- Advertisement -spot_img

AUTHOR NAME

Jenjila

942 POSTS
0 COMMENTS

ແຈ້ງການມອດໄຟ ວັນທີ 7/8/2026

7/8/2026 ໃນຂົງເຂດບ້ານ ໜອງບຶກ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ

ເຕືອນເສັ້ນທາງພູຜາມ່ານ ເມືອງຄູນຄໍາ ຂາດລົດທຸກປະເພດບໍ່ສາມມາດສັນຈອນໄດ້

ຂປລ. ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນວັນທີ 05 ສິງຫາ 2026 ເສັ້ນທາງພູຜາມ່ານ ເມືອງຄູນຄໍາ ແຂວງຄໍາມ່ວນ ໄດ້ຂາດ ເນື່ອງຈາກຝົນຕົກໜັກ ມີນໍ້າເຊາະເສັ້ນທາງເຮັດໃຫ້ທາງຂາດລົດທຸກປະເພດບໍ່ສາມມາດສັນຈອນໄດ້ ຍັງລໍຖ້າພາກສ່ວນກ່ຽວຂ້ອງມາແກ້ໄຂ. ຈາກສະພາບຝົນຕົກໜັກຕິດຕໍ່ກັນຫລາຍວັນໃນໄລຍະນີ້ ໄດ້ສົ່ງຜົນກະທົບໂດຍກົງຕໍ່ເສັ້ນທາງຄົມມະນາຄົມໃນຫລາຍບ່ອນ. ຫລ້າສຸດ, ໄດ້ມີລາຍງານແຈ້ງເຕືອນຈາກພາກສ່ວນກ່ຽວຂ້ອງ ຫລັງຈາກກະແສນໍ້າໄດ້ເຊາະເຈື່ອນໜ້າດິນຢ່າງຮຸນແຮງ ຈົນເຮັດໃຫ້ເສັ້ນທາງພູຜາມ່ານ ຖືກນໍ້າເຊາະຈົນທາງຂາດ ແລະ ລົດທຸກປະເພດບໍ່ສາມາດສັນຈອນຜ່ານໄປ-ມາໄດ້. ສຳລັບປະຊາຊົນ, ພໍ່ແມ່ພີ່ນ້ອງ...

ສະພາບອາກາດປະຈຳວັນທີ 05 ສິງຫາ 2026

ຮ່ອງຄວາມກົດດັນອາກາດຕ່ຳ ຫຼື ຮ່ອງຝົນຍັງພາດຜ່ານພາກເໜືອຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ມີຝົນຕົກໜັກຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ໃນແຕ່ລະພາກ. ດັ່ງນັ້ນ, ຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກປານກາງ ຫາ ຕົກໜັກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີນ້ຳຖ້ວນຊຸ, ດິນເຈື່ອນ ແລະ ນ້ຳຖ້ວມອັ່ງໃນຕົວເມືອງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກ ກົມອຸຕຸນິຍົມ ແລະ...

ສາເຫດໄຟໄໝ້ຢູ່ຕະຫຼາດຫຼັກ 3 ເມືອງທ່າແຂກ ແຂວງຄໍາມ່ວນ ຍ້ອນສະເກັດໄຟຈາກການຈອດເຫລັກພາຍໃນຮ້ານ ລຸກລາມກາຍເປັນອັກຄີໄຟ

ກອງບັນຊາການປ້ອງກັນຄວາມສະຫງົບແຂວງຄໍາມ່ວນ ລາຍ ງານໃຫ້ຮູ້ວ່າ: ໃນເວລາ 11:30 ຂອງວັນທີ 1 ສິງຫາ 2026 ໄດ້ເກີດເຫດໄຟໄໝ້ຢູ່ຕະຫຼາດສຸກສົມບູນ ຫຼັກ 3 ບ້ານໜອງບົວຄໍາ, ເມືອງທ່າແຂກ, ແຂວງຄໍາມ່ວນ. ຕໍ່ກັບເຫດການທີ່ເກີດຂຶ້ນ, ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ໄດ້ນໍາລົດມອດໄຟຈໍານວນ 2 ຄັນ ອອກ ໄປສະກັດກັ້ນ ແລະ...

ສະພາບອາກາດປະຈໍາວັນທີ 04 ສິງຫາ 2026

ລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກຳລັງປານກາງ ຫາ ແຮງຈະພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ. ດັ່ງນັ້ນ, ຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກປານກາງ ຫາ ຕົກໜັກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີນ້ຳທ່ວມຊູ, ດິນເຈື່ອນ ແລະ ນ້ຳທ່ວມອັ່ງໃນຕົວເມືອງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ...

ອັບເດດສະພາບອາກາດຊ່ວງແລງ ປະຈໍາວັນທີ 03 ສິງຫາ 2026 ເວລາ 18:00 ຫາ 07:00 ໂມງ

ອັບເດດສະພາບອາກາດຊ່ວງແລງ ປະຈໍາວັນທີ 03 ສິງຫາ 2026 ເວລາ 18:00 ຫາ 07:00 ໂມງ

ຍັງພົບເຫັນ ຂີ້ເຫຍື້ອລົ້ນຖັງ ຢັ່ງຢາຍຢູ່ຕາມທາງຍ່າງຈຳນວນຫລາຍ ຢູ່ເຂດສີຫອມ

ວັນທີ 3 ສິງຫາ 2026 ປະຊາຊົນສ່ອງແສງວ່າ: ຍັງປາກົດເຫັນຂີ້ເຫຍື້ອລົ້ນຖັງຢູ່ຕາມຈຸດຕ່າງໆ ຫລາຍຈຸດ ຢູ່ເຂດສີຫອມ ແລະ ຕາມແຄມທາງຖະໜົນ ແຫ່ງບຸນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ. ເຮັດໃຫ້ມີຄວາມເປີເປື່ອນ, ມີກິ່ນເໝັນ ແລະ ເປັນການທຳລາຍພາບພົດເຂດທ່ອງທ່ຽວ ເພາະຈຸດນີ້ ເປັນເຂດທີ່ມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດຍ່າງສັນຈອນໄປມາຈຳນວນຫລາຍແຕ່ລະວັນ.

ປກສ ເມືອງທົ່ງມີໄຊ ສຶກສາອົບຮົມໄວໜຸ່ມ 11 ຄົນ ມົ້ວສຸມດື່ມຄໍລະເຈັນ-ນ້ຳກະທ່ອມ

ໃນວັນທີ 30 ກໍລະກົດ 2026 ຢູ່ທີ່ຄ້າຍຄຸມຂັງ ດັດສ້າງ ຂອງກອງບັນຊາການ ປກສ ເມືອງທົ່ງມີໄຊ ພະແນກຕຳຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ເມືອງທົ່ງມີໄຊ ໄດ້ສຶກສາອົບຮົມໄວໜຸ່ມ ເປົ້າໝາຍທີ່ຫຼົງຜິດໃນການມົ້ວສຸມ ດື່ມນ້ຳກະທ່ອມ ແລະ ຄໍລາເຈນ 11 ຄົນ. ທ່ານ ພັຕ ວານ ອິນທະວົງ ໄດ້ໃຫ້ຮູ້ວ່າ: ໃນຄັ້ງວັນທີ...

ແຈ້ງເຕືອນ ເຝົ້າລະວັງນ້ຳຖ້ວມຊຸ ແລະ ດິນເຈື່ອນ ປະຈໍາວັນທີ 03 ສິງຫາ 2026

ບໍລິເວນຄວາມກົດດັນອາກາດຕໍ່າຍັງຈະສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຈະມີຝົນຕົກປານກາງ ຫາ ຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອິກ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນເຂດພື້ນທີ່ສ່ຽງ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ທີ່ຈະເຮັດໃຫ້ມີນໍ້າຖ້ວມຊຸ ແລະ ດິນເຈື່ອນ, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ລະດັບນໍ້າ...

ຜູ້ແທນ ຍທຂ ເຂົ້າຮ່ວມກອງປະຊຸມໂຕະມົນ ລັດຖະມົນຕີດ້ານການກໍ່ສ້າງ ແລະ ທີ່ຢູ່ອາໄສອາຊຽນ-ຈີນ ຄັ້ງທີ 4 ທີ່ມາເລເຊຍ

ຄະນະຜູ້ແທນ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຫ່ງ ສປປ ລາວ ນໍາພາໂດຍທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງ ຍທຂ ພ້ອມດ້ວຍຄະນະຈາກກົມເຄຫາ ແລະ ຜັງເມືອງ, ຫ້ອງ ການກະຊວງ, ກົມແຜນການ ແລະ ການຮ່ວມມື ແລະ ສະມາຄົມສະຖາປະນິກ ແລະ...

Latest news

- Advertisement -spot_img