ງຂໍ້ຫາຜູ້ຕ້ອງສົງໄສ 4 ຄົນ ຫຼັງສືບສວນຄົ້ນຄ້ວານາກກວ່າຫຼາຍເດືອນ ໂດຍພົບວ່າອຸໂມງດັ່ງກ່າວມີລະບົບໄຟຟ້າ, ຮາງຂົນສົ່ງ ແລະ ລະບົບລະບາຍອາກາດຄົບຄ້ວນ.
ເຈົ້າໜ້າທີ່ສະຫະລັດເປີດເຜີຍຜົນການສືບສວນຄະດີຢາເສບຕິດຂ້າມຊາດຄັ້ງສຳຄັນ ຫຼັງໜ່ວຍປະຕິບັດການຮ່ວມດ້ານຄວາມໝັ້ນຄົງແຫ່ງມາຕຸພູມ (Homeland Security Task Force) ຄົ້ນພົບອຸໂມງລັບໃຕ້ດິນຂະໜາດໃຫຍ່ ທີ່ເຊື່ອມລະຫວ່າງເມືອງຕິຮົວນາ ປະເທດເມັກຊິໂກ ກັບ ຍ່ານໂອເຕ ເມຊາ ໃນເມືອງຊານດີເອໂກ ລັດແຄລີຟໍເນຍ ພ້ອມຈັບກຸມຜູ້ຕ້ອງສົງໄສ 4 ຄົນ ໃນຂໍ້ຫາສົມຮູ້ຮ່ວມຄິດລັກລອບຂົນສົ່ງ ແລະ ຈຳໜ່າຍຢາເສບຕິດ.
ອຸໂມງດັ່ງກ່າວມີຄວາມຍາວປະມານ 589 ແມັດ ເລິກເກືອບ 17 ແມັດ ແລະ ສູງປະມານ 1.4 ແມັດ ພາຍໃນຕິດຕັ້ງລະບົບໄຟຟ້າ, ລະບົບລະບາຍອາກາດ, ຮາງລຳລຽງສິນຄ້າ ແລະ ຝາເສີມຄວາມແໜ້ນໜາຢ່າງດີ ໂດຍເຊື່ອມຕໍ່ຈາກເມືອງຕິຮົວນາເຂົ້າສູ່ຮ້ານຄ້າຊື່ “Buy 4 Less” ໃກ້ດ່ານດ່ານຊາຍແດນໂອເຕ ເມຊາ ຊຶ່ງເປັນໜຶ່ງໃນຈຸດຜ່ານແດນທີ່ມີການສັນຈອນຄຶກຄັກທີ່ສຸດຂອງສະຫະລັດ.
ຜູ້ຕ້ອງສົງໄສທັງ 4 ຄົນ ປະກອບດ້ວຍ ເກຣກໍລີໂອ ເອປີຟານີໂອ ເອນານເດ ໂລເປ ແລະ ໂຮເຊ ຮີເມເນ ຊາວເມືອງຊານດີເອໂກ ລວມທັງ ແບຣນດອນ ເອສກາລານເຕ ຊານໂດວານ ແລະ ອານໂຕນີໂອ ຄໍເຕ ຊາວເມັກຊິໂກ ໂດຍ ເອນານເດ ຖືກຕັ້ງຂໍ້ຫາເພີ່ມເຕີມໃນຄະດີສົມຮູ້ຮ່ວມຄິດໃຊ້ອຸໂມງຂ້າມຊາຍແດນ ແລະ ນຳເຂົ້າສານເສບຕິດຜິດກົດໝາຍ.
ການສືບສວນເລີ່ມຂຶ້ນຕັ້ງແຕ່ເດືອນທັນວາ 2025 ຫຼັງເຈົ້າໜ້າທີ່ພົບຄວາມເຄື່ອນໄຫວຜິດປົກກະຕິພາຍໃນຮ້ານ Buy 4 Less ຊຶ່ງເກືອບບໍ່ມີລູກຄ້າເຂົ້າໃຊ້ບໍລິການ ແຕ່ກົງກັນຂ້າມ ກຳມີກຸ່ມຄົນໜຶ່ງເຂົ້າອອກສະຖານທີ່ດັ່ງກ່າວຢ່າງສະໝ່ຳສະເໝີ ແລະ ຂົນກະເປົ໋າເດີນທາງຈຳນວນຫຼາຍເຂົ້າອອກອາຄານ ລວມທັງຂ້າມຊາຍແດນໄປຍັງເມັກຊິໂກ.
ຈຸດປ່ຽນສຳຄັນເກີດຂຶ້ນໃນວັນທີ 29 ພຶດສະພາທີ່ຜ່ານມາ ເຈົ້າໜ້າທີ່ຄອຍເຝົ້າສັງເກດເຫັນການລຳລຽງຕູ້ເຢັນຂະໜາດໃຫຍ່ ແລະ ພັດສະດຸທີ່ໜ້າສົງໄສລະຫວ່າງລົດຫຼາຍຄັນໃນພື້ນທີ່ໃກ້ຄຽງ ກ່ອນທີ່ຕຳຫຼວດ ແລະ ໝາດົມກິ່ນຈະເຂົ້າກວດຄົ້ນ ແລະ ພົບໂຄເຄນຈຳນວນມະຫາສານຊ້ອນໄວ້ຢູ່ພາຍໃນ.
ຈາກການກວດຄົ້ນລົດບັນທຸກ 2 ຄັນ ແລະ ລົດຕູ້ 1 ຄັນ ເຈົ້າໜ້າທີ່ພົບພັດສະດຸບັນຈຸໂຄເຄນລວມ 851 ຫໍ່ ນ້ຳໜັກລວມກວ່າ 1,029 ກິໂລກຣາມ ຫຼື ຫຼາຍກວ່າ 1 ໂຕນ ມີມູນຄ່າຕະຫຼາດປະມານ 45 ລ້ານໂດລາສະຫະລັດ.
ຫຼັງຈາກການຍຶດຢາເສບຕິດ ສານໄດ້ອະນຸມັດໜັງສືຄ້ນຮ້ານ Buy 4 Less ແລະ ອາຄານອີກແຫ່ງທີ່ກ່ຽວຂ້ອງ ເຈົ້າໜ້າທີ່ຈຶ່ງຄົ້ນພົບທາງອອກຂອງອຸໂມງລັບ ຊຶ່ງຖືກຊ່ອນໄວ້ໃຕ້ພື້ນຫ້ອງເກັບສິນຄ້າ ແລະ ສາມາດເຂົ້າເຖິງໄດ້ດ້ວຍລະບົບລິຟໄຮດໍໂລລິກທີ່ອອກແບບມາຢ່າງຊັບຊ້ອນ.
ທ່ານ ເຄວິນ ເມີຟີ ຮັກສາການເຈົ້າໜ້າທີ່ພິເສດປະຈຳໜ່ວຍສືບສວນຄວາມໝັ້ນຄົງແຫ່ງມາຕຸພູມໃນຊານດີເອໂກ ລະບຸວ່າ ປະຕິບັດການຄັ້ງນີ້ຖືເປັນການໂຈມຕີຄັ້ງສຳຄັນຕໍ່ເຄືອຂ່າຍຄ້າຢາເສບຕິດຂອງແກ໊ງ “ຮາລິສໂກ ນິວ ເຈເນເຣຊັ່ນ” (Jalisco New Generation) ຊຶ່ງເປັນໜຶ່ງໃນອົງການອາຊະຍາກຳຂ້າມຊາດທີ່ທ່ຽງທ່ວງທີ່ສຸດຂອງເມັກຊິໂກ.
ທາງດ້ານເຈົ້າໜ້າທີ່ຕຣຽວຊາຍແດນສະຫະລັດ ແລະ ສຳນັກງານນາຍອຳເພີຊານດີເອໂກ ຕ່າງຢ້ຳວ່າ ຄວາມຮ່ວມມືລະຫວ່າງໜ່ວຍງານ ເປັນປັດໃຈສຳຄັນທີ່ເຮັດໃຫ້ສາມາດທຳລາຍເຄືອຂ່າຍລັກລອບຂົນຢາເສບຕິດຂ້າມຊາຍແດນໄດ້ສຳເລັດ.
ຂໍ້ມູນຂອງທາງການສະຫະລັດລະບຸວ່າ ນັບຕັ້ງແຕ່ປີ 1993 ເປັນຕົ້ນມາ ມີການຄົ້ນພົບອຸໂມງໃຕ້ດິນຂ້າມຊາຍແດນໃນເຂດລັດແຄລີຟໍເນຍຕອນໃຕ້ແລ້ວ 99 ແຫ່ງ ໂດຍ 28 ແຫ່ງຈັດເປັນອຸໂມງທີ່ມີຄວາມຊັບຊ້ອນສູງ ຂະນະທີ່ອຸໂມງທີ່ຍັງໃຊ້ງານຢູ່ລ່າສຸດຖືກຄົ້ນພົບໃນປີ 2022.
ຜູ້ຕ້ອງສົງໄສທັງ 4 ຄົນ ມີກຳນົດຂຶ້ນສານເພື່ອຮັບຊາບຂໍ້ກ່າວຫາໃນເມືອງຊານດີເອໂກ ຂະນະທີ່ການສືບສວນຂະຫຍາຍຜົນໄປຍັງເຄືອຂ່າຍຄ້າຢາເສບຕິດທີ່ກ່ຽວຂ້ອງຍັງສືບຕໍ່ດຳເນີນຕໍ່ໄປ.
ຂ່າວຈາກ US Attorney CAS





