- Advertisement -spot_img

AUTHOR NAME

Jenjila

942 POSTS
0 COMMENTS

ເຫດການເຮລິຄອບເຕີກຣີສຕຳກັນ ຂະໜະທີ່ກຳລັງປະຕິບັດໜ້າທີ່ດັບໄຟປ່າເຮັດໃຫ້ເຈົ້າໜ້າທີ່ເສຍຊີວິດ 2 ຄົນ ແລະ ລອດຊີວິດ2 ຄົນ

ເຈົ້າໜ້າທີ່ 2 ທ່ານເສຍຊີວິດຫຼັງຈາກເຮລິຄອບເຕີ 2 ລຳເກີດເຫດຕຳກັນໃນຊ່ວງເຊົ້າວັນອາທິດ ຂະນະກຳລັງປະຕິບັດໜ້າທີ່ດັບໄຟປ່າທາງທິດຕາເວັນຕົກຂອງນະຄອນຫຼວງເອເທນ. ໃນວັນອາທິດທີ 2 ສິງຫາ 2026, ທ່ານ ຄີຣຽກອສ ມິດໂຊທາຄິສ ນາຍົກລັດຖະມົນຕີກຣີສ ໄດ້ໂພສຂໍ້ຄວາມຜ່ານເຄືອຂ່າຍສັງຄົມອອນລາຍລະບຸວ່າ: ເຫດການເຮລິຄອບເຕີດັບເພີງ 2 ລຳຕຳກັນຈົນຕົກທັງສອງລຳ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 2 ສົບ ຄື: ເຈົ້າໜ້າທີ່ປະສານງານຊາວຕ່າງຊາດ/ກຣີສ 1 ທ່ານ...

ເກີດເຫດຕົ້ນໂພໃຫຍ່ລົ້ມທັບແມ່ຕູ້ ອາຍຸ 83 ປີ ເສຍຊີວິດ ຢູ່ທີ່ບ້ານຖ້ຳ ເມືອງທ່າແຂກ ແຂວງຄຳມ່ວນ

ເວລາປະມານ 02:30 ໂມງ ຂອງວັນທີ 2 ສິງຫາ 2026 ເກີດເຫດກົກໂພຂະໜາດໃຫຍ່ຖອນຮາກລົ້ມທັບເຮືອນປະຊາຊົນ ຢູ່ບ້ານຖ້ຳ ເມືອງທ່າແຂກ ແຂວງຄຳມ່ວນ ຫຼັງຝົນຕົກໜັກ ແລະ ລົມແຮງ. ເບື້ອງຕົ້ນ ມີຜູ້ຢູ່ໃນເຮືອນ 4 ຄົນ ສາມາດອອກມາໄດ້ 3 ຄົນ ຂະນະທີ່ອີກ 1 ຄົນ ແມ່ນແມ່ຕູ້ອາຍຸ...

ຂ່າວຕ່າງປະເທດລາຍງານເກີດເຫດໄຟໄໝ້ເຮືອໂດຍສານ ທີ່ອິນໂດເນເຊຍ ເສຍຊີວິດ 5 ຄົນ ແລະ ສູນຫາຍ 41 ຄົນ

ເກີດເຫດໄຟໄໝ້ເຮືອໂດຍສານ ທີ່ອິນໂດເນເຊຍ ເສຍຊີວິດ 5 ຄົນ ແລະ ສູນຫາຍ 41 ຄົນ ສຳນັກຂ່າວຕ່າງປະເທດລາຍງານວ່າ: ຕອນເຊົ້າວັນທີ 2 ສິງຫາ 2026 ເກີດເຫດໄຟໄໝ້ເຮືອກຳປັ່ນໂດຍສານຂ້າມຟາກ "ມູເຕຍຣາ ເຊນໂຕຊາ 2" (Mutiara Sentosa 2) ຢ່າງຮຸນແຮງຢູ່ກາງທະເລ ນອກຊາຍຝັ່ງແຂວງ ຈາວາຕາເວັນອອກ ປະເທດອິນໂດເນເຊຍ....

ແຈ້ງການມອດໄຟ ວັນທີ 4,5,6,7/8/2026

ໃນຂົງເຂດບ້ານ ຮ່ອງຄ້າ,ສະຫວ່າງ,ຮ່ອງໄກ່ແກ້ວ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ວັນທີ 4/8/2026 ໃນຂົງເຂດບ້ານ ໂນນຫວາຍ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ວັນທີ 4/8/2026 ໃນຂົງເຂດບ້ານ ປາກທ້າງ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ

ສະພາບອາກາດປະຈຳວັນທີ 03 ສິງຫາ 2026

ບໍລິເວນຄວາມກົດດັນອາກາດຕໍ່າຍັງຈະສືບຕໍ່ແຜ່ລົງມາປົກຄຸມຢູ່ທົົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົົ່ວໄປ ແລະ ຈະມີຝົນຕົກປານກາງ ຫາ ຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກຕືຶ່ມອິກ. ດັັ່ງນັັ້ນ, ຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງ ແລະ ອົງການຈັດຕັັ້ງທຸກພາກສ່ວນ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກປານກາງ ຫາ ຕົກໜັກຕິດຕໍ່ກັນຫລາຍວັນ ທີ່ຈະເຮັດໃຫ້ມີນໍ້າຖ້ວມຊຸ, ດິນເຈື່ອນ ແລະ ນໍ້າຖ້ວມອັັ່ງໃນຕົວເມືອງ....

ແຈ້ງເຕືອນ ເຝົ້າລະວັງນ້ຳຖ້ວມຊຸ ແລະ ດິນເຈື່ອນ ປະຈໍາວັນທີ 31 ກໍລະກົດ 2026

ຮ່ອງຄວາມກົດດັນອາກາດຕໍ່າ ຫລື ຮ່ອງຝົນ ຍັງພາດຜ່ານພາກເໜືອຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຈະຕົກໜັກ ຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ ໃນເຂດພື້ນທີ່ສ່ຽງ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ທີ່ຈະເຮັດໃຫ້ມີນໍໍ້າຖ້ວມຊຸ ແລະ ດິນເຈື່ອນ, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ...

ຜู้ອົບພະຍົບນັບພັນຄົນໄດ້ແຫ່ລອຍນ້ຳຈາກໂມຣົກໂກ ເຂົ້າສູ່ເຂດ “ເຊວະຕາ” ຂອງປະເທດສະເປນ

ບັນດາຜู้ອົບພະຍົບຈຳນວນນັບພັນຄົນໄດ້ແຫ່ລອຍນ້ຳ ຫຼື ລັກລອບຂ້າມຊາຍແດນເຂົ້າສູ່ເຂດເຊວະຕາຂອງປະເທດສະເປນ ໃນຊ່ວງວັນທີ່ຜ່ານມາ ເຮັດໃຫ້ເກີດວິກິດການດ້ານມະນຸດສະທຳ ແລະ ທາງທ້ອງຖິ່ນໄດ້ຮຽກຮ້ອງໃຫ້ລັດຖະບານກາງເຂົ້າແຊກແຊງຢ່າງຮີບດ່ວນ. ສຳນັກຂ່າວຕ່າງປະເທດລາຍງານ: ເມື່ອວັນທີ 30 ກໍລະກົດ 2026 ວ່າ ຜู้ອົບພະຍົບຈຳນວນຫຼາຍຮ້ອຍເຖິງຫຼາຍພັນຄົນພະຍາຍາມເດີນທາງອອກຈາກໂມຣົກໂກຜ່ານທາງທະເລ ແລະ ຊາຍແດນ ເພື່ອທະລັກເຂົ້າສູ່ ເຊວະຕາ (Ceuta) ເຊິ່ງເປັນດິນແດນສ່ວນແຍກຂອງສະເປນໃນທະວີບອາຟຣິກາເໜືອ ສົ່ງຜົນໃຫ້ເກີດວິກິດການດ້ານມະນຸດສະທຳ ແລະ ຄວາມໝັ້ນຄົງໃນພື້ນທີ່ ຈົນເຮັດໃຫ້ຜູ້ນຳທ້ອງຖິ່ນຕ້ອງຮຽກຮ້ອງໃຫ້ລັດຖະບານກາງສະເປນເຂົ້າແຊກແຊງຢ່າງຮີບດ່ວນ. ເຊວຕາ ແລະ...

ສານແຂວງອັດຕະປື ໄດ້ພິຈາລະນາຕັດສິນຄະດີພະນັກງານສໍ້ລາດບັງຫຼວງຈໍາຄຸກຕະຫຼອດຊີວິດ 10 ຄົນ

ທ່ານ ນາງ ລັດຕະນາ ສິມາວັດ, ຫົວໜ້າຫ້ອງການສານປະຊາຊົນແຂວງອັດຕະປື ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 30 ກໍລະກົດ 2026 ໃຫ້ຮູ້ວ່າ: ສານປະຊາຊົນແຂວງອັດຕະປື ໄດ້ພິຈາ ລະນາຕັດສິນຄະດີ ກ່ຽວກັບການກະ ທຳຜິດ ສໍ້ລາດບັງຫຼວງ ຂອງພະນັກງານຢູ່ ແຂວງອັດຕະປື. ເຊີ່ງມີລາຍລະ ອຽດດັ່ງນີ້: ໃນປີ 2021 ຫາ 2024...

ເຕືອນການສັນຈອນ! ເສັ້ນທາງເມືອງວຽງຄໍາ ແຂວງຫລວງພະບາງ ຫາ ເມືອງຮ້ຽມ ແຂວງຫົວພັນ ເປ່ເພ ມີລົດຕິດຄ້າງຈໍານວນຫລາຍ

ວັນທີ 30 ກໍລະກົດ 2026 ປະຊາຊົນສ່ອງແສງ: ເສັ້ນທາງເມືອງງອຍ ຫາ ເມືອງວຽງຄໍາ ແຂວງຫລວງພະບາງ ຫາ ເມືອງຮ້ຽມ ແຂວງຫົວພັນ, ການສັນຈອນພົບຄວາມຫຍຸ້ງຍາກ ເນື່ອງຈາກເຂດດັ່ງກ່າວ ມີຝົນຕົກຕິດຕໍ່ກັນຫລາຍວັນ ເຮັດໃຫ້ເສັ້ນທາງເປ່ເພ ມີລົດຄ້າງຄາຢູ່ຈໍານວນຫລາຍ ຢູ່ຈຸດເຂດບ້ານລ້ອງຄໍາ. ທ່ານໃດມີແຜນຈະເດີນທາງຜ່ານເສັ້ນທາງດັ່ງກ່າວ ແມ່ນໃຫ້ລະມັດລະວັງ ເພື່ອຄວາມປອດໄພ ແລະ ຄວນກຽມສະບຽງອາຫານໄປພ້ອມ. ພາບ: Malisa Bp

ແຈ້ງໃຫ້ເຈົ້າຂອງກິດຈະການຮື້ຖອນ ປ້າຍຮ້ານຄ້າທີ່ຊຸດໂຊມ ແລະ ເຄື່ອນຍ້າຍປ້າຍໂຄສະນາ ທີ່ບໍ່ຖືກຕ້ອງຕາມລະບຽບການຖ້າກາຍ 15 ວັນ ຍັງພົບເຫັນຈະຖືກປັບໃໝ

ພະແນກວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ອອກແຈ້ງການ ລົງວັນທີ 02 ກໍລະກົດ 2026 ເລື່ອງ ການຈັດສັນ, ປັບປຸງ ແລະ ເຄື່ອນຍ້າຍປ້າຍໂຄສະນາ ທີ່ບໍ່ຖືກຕ້ອງຕາມລະບຽບການ ຢູ່ລຽບຕາມເສັ້ນທາງຫຼັກ ຕັ້ງແຕ່ບ້ານໜອງບົວທອງ ຫາ ບ້ານໜອງບຶກ ລາຍລະອຽດເພີ່ມຕື່ມດັ່ງແຈ້ງການນີ້: 1. ກວດກາຄືນຄວາມຖືກຕ້ອງ: ໃຫ້ບັນດາບໍລິສັດ, ຫ້າງຮ້ານ, ຜູ້ປະກອບການ...

Latest news

- Advertisement -spot_img