- Advertisement -spot_img

AUTHOR NAME

Pele

507 POSTS
0 COMMENTS

ແຈ້ງການມອດໄຟ ວັນທີ 14/6/2026 ບ້ານ ປາກທ້າງ,ດົງນາທອງ ເມືອງ ສີໂຄດຕະບອງ

ທີ່ມາ:EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1

ທຳລາຍອຸປະກອນທີ່ໃຊ້ລັກລອບຮ່ອນຄຳ ແບບຊະຊາຍ ແລະ ຜິດກົດໝາຍ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ

ຂ່າວ ເມືອງທ່າໂທມ ແຂວງໄຊສົມບູນ ລາຍງານວ່າ: ວັນທີ 5 ມິຖຸນາ 2026 ຜ່ານມານີ້, ເມືອງທ່າໂທມ ແຂວງໄຊສົມບູນໄດ້ທຳລາຍອຸປະກອນ (ປະເພດຕະແກງຮ່ອນຄໍາ) ທີ່ນຳໃຊ້ເຂົ້າໃນການ ລັກລອບຂຸດຄົ້ນແຮ່ທາດ (ຮ່ອນຄຳ) ແບບຊະຊາຍ ແລະ ຜິດກົດໝາຍ ທີ່ເຈົ້າໜ້າທີ່ກວດຢຶດໄດ້ໃນໄລຍະຜ່ານມາ. ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາເຜີຍ ແສງສະຫວ່າງ ປະທານຄະນະກໍາມະການປົກຄອງເມືອງ, ມີຕາງໜ້າຈາກກອງບັນຊາການ...

ເມືອງຊຳໃຕ້ ທຳລາຍສິນຄ້ານຳເຂົ້າບໍ່ຖືກຕ້ອງຕາມກົດໝາຍ

ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຊຳໃຕ້ ແຂວງຫົວພັນ ຈັດພິທີທຳລາຍສິນຄ້ານຳເຂົ້າທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ໃນວັນທີ 8 ມິຖຸນາ 2026 ຊຶ່ງປະເພດສິນຄ້າທີ່ນຳມາທຳລາຍໃນຄັ້ງນີ້ສ່ວນໃຫຍ່ແມ່ນ ເບຍ ທີ່ນຳເຂົ້າຈາກປະເທດເພື່ອນບ້ານ ໂດຍມີການລັກລອບນຳເຂົ້າແບບຜິດກົດໝາຍ ແລະ ບໍ່ຜ່ານຂະບວນການກວດກາ ທາງດ້ານພາສີ-ອາກອນ, ຊຶ່ງສ້າງຄວາມເສຍຫາຍ ໃຫ້ແກ່ງົບປະມານຂອງລັດ ແລະ ສົ່ງຜົນກະທົບ ຕໍ່ຄວາມເປັນລະບຽບຮຽບຮ້ອຍ...

ກົມເຄມີສາດ ເປີດຂະບວນການແຂ່ງຂັນວຽກງານຮອບດ້ານ

ກົມເຄມີສາດ ເປີດຂະບວນການແຂ່ງຂັນວຽກງານຮອບດ້ານ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງເຫຼົ່າຮົບເຄມີສາດ ຄົບຮອບ 60 ປີ (26 ຕຸລາ 1966-26 ຕຸລາ 2026) ໃນວັນທີ 5 ມິຖຸນາ ຜ່ານມາ ທີ່ກົມເຄມີສາດ ໂດຍການເປັນປະທານຂອງສະຫາຍ ພັນເອກ ຄໍາສະຫວັດ ໄຊຍະລາດ ຫົວໜ້າກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ, ມີບັນດາຫົວໜ້າພະແນກ, ຮອງພະແນກ,...

ນັກຮຽນ 20 ຄົນ ທີ່ມີຜົນການຮຽນດີ-ທຸກຍາກ ແຂວງຜົ້ງສາລີ ໄດ້ຮັບທຶນການສຶກສາ ຈາກໂຄງການ “ມິດຕະພາບຢູນນານ-ລາວ”

ວັນທີ 2 ມິຖຸນາ ຜ່ານມານີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ ໄດ້ຈັດພິທີມອບ-ຮັບທຶນການສຶກສາ ໃຫ້ແກ່ນັກຮຽນທີ່ມີຖານະຄອບຄົວທຸກຍາກ ແຕ່ມີຜົນການຮຽນດີເດັ່ນ ປະຈໍາສົກຮຽນ 2025-2026 ຈາກໂຄງການທຶນການສຶກສາມິດຕະພາບຢູນນານ-ລາວ ໂດຍມີ ທ່ານ ຄໍາເພັດ ຈິດປັນຍາ ກໍາມະການພັກແຂວງ ຫົວ ໜ້າພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ ແລະ ທ່ານ ເຫີ...

ປກສ ເມືອງຊຳເໜືອ ຈັບຕົວຜູ້ຂາຍຢາເສບຕິດ

ຂ່າວ ປກສ ແຂວງຫົວພັນ ລາຍງານວ່າ: ໃນວັນທີ 26 ພຶດສະພາ 2026 ເຈົ້າໜ້າທີ່ ປກສ ເມືອງຊຳເໜືອ ແຂວງຫົວພັນ ໄດ້ຮັບແຈ້ງວ່າ: ທ້າວ ກໍວີມົວ, ອາຍຸ 35 ປີ, ຢູ່ບ້ານນາລີວ, ເມືອງຊຳເໜືອ, ແຂວງຫົວພັນ ໄດ້ມີການເຄື່ອນໄຫວຊື້-ຂາຍຢາເສບຕິດ, ຮອດເວລາ 10...

ກວດກາຄວາມສຳເລັດວຽກຂອງໂຄງການຟື້ນຟູ ແລະ ສ້ອມແປງຊົນລະປະທານຫ້ວຍໝາກຮຽວ

ໃນວັນທີ 4 ພຶດສະພາ 2026 ຄະນະກວດກາໄດ້ລົງກວດກາຄວາມສຳເລັດວຽກ (100%)ຂອງໂຄງການຟື້ນຟູ ແລະ ສ້ອມແປງຊົນລະປະທານຫ້ວຍໝາກຮຽວ, ຄະນະດັ່ງກ່າວນຳໂດຍ ທ່ານ ປອ. ຄຳພະຈັນ ວົງຊະນະ ຫົວໜ້າກົມຊົນລະປະທານ ແລະ ທ່ານ ສົມແພງ ໄຊຍະແສງ ຫົວໜ້າກົມກວດກາ ກະຊວງກະສະກຳ ແລະ ສິ່ງແວດລ້ອມ,ນອກຈາກ ນັ້ນຍັງມີວິຊາການ ແລະ...

ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມໂຮງຮຽນພັກສູນກາງພັກກອມມູນິດຈີນ

ໃນໂອກາດຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ, ໃນຕອນບ່າຍວັນທີ 4 ມິຖຸນານີ້ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ຢ້ຽມຢາມ ໂຮງຮຽນພັກສູນກາງພັກກອມມູນິດຈີນ (ສະຖາບັນການປົກຄອງແຫ່ງຊາດຈີນ) ຫຼື ໂຮງຮຽນພັກສູນກາງ ທີ່ ນະຄອນຫຼວງປັກກິ່ງ...

ພໍ່-ລູກຜິດຖຽງກັນເລື່ອງແບ່ງດິນ ເປັນເຫດເຮັດໃຫ້ລູກຍິງພໍ່ເສຍຊີວິດ

ໃນວັນທີ 18 ພຶດສະພາ 2026, ພະແນກສືບສວນ-ສອບສວນ ແລະ ພະແນກນິຕິວິທະຍາ ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງບໍ່ແກ້ວ ສົມທົບກັບ ປກສ ກຸ່ມບ້ານ, ອຳນາດການປົກຄອງບ້ານນ້ຳແຊວ ໄດ້ນຳຕົວ ທ້າວ ຍີ ລົງທົດສະກຳຄືນ ຄະດີຄາດຕະກຳພໍ່ຕົວເອງຢູ່ສວນ. ທ້າວ ຍີ ໄດ້ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ໃນຕອນເຊົ້າຂອງວັນທີ 17...

ມອບຜູ້ຖືກຫາເຂົ້າເມືອງຜິດກົດໝາຍສັນຊາດຫວຽດນາມ ກັບຄືນປະເທດ.

ວັນທີ 28 ພຶດສະພາ 2026 ຢູ່ທີ່ດ່ານ ສາກົນແດນສະຫວັນ-ລາວບາວ ແຂວງສະຫວັນນາເຂດ, ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ໄດ້ປະສານສົມທົບກັບ ເຈົ້າໜ້າທີ່ພະແນກຕຳຫຼວດກວດຄົນເຂົ້າ-ອອກເມືອງ ປະຈຳດ່ານສາກົນແດນສະຫວັນ-ລາວບາວ ແຂວງສະຫັວັນນະເຂດ ມອບຜູ້ຖືກຫາສັນຊາດຫວຽດນາມຜູ້ຖືກຫາ ຈໍານວນ 15 ຄົນ ຍີງ 4 ຄົນ ໃຫ້ເຈົ້າໜ້າທີ່ ສສ ຫວຽດນາມ...

Latest news

- Advertisement -spot_img