- Advertisement -spot_img

AUTHOR NAME

Jenjila

942 POSTS
0 COMMENTS

ສະພາບອາກາດປະຈຳວັນທີ 31 ກໍລະກົດ 2026

ພະຍາກອນອາກາດ ປະຈຳວັນທີ 31 ກໍລະກົດ 2026, ເວລາ 07:00 ຫາ 12:00 ໂມງ ຮ່ອງຄວາມກົດດັນອາກາດຕ່ຳ ຫຼື ຮ່ອງຝົນຍັງຈະສືບຕໍ່ພາດຜ່ານພາກເໜືອຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຈະຕົກໜັກຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດ.

ອັບເດດສະພາບອາກາດຊ່ວງແລງຂອງ ວັນທີ 30 ກໍລະກົດ 2026 ເວລາ 18:00 ຫາ 07:00 ໂມງ

ຮ່ອງຄວາມກົດດັນອາກາດຕ່ຳ ຫຼື ຮ່ອງຝົນຍັງຈະພາດຜ່ານພາກເໜືອຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຢ່າງໃດກໍຕາມຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ໃນແຕ່ລະພາກ ແລະ ຈະຕົກໜັກຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດ. ໝາຍເຫດ: ການປະເມິນຄວາມສ່ຽງຂອງໄພພິບັດບໍ່ໄດ້ຂຶ້ນກັບປະລິມານນ້ຳຝົນພຽງຢ່າງດຽວ ແຕ່ຍັງຂຶ້ນກັບສະພາບພູມສັນຖານ, ຄວາມອີ່ມຕົວຂອງດິນ, ແລະ ລະບົບການຈັດການນ້ຳໃນແຕ່ລະທ້ອງຖິ່ນນັ້ນໆ.

ຂ່າວຕ່າງປະເທດລາຍງານ ພາຍຸໃຕ້ຝຸ່ນດອລຟິນ (Dolphin) ທະວີຄວາມຮຸນແຮງຢ່າງວ່ອງໄວ ຄາດວ່າກຳລັງເຄື່ອນຕົວໄປທາງປະເທດຍີ່ປຸ່ນ

ພາຍຸໄຕ້ຝຸ່ນໂດນຟິນ (Dolphin) ເຊິ່ງເປັນພາຍຸໄຕ້ຝຸ່ນລູກທີ 13 ຂອງປີນີ້ ມີແນວໂນ້ມທີ່ຈະຍົກລະດັບຂຶ້ນເປັນຊຸບເປີໄຕ້ຝຸ່ນໃນວັນທີ 30 ກໍລະກົດນີ້ ແລະ ອາດຈະຂຶ້ນແທ່ນເປັນພາຍຸໄຕ້ຝຸ່ນທີ່ມີກຳລັງລົມແຮງທີ່ສຸດຂອງປີນີ້ ໂດຍກຳລັງເຄື່ອນຕົວໄປທາງທິດຕາເວັນຕົກສຽງເໜືອດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ ໃກ້ກັບໝູ່ເກາະມາແຊລ (ໝູ່ເກາະມາມາລ) ໃນມະຫາສະໝຸດປາຊີຟິກ ຄວາມໄວລົມສູງສຸດຂະນະເກີດພາຍຸ 216 ກິໂລແມັດຕໍ່ຊົ່ວໂມງ ຄາດວ່າຈະເຄື່ອນຕົວເຂົ້າໃກ້ນ່ານນ້ຳທາງຕາເວັນອອກສຽງໃຕ້ຂອງປະເທດຍີ່ປຸ່ນໃນຊ່ວງ 5 ວັນຂ້າງໜ້າ. ສູນເຕືອນໄພໄຕ້ຝຸ່ນຮ່ວມຂອງກອງທັບເຮືອສະຫະລັດຯ (JTWC) ໄດ້ລາຍງານຄວາມຄືບໜ້າຫຼ້າສຸດຂອງ...

ປັບຂື້ນລາ​ຄາ​ນ້ຳ​ມັນ​ແອັດ​ຊັງ​ພິເສດ-ທຳ​ມະ​ດາ ແລະ ປັບຂຶ້ນ​ລາ​ຄາ​ນ້ຳ​ມັນ​ກາ​ຊວນ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.

ປັບຂື້ນລາ​ຄາ​ນ້ຳ​ມັນ​ແອັດ​ຊັງ​ພິເສດ-ທຳ​ມະ​ດາ ແລະ ປັບຂຶ້ນ​ລາ​ຄາ​ນ້ຳ​ມັນ​ກາ​ຊວນ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ສະ​ບັບ​ເລກ​ທີ 1388/ກ​ຄ​ພນ ລົງ​ວັນ​ທີ 29 ກໍລະກົດ 2026. ເລີ່ມ​ປະ​ຕິ​ບັດ ວັນ​ທີ 30 ກໍລະກົດ 2026 ເວ​ລາ 06:00 ໂມງ.​

ສະພາບອາກາດປະຈຳວັນທີ 30 ກໍລະກົດ 2026

ສະພາບອາກາດປະຈຳວັນທີ 30 ກໍລະກົດ 2026

ແຈ້ງເຕືອນ ເຝົ້າລະວັງນ້ຳຖ້ວມຊຸ ແລະ ດິນເຈື່ອນປະຈຳວັນທີ 29 ກໍລະກົດ 2026

ຂໍ້ມູນ: ກົມອຸຕຸນິຍົມ ແລະ ອຸທົກກະສາດ ເຜີຍແຜ່ໂດຍ: ພະແນກເຕັກໂນໂລຊີຂໍ້ມູນ-ຂ່າວສານ, ຫ້ອງການກະຊວງກະສິກຳ ແລະ ສິ່ງແວດລ້ອມ.

ລາຍງານຄວາມເສຍຫາຍຈາກແຜ່ນດິນໄຫວຮຸນແຮງ 7.1 ລິກເຕີ ທີ່ປະເທດຍີ່ປຸ່ນ ເສຍຊີວິດແລ້ວ 13 ຄົນ

ຍອດຜູ້ເສຍຊີວິດຈາກເຫດຫ້າງລະເບີດຫຼັງແຜ່ນດິນໄຫວໃຫຍ່ໃນຍີ່ປຸ່ນ ລ້າສຸດເພີ່ມເປັນ 3 ສົບ ໂດຍຜູ້ເສຍຊີວິດລາຍທີ 3 ມີພາວະຫົວໃຈ ແລະ ປອດຢຸດເຮັດວຽກຊົ່ວຄືນກ່ອນເສຍຊີວິດ ຂະນະທີ່ກູ້ໄພຊ່ວຍຄົນທີ່ຕິດຢູ່ພາຍໃນອອກມາໄດ້ແລ້ວ 8 ຄົນ. ປະຕິບັດການຄົ້ນຫາ ແລະ ກູ້ໄພທີ່ຫ້າງສັບພະສິນຄ້າ ອີອອນ ມໍລ ໃນຈັງຫວັດຄຸມາໂມໂຕະ ຍັງຄົງດຳເນີນຕໍ່ເນື່ອງຕະຫຼອດຄືນທີ່ຜ່ານມາ ຫຼັງເກີດແຜ່ນດິນໄຫວຮຸນແຮງເມື່ອຊ່ວງແລງວານນີ້ ສົ່ງຜົນໃຫ້ເກີດແຮງລະເບີດ ແລະ ພື້ນຊັ້ນ 2 ຂອງອາຄານພັງທະລາຍ. ລ້າສຸດ...

ແຈ້ງການມອດໄຟ ວັນທີ 30,31/07/2026

ແຈ້ງການມອດໄຟ ວັນທີ 30,31/07/2026 ລາຍລະອຽດດັ່ງນີ້:

ເກີດແຜ່ນດິນໄຫວໃນຂອບເຂດປະເທດລາວຂະໜາດແຮງສັ່ນສະເທືອນ 3.6 ຣິກເຕີ ວັນທີ 28 ກໍລະກົດ 2026

ລາຍງານການເກີດແຜ່ນດິນໄຫວຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດປະເທດລາວ ແລະ ສະຖານນິກວດຈັບແຜ່ນດິນໄຫວໄດ້ກວດພົບສັນຍານການເກີດແຜ່ນດິນໄຫວ ພາຍໃນປະເທດ ເປັນຈຳນວນ 01 ຄັ້ງ, ໃນບໍລິເວນ ເມືອງ ທົ່ງມີໄຊ ແຂວງ ໄຊຍະບູລີ ຊຶ່ງມີຂະໜາດແຮງສັ່ນສະເທືອນ 3.6 ຣິກເຕີ ວັນທີ 28 ກໍລະກົດ 2026 ເວລາ 09:57:20 ໂມງ

Latest news

- Advertisement -spot_img