- Advertisement -spot_img

AUTHOR NAME

Jenjila

942 POSTS
0 COMMENTS

ສທໜລ ສະຫລຸບການເຄື່ອນໄຫວ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026

ໃນວັນທີ 6 ສິງຫາ ນີ້ ທີ່ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ ພາຍໃຕ້ໃນຫົວຂໍ້ “ ການພັດທະນາ ສທໜລ ແລະ ການສົ່ງເສີມຊາວໜຸ່ມສ້າງເສດຖະກິດ“ ໂດຍການເປັນປະທານຂອງ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ນາງ ສຸວາລີ ຄຳຜຸຍ...

ພາຍຸໄຕ້ຝຸ່ນ “ດອນຟິນ” ມຸ່ງໜ້າສູ່ຍີ່ປຸ່ນ ກຽມຂຶ້ນຝັ່ງໂອກິນາວາວັນສຸກນີ້ ເຕືອນຝົນຕົກໜັກ ລົມແຮງ ກະທົບໄຕ້ຫວັນ-ຈີນ

ຍີ່ປຸ່ນກຽມຮັບມືໄຕ້ຝຸ່ນ ດອນຟິນ (Dolphin) ເຊິ່ງກຳລັງເຄື່ອນຜ່ານປາຊີຟິກມຸ່ງໜ້າສູ່ໝູ່ເກາະໂອກິນາວະ ໂດຍກົມອຸຕຸນິຍົມວິທະຍາຍີ່ປຸ່ນລະບຸວ່າ ເປັນພະຍຸຂະໜາດໃຫຍ່ ແລະ ມີກຳລັງແຮງຫຼາຍ ພ້ອມເຕືອນປະຊາຊົນໃນພື້ນທີ່ສ່ຽງໃຫ້ກຽມຮັບມື. ສຳນັກງານອຸຕຸນິຍົມວິທະຍາຍີ່ປຸ່ນ (JMA) ລະບຸວ່າ ພາຍຸໄຕ້ຝຸ່ນ ດອນຟິນ ເປັນພະຍຸຂະໜາດໃຫຍ່ ແລະ ມີກຳລັງແຮງຫຼາຍ ໂດຍພະຍຸໄດ້ພັດຜ່ານໝູ່ເກາະໂອກາຊາວາຣະ (Ogasawara) ຫຼື ໝູ່ເກາະໂບນິນ ເຊິ່ງເປັນພື້ນທີ່ທຳອິດຂອງຍີ່ປຸ່ນທີ່ໄດ້ຮັບອິດທິພົນເມື່ອວັນອັງຄານ. ຂະນະທີ່ສຳນັກງານອຸຕຸນິຍົມວິທະຍາຍີ່ປຸ່ນຍັງຄົງຕິດຕາມເສັ້ນທາງພະຍຸຢ່າງໃກ້ຊິດ ໂດຍຄາດວ່າໃນວັນພຸດຈະຍັງສົ່ງຜົນໃຫ້ໝູ່ເກາະໂອກາຊາວາຣະປະສົບລົມແຮງ ກ່ອນເຄື່ອນເຂົ້າໃກ້ໝູ່ເກາະໄດໂຕະ...

ເຝົ້າລະວັງນໍ້າຖ້ວມຍື່ງ ເຂດນໍ້າຊັນ, ນໍ້າເຊບັັ້ງໄຟ ເເລະ ນໍ້າທາ ໃນລະຫວ່າງ ວັນທີ 06 ຫາ 08 ສິງຫາ 2026

ແຈ້ງເຕືອນເຝົ້າລະວັງນໍ້າຖ້ວມຍື່ງ ເຂດນໍ້າຊັນ, ນໍ້າເຊບັັ້ງໄຟ ເເລະ ນໍ້າທາ ໃນລະຫວ່າງ ວັນທີ 06 ຫາ 08 ສິງຫາ 2026 ກະຊວງກະສິກຳ ແລະ ປ່າໄມ້ກົມ ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງ ອີງຕາມ ການຕິດຕາມລະດັບນ້ຳປະຈຳວັນຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ມີລາຍລະອຽດດັ່ງນີ້: 1....

ຄວັນສີເທົາຂະໜາດມະຫາສານຈາກໄຟປ່າຢູ່ ວໍຊິງຕັນ ແຜ່ປົກຄຸມຈົນເກືອບແນມບໍ່ເຫັນສັນພູ ສະທ້ອນເຖິງຄວາມຮຸນແຮງຂອງໄຟປ່າທີ່ໄໝ້ຕໍ່ເນື່ອງມາຕັ້ງແຕ່ຊ່ວງອາທິດທີ່ຜ່ານມາ.

ພາບມຸມກວ້າງເຜີຍໃຫ້ເຫັນກຸ່ມຄວັນສີເທົາຂະໜາດມະຫາສານຈາກໄຟປ່າ ແຜ່ປົກຄຸມແນວພູເຂົາອ້ອມເມືອງສະໂປແຄນ (Spokane) ລັດວໍຊິງຕັນ ສະຫະລັດ ອາເມຣິກາ ຈົນເກືອບຈະແນມບໍ່ເຫັນສັນພູ ສະທ້ອນເຖິງຄວາມຮຸນແຮງຂອງໄຟປ່າທີ່ໄໝ້ຕໍ່ເນື່ອງມາຕັ້ງແຕ່ຊ່ວງທ້າຍອາທິດທີ່ຜ່ານມາ. ສື່ຕ່າງປະເທດເຜີຍພາບມຸມສູງທີ່ຖ່າຍຈາກເທິງຍົນ ເຮັດໃຫ້ເຫັນພາບມຸມກວ້າງຂອງກຸ່ມຄວັນສີເທົາຂະໜາດມະຫາສານຈາກໄຟປ່າ ແຜ່ປົກຄຸມແນວພູເຂົາອ້ອມເມືອງສະໂປແຄນ ຈົນແທບມອງບໍ່ເຫັນສັນພູ. ໂດຍຫລ້າສຸດ ເຈົ້າໜ້າທີ່ມອດໄຟໄດ້ອາໄສສະພາບອາກາດທີ່ເຢັນລົງໃນຊ່ວງສອງມື້ທີ່ຜ່ານມາ ເລັ່ງສ້າງແນວກັນໄຟ ແລະ ຄວບຄຸມເພີງອ້ອມພື້ນທີ່ໄຟໄໝ້ທັງ 3 ຈຸດ, ແຕ່ສະຖານະການຍັງຄົງໜ້າເປັນຫ່ວງ ເນື່ອງຈາກພະຍາກອນອາກາດລະບຸວ່າ ຊ່ວງທ້າຍອາທິດ ອຸນຫະພູມຈະພຸ່ງສູງເກືອບ 37 ອົງສາ...

ລາຄາທອງຄຳໂລກພຸ່ງຂຶ້ນແຮງ ຈາກເງິນໂດລາອ່ອນຄ່າລົງ

ພາບປະກອບຂ່າວ ສຳນັກຂ່າວໂຣເຕີ/ຊີເອັນບີຊີ (Reuters/CNBC) ລາຍງານວ່າ: ລາຄາທອງຄຳໄດ້ພຸ່ງສູງຂຶ້ນໃນວັນພຸດ (5 ສິງຫາ 2026) ໂດຍໄດ້ຮັບແຮງໜູນຈາກການອ່ອນຄ່າຂອງໂດລາສະຫະລັດ ແລະ ອັດຕາຜົນຕອບແທນພັນທະບັດລັດຖະບານສະຫະລັດທີ່ຫຼຸດລົງ ໃນຂະນະທີ່ຕະຫຼາດກຳລັງເຝົ້າຕິດຕາມສະພາບການຢູ່ຕາເວັນອອກກາງ ແລະ ການເຈລະຈາເປີດຊ່ອງແຄບຮໍມຸຊ (Hormuz) ເພື່ອຊອກຫາຮູບແບບສັນຍານໃໝ່ກ່ຽວກັບແນວໂນ້ມອັດຕາເງິນເຟີ້ ແລະ ອັດຕາດອກເບ້ຍ. ລາຄາທອງຄຳສະປອດ (Spot Gold) ພຸ່ງຂຶ້ນ 4.3% ສູ່ລະດັບ 4,252.74 ໂດລາຕໍ່ອອນສ໌...

ເຕືອນເສັ້ນທາງຂາດ 2 ເສັ້ນ ລະຫວ່າງບ້ານຄູນເງິນ ຫາ ບ້ານພູໝາກແໜ່ງ ແລະ ບ້ານນາຂາມ ໄປຫາ ບ້ານຄູນມະນີ ( ບ້ານໃໝ່ດົງກະແສນ ) ເມືອງຄູນຄຳ ແຂວງຄຳມ່ວນ

ເນື່ອງຈາກມີຝົນຕົກໜັກຢ່າງຕໍ່ເນື່ອງ ເຮັດໃຫ້ນ້ຳພາຍໃນຫ້ວຍລະບາຍບໍ່ທັນ ແລະ ໄຫຼກັດເຊາະເສັ້ນທາງ 2 ເຂດໃຫຍ່ ໃນເມືອງຄູນຄຳ, ແຂວງຄຳມ່ວນ, ສົ່ງຜົນໃຫ້ການສັນຈອນຕິດຂັດ, ລົດໃຫຍ່ ແລະ ລົດນ້ອຍ ບໍ່ສາມາດໄປ-ມາໄດ້ຊົ່ວຄາວ ໃນສອງເສັ້ນທາງດັ່ງນີ້: ເສັ້ນທາງບ້ານຄູນເງິນ ຫາ ບ້ານພູໝາກ ແລະ ເສັ້ນທາງບ້ານນາຂາມ ຫາ ບ້ານຄູນມະນີ (ບ້ານໃໝ່ດົງກະແສນ), ຂໍໃຫ້ບັນດາທ່ານທີ່ຈະເດີນທາງຜ່ານເສັ້ນທາງດັ່ງກ່າວ ເພີ່ມຄວາມລະມັດລະວັງ,...

ສະພາບອາກາດວັນທີ 06 ສິງຫາ 2026

ຮ່ອງຄວາມກົດອາກາດຕ່ຳ ຫຼື ຮ່ອງຝົນຍັງພາດຜ່ານພາກເຫນືອຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ມີຝົນຕົກໜັກຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດ ຢູ່ໃນແຕ່ລະພາກຕື່ມອີກ. ດັ່ງນັ້ນ, ຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກປານກາງ ຫາ ຕົກໜັກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີນ້ຳຖ້ວນຊຸ, ກົກເຈື່ອນ ແລະ ນ້ຳຖ້ວມອັ່ງໃນຕົວເມືອງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກ ກົມອຸຕຸນິຍົມ...

ອັບເດດສະພາບອາກາດຊ່ວງແລງຂອງວັນທີ 05 ສິງຫາ 2026

ອັບເດດສະພາບອາກາດຊ່ວງແລງຂອງວັນທີ 05 ສິງຫາ 2026 ດັ່ງນີ້:

ແຈ້ງເຕືອນເຝົ້າລະວັງນ້ຳຖ້ວມຊຸ ແລະ ດິນເຈື່ອນ! ເຂດຄວາມສ່ຽງລະດັບສູງ 7 ແຂວງ ແລະ ເຂດລະດັບສ່ຽງລະດັບປານກາງ 3 ແຂວງ

ເນື່ອງຈາກຮ່ອງຝົນຍັງພາດຜ່ານພາກເໜືອ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້, ເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ຝົນຕົກໜັກຢູ່ບາງທ້ອງຖິ່ນ. ດັ່ງນັ້ນ, ຂໍໃຫ້ປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນໃນເຂດສ່ຽງ ເພີ່ມຄວາມລະມັດລະວັງ ແລະ ຕິດຕາມຂ່າວພະຍາກອນອາກາດຢ່າງໃກ້ຊິດ. ລາຍລະອຽດດັ່ງນີ້:

ອັບເດດສະຖານະການນ້ຳຖ້ວມອັ່ງຢູ່ ບ້ານຄູນເງິນ ເມືອງຄູນຄຳ ແຂວງຄຳມ່ວນເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ

ອັບເດດສະຖານະການເມືອງຄູນຄຳ ແຂວງຄຳມ່ວນ ປະຈຸບັນ ວັນທີ 05 ສິງຫາ 2026 ບ້ານຄູນເງິນ ( ຫຼັກ 27 ) ແມ່ນຖືກຜົນກະທົບນ້ຳຖ້ວມ ເຮືອນຊານ ແລະ ຮ້ານຄ້າຂອງປະຊາຊົນເປັນບໍລິເວນກວ້າງ ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ຫ້ວຍຮ່ອງບໍ່ສາມາດລະບາຍນ້ຳໄດ້ທັນຕາມປະລິມານການໄຫຼຂອງນ້ຳຝົນທີ່ຕົກລົງມາ. ເສັ້ນທາງຜ່ານເຂດຫໍພັກພະນັກງານເມືອງຄູນຄຳ-ໄປຫາຕະຫຼາດ ບ້ານຄູນຄຳ ( ເສັ້ນທາງເລກທີ 8A ) ໃຫ້ຄ່ອຍໄປຄ່ອຍມາ...

Latest news

- Advertisement -spot_img