- Advertisement -spot_img

AUTHOR NAME

Pele

507 POSTS
0 COMMENTS

ແຈ້ງການມອດໄຟ ວັນທີ 13/6/2026 ບ້ານ ສີໄຄທົ່ງ,ໜອງບຶກໃຕ້,ຊຳເກດ ເມືອງ ສີໂຄດຕະບອງ

ທີ່ມາ:EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1

ປະທານປະເທດ ຢ້ຽມຢາມ ໂຮງງານ ລາວຈຸນ ແຂວງຈຳປາສັກ ຜະລິດແກັດເຈ້ຍ 72 ລ້ານຊຸດຕໍ່ປີ ຫຼຸດຜ່ອນການນໍາເຂົ້າ 

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແລະ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ໄດ້ລົງເຄື່ອນ ໄຫວວຽກງານຢູ່ແຂວງຈໍາປາສັກ ໂດຍໄດ້ໄປຢ້ຽມຢາມ ບໍລິສັດ ລາວຈຸນ ຢູ່ບ້ານຫຼັກ 19 ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ໃນວັນທີ 10 ມິຖຸນາ 2026 ຜ່ານມາ, ໂຮງງານດັ່ງກ່າວເປັນການລົງທຶນ 100% ຈາກຕ່າງ ປະເທດ...

ເລຂາພັກແຂວງຄໍາມ່ວນ ຊຸກຍູ້ໂຄງການກໍ່ສ້າງເສັ້ນທາງເລກ 12

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານມະພາປະຊາຊົນ ແຂວງຄໍາມ່ວນ ພ້ອມດ້ວຍຄະນະ ເຄື່ອນໄຫວຕິດຕາມກວດກາ ໂຄງການກໍ່ສ້າງເສັ້ນທາງເລກ 12 ໃນວັນທີ 10 ມິຖຸນາ 2026 ຮ່ວມເຄື່ອນໄຫວໃນຄັ້ງນີ້ມີທ່ານ ໝັ້ນຍືນ ຄີນສະໝອນ ຮອງປະທານຄະນະກຳມະການປົກຄອງ ແຂວງຄໍາມ່ວນ, ບັນດາຜູ້ຕາງໜ້າພະແນກການກ່ຽວຂ້ອງຂັ້ນແຂວງ, ເມືອງ...

ເວົ້າຈາລວນລາມເມຍຜູ້ກໍ່ເຫດ ຈົນຜິດຖຽງກັນຍາດປືນລັ່ນໄກຖືກໜ້າເອິກ ເສຍຊີວິດ

ວັນທີ 10 ມິຖຸນາ 2026, ເຈົ້າໜ້າທີ່ ປກສ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ນຳຕົວຜູ້ຖືກຫາຄະດີຄາດຕະກຳລົງເຮັດແຜນທົດສະກຳເພື່ອປະກອບຄຳຮັບສາລະພາບ ຢູ່ທີ່ສະຖານທີ່ເກີດເຫດ. ຕໍ່ກັບເຫດການດັ່ງກ່າວເຈົ້າໜ້າທີ່ໄດ້ໃຫ້ຮູ້ວ່າ: ເຈົ້າໜ້າທີ່ໄດ້ຮັບແຈ້ງວ່າ: ມີເຫດຄາດຕະກຳຢູ່ບ້ານນາຄູ ຂອບເຂດສວນອ້ອຍ. ເຈົ້າໜ້າທີ່ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງໄດ້ລົງສັນລະສູດສະຖານທີ່ເກີດເຫດ ພົບເຫັນມີຜູ້ເສຍຊີວິດຈຳນວນ 1 ຄົນ (ຮ່າງກາຍມີຮ່ອງຮອຍຖືກປືນຍິງ); ຜ່ານການເກັບກຳຂໍ້ມູນຫຼັກຖານຢູ່ຈຸດເກີດເຫດ ແລະ ເອົາຄຳໃຫ້ການຈາກປະຊາຊົນທີ່ເຫັນເຫດການ...

ເຈົ້າໜ້າທີ່ ຈັບແກ້ງສໍ້ໂກງຊັບທາງອອນລາຍຂາຍຫວຍຂູດ ແລະ ຂາຍສິນຄ້າ 19 ຄົນ

ໃນເວລາ 10:30 ໂມງ ວັນທີ 26 ພຶດສະພາ 2026, ພະແນກສັນຕິບານ, ພະແນກຕໍາຫຼວດ, ປກສ ກຸ່ມສີຖານ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ໄດ້ສົມທົບກັບເຈົ້າໜ້າທີ່ ຫ້ອງຕຳຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ອໍານາດການປົກຄອງບ້ານຂຸນຕາທິງ ເມືອງ ສີໂຄດຕະບອງ ແກ້ໄຂເປົ້າໝາຍສໍ້ໂກງຊັບທາງອອນລາຍ...

ບໍລິສັດທາງລົດໄຟ ລາວ-ຈີນ ຈັດການແຂ່ງຂັນບານບ້ວງມິດຕະພາບ

ເມື່ອບໍ່ດົນມານີ້, ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ໄດ້ຈັດການແຂ່ງຂັນກິລາບານບ້ວງມິດຕະພາບ 3X3 ພາຍໃຕ້ຫົວຂໍ້ “ທາງເຊື່ອມໃຈ ບານບ້ວງເຊື່ອມມິດຕະພາບ” “China-Laos Railway Golden Road Cup 3v3” ທີ່ເດີ່ນກິລາໃນຮົ່ມໂຮງຮຽນນາໆຊາດວຽງຈັນ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງຄະນະກຳມະການສູນກາງສະຫະພັນຊາວໜຸ່ມກອມມູນິດລາວ, ສະຖານທູດຈີນປະຈຳລາວ, ກະຊວງການເງິນ, ຄະນະກຳມະການຮ່ວມມືລາວ-ຈີນ, ທະນາຄານອຸດສາຫະກຳ ແລະ ການຄ້າຈີນສາຂາລາວ,...

ລົດພ່ວງເສຍຫລັກປີ້ນ ໂຄ້ງແກ້ງແກບ ເມືອງທ່າປາງທອງ

ວັນທີ 8 ມິຖຸນາ 2026 ເກີດອຸປະຕິເຫດລົດພ່ວງ ເສຍຫລັກຫລຸດໂຄ້ງປີ້ນລົງຂ້າງທາງ ຢູ່ໂຄ້ງແກ້ງແກບ ເມືອງທ່າປາງທອງ ແຂວງສະຫວັນນະເຂດ ຄົນຂັບປອດໄພ. ຝາກເຕືອນຜູ້ຂັບຂີ່ ໃຫ້ມີຄວາມລະມັດລະວັງສູງ ແລະ ຫລຸດຜ່ອນຄວາມໄວ ເພື່ອຄວາມປອດໄພ “ເພາະຈຸດນີ້ມີອຸປະຕິເຫດເກີດຂຶ້ນແລ້ວຫລາຍຄັ້ງ". ພາບ: ນີ ປານີ

ເຈົ້າໜ້າທີ່ ທໍາລາຍຊິ້ນສ່ວນສັດປ່າ ແລະ ປ່ອຍສັດປ່າຄືນທໍາມະຊາດ

ເຈົ້າໜ້າທີ່ ກອງກວດກາ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກຸ່ມວຽກກວດກາ ສັດນໍ້າ-ສັດປ່າ ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງບໍລິຄໍາໄຊ ໄດ້ລາຍສັດປ່າ, ຊິ້ນສ່ວນສັດປ່າແລະ ປ່ອຍສັດປ່າຄືນທໍາມະຊາດເມື່ອມໍ່ໆມານີີ້ ຢູ່ ແຂວງບໍລິຄໍາໄຊ. ຊິ້ນສ່ວນສັດປ່າ ແລະ ປ່ອຍສັດປ່າຄືນທໍາມະຊາດໃນຄັ້ງນີ້ແມ່ນຢຶດມາຈາກແມ່ຄ້າຢູ່ 2 ເມືອງຄືຢູ່ ເມືອງປາກກະດິງ ຢຶດແລນ ຍັງມີຊີວິດ 3...

ທົ່ວແຂວງຫຼວງພະບາງ ມີນັກສອບເສັງຈົບຊັ້ນ ມ.4 ແລະ ມ.7 ຫຼາຍກວ່າ 7,800 ຄົນ

ເພື່ອເຮັດໃຫ້ການສອບເສັງຈົບຊັ້ນມັດທະຍົມຕົ້ນ ມ4 ແລະມັດທະຍົມປາຍ ມ7 ໃນປີນີ້ ມີຜົນສຳເລັດຕາມຄາດ ໝາຍ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ອອກແຈ້ງການໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ, ກະກຽມຄວາມພ້ອມຮອບດ້ານ, ເປັນຕົ້ນ ກະກຽມສະຖານທີ່ ເຮັດວຽກຂອງອະນຸກຳມະການ ແລະຫ້ອງສອບເສັງ, ຂຶ້ນແຜນຈັດຊື້ອຸປະກອນຮັບໃຊ້, ແຕ່ງຕັ້ງອະນຸກຳມະການຮັບຜິດຊອບແຕ່ລະໜ້າວຽກ ແລະຂໍທິດຊີ້ນໍາຈາກຄະນະກຳມະການປົກຄອງເມືອງ-ນະຄອນ;ຈັດສູນສອບເສັງ, ຫ້ອງສອບເສັງ ຕາມຈຳນວນນັກຮຽນ ແລະສະພາບເງື່ອນໄຂຕົວຈິງຂອງທ້ອງຖິ່ນ. ທ່ານ...

Latest news

- Advertisement -spot_img