ວັນທີ 10 ມິຖຸນາ 2026, ເຈົ້າໜ້າທີ່ ປກສ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ນຳຕົວຜູ້ຖືກຫາຄະດີຄາດຕະກຳລົງເຮັດແຜນທົດສະກຳເພື່ອປະກອບຄຳຮັບສາລະພາບ ຢູ່ທີ່ສະຖານທີ່ເກີດເຫດ.

ຕໍ່ກັບເຫດການດັ່ງກ່າວເຈົ້າໜ້າທີ່ໄດ້ໃຫ້ຮູ້ວ່າ: ເຈົ້າໜ້າທີ່ໄດ້ຮັບແຈ້ງວ່າ: ມີເຫດຄາດຕະກຳຢູ່ບ້ານນາຄູ ຂອບເຂດສວນອ້ອຍ. ເຈົ້າໜ້າທີ່ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງໄດ້ລົງສັນລະສູດສະຖານທີ່ເກີດເຫດ ພົບເຫັນມີຜູ້ເສຍຊີວິດຈຳນວນ 1 ຄົນ (ຮ່າງກາຍມີຮ່ອງຮອຍຖືກປືນຍິງ); ຜ່ານການເກັບກຳຂໍ້ມູນຫຼັກຖານຢູ່ຈຸດເກີດເຫດ ແລະ ເອົາຄຳໃຫ້ການຈາກປະຊາຊົນທີ່ເຫັນເຫດການ ຈຶ່ງຮູ້ວ່າ: ຜູ້ເສຍຊີວິດຊື່ ທ້າວ ພຸດທະວີ ອາຍຸ 35 ປີ, ອາຊີບປະຊາຊົນ ຢູ່ບ້ານ ນາຄູ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ແລະ ຄົນຮ້າຍລົງມືກໍ່ເຫດຊື່ ທ້າວ ນີ ອາຍຸ 42 ປີ, ໃນວັນດຽວກັນ, ເຈົ້າໜ້າທີ່ຈິ່ງໄດ້ຈັບ ທ້າວ ນີ (ຜູ້ກໍ່ເຫດ) ໄດ້ຢູ່ເຮືອນຂອງຜູ່ກ່ຽວຢູ່ບ້ານນາຄູ.

ທ້າວ ນີ ໄດ້ສາລະພາບວ່າ: ໃນເວລາ 21 ໂມງ ຂອງວັນທີ 28 ກຸມພາ 2026 (ມື້ເກີດເຫດ) ຕົນເອງແມ່ນໄດ້ໄປກ້ານໜູຢູ່ເຂດສວນຂອງ ທ້າວ ພຸດທະວີ; ເວລາ 22 ໂມງ ຜູ້ກ່ຽວ ໄດ້ຍ່າງໄປຖຽງນາຂອງ ທ້າວ ພຸດທະວີ ເພື່ອໄປເອົາຢາອູດຍຸງ, ຈຶ່ງໄດ້ຜິດຖຽງກັນຍ້ອນສາເຫດວ່າ: ທ້າວ ພຸດທະວີ ໄດ້ເວົ້າວ່າ ໃຫ້ຂ້ອຍສາເມຍເຈົ້າ, ພ້ອມທັງເດ່ປືນແກັບໃສ່ຫຼັງຂອງ ທ້າວ ນີ ຈຶ່ງໄດ້ໃຊ້ມືປັດປາຍປືນ ແລ້ວຍາດເອົາດ້າມປືນໄດ້; ສ່ວນ ທ້າວ ພຸດທະວີ ແມ່ນໄດ້ທາງປາຍປືນ, ເຮັດໃຫ້ມືຂອງ ທ້າວ ນີ ຖຶກໄກປຶນແລ້ວລັ່ນຖືກເອີກຂອງ ທ້າວ ພຸດທະວີ ຈົນເສຍຊີວິດ.

ປັດຈຸບັນ, ເຈົ້າໜ້າທີ່ວິຊາສະເພາະ ໄດ້ຄວບຄຸມຕົວຜູ້ກ່ຽວເພື່ອດຳເນີນຄະດີ ແລະ ສົ່ງຟ້ອງຂຶ້ນສານຕາມຂັ້ນຕອນຂອງກົດໝາຍຢ່າງເດັດຂາດ

ພາບ-ຂ່າວ: ຂ່າວສານ ເມືອງອຸທຸມພອນ





