ລາຍງານຄວາມເສຍຫາຍຈາກແຜ່ນດິນໄຫວຮຸນແຮງ 7.1 ລິກເຕີ ທີ່ປະເທດຍີ່ປຸ່ນ ເສຍຊີວິດແລ້ວ 13 ຄົນ

Must read

ຍອດຜູ້ເສຍຊີວິດຈາກເຫດຫ້າງລະເບີດຫຼັງແຜ່ນດິນໄຫວໃຫຍ່ໃນຍີ່ປຸ່ນ ລ້າສຸດເພີ່ມເປັນ 3 ສົບ ໂດຍຜູ້ເສຍຊີວິດລາຍທີ 3 ມີພາວະຫົວໃຈ ແລະ ປອດຢຸດເຮັດວຽກຊົ່ວຄືນກ່ອນເສຍຊີວິດ ຂະນະທີ່ກູ້ໄພຊ່ວຍຄົນທີ່ຕິດຢູ່ພາຍໃນອອກມາໄດ້ແລ້ວ 8 ຄົນ.

ປະຕິບັດການຄົ້ນຫາ ແລະ ກູ້ໄພທີ່ຫ້າງສັບພະສິນຄ້າ ອີອອນ ມໍລ ໃນຈັງຫວັດຄຸມາໂມໂຕະ ຍັງຄົງດຳເນີນຕໍ່ເນື່ອງຕະຫຼອດຄືນທີ່ຜ່ານມາ ຫຼັງເກີດແຜ່ນດິນໄຫວຮຸນແຮງເມື່ອຊ່ວງແລງວານນີ້ ສົ່ງຜົນໃຫ້ເກີດແຮງລະເບີດ ແລະ ພື້ນຊັ້ນ 2 ຂອງອາຄານພັງທະລາຍ.

ລ້າສຸດ ເຈົ້າໜ້າທີ່ຝ່າຍປ້ອງກັນ ແລະ ບັນເທົາສາທາລະນະໄພຈັງຫວັດຄຸມາໂມໂຕະ ຢືນຢັນວ່າ ມີຜູ້ເສຍຊີວິດເພີ່ມເປັນ 3 ລາຍແລ້ວ ໂດຍຜູ້ເສຍຊີວິດລາຍລ້າສຸດມີພາວະຫົວໃຈ ແລະ ປອດຢຸດເຮັດວຽກຊົ່ວຄືນກ່ອນຈະເສຍຊີວິດ.

ດ້ານເຈົ້າໜ້າທີ່ປະຊາສຳພັນຈັງຫວັດຄຸມາໂມໂຕະ ເປີດເຜີຍວ່າ ສາມາດຊ່ວຍຜູ້ປະສົບໄພອອກຈາກຊາກອາຄານໄດ້ແລ້ວ 8 ຄົນ ໃນຈຳນວນນີ້ມີຜູ້ບາດເຈັບປານກາງ 4 ຄົນ, ບາດເຈັບເລັກນ້ອຍ 1 ຄົນ ແລະ ອີກ 1 ຄົນຢູ່ໃນພາວະຫົວໃຈ ແລະ ປອດຢຸດເຮັດວຽກ ຊະນະທີ່ທາງການກຳລັງກວດສອບຈຳນວນຜູ້ສູນຫາຍ ແລະ ຜູ້ທີ່ອາດຍັງຕິດຢູ່ພາຍໃນອາຄານ ເນື່ອງຈາກຂໍ້ມູນມີການປ່ຽນແປງຕະຫຼອດເວລາ.

ຂະນະດຽວກັນ ເຫດແຜ່ນດິນໄຫວຍัງສົ່ງຜົນກະທົບເປັນວົງກວ້າງທົ່ວຈັງຫວັດຄຸມາໂມໂຕະ ໂດຍໂຮງງານກະດາດແຫ່ງໜຶ່ງເກີດປ່ອງຄຳຖະຫຼົ່ມ ມີຜູ້ຖືກພົບໃນພາວະຫົວໃຈ ແລະ ປອດຢຸດເຮັດວຽກ 2 ຄົນ ແລະ ຍັງມີຜູ້ສູນຫາຍອີກ 9 ຄົນ.

ນອກຈາກນີ້, ໂຮງໝໍ ແລະ ສະຖານພະຍາສານຢ່າງໜ້ອຍ 45 ແຫ່ງ ໄດ້ຮັບຄວາມເສຍຫາຍຈາກໄຟຟ້າດັບ, ລະບົບນ້ຳປະປາຂັດຂ້ອງ ແລະ ລະບົບກ໊າຊການແພດເສຍຫາຍ ຂະນະທີ່ທາງການເມືອງຄຸມາໂມໂຕະ ຍັງປະກາດຂໍໃຫ້ປະຊາຊົນ ງົດດື່ມນ້ຳປະປາ ແລະ ງົດໃຊ້ນ້ຳປະກອບອາຫານຊົ່ວຄາວ ຫຼັງພົບວ່ານ້ຳໃນບາງພື້ນທີ່ມີຄວາມຂຸ້ນ ຈົນກວ່າຈະຢືນຢັນໄດ້ວ່າປອດໄພ.

ຂະນະທີ່ເຫດແຜ່ນດິນໄຫວຄັ້ງນີ້ຍັງເຮັດໃຫ້ບູຮານສະຖານໃນຍຸກສະຕະວັດທີ 17 ຢ່າງປາສາດຄຸມາໂມໂຕະ ໄດ້ຮັບຄວາມເສຍຫາຍ ໂດຍກຳແພງລ້ອມຮອບປາສາດພັງທະລາຍລົງມາບາງສ່ວນດ້ວຍ ສ່ວນຄວາມເສຍຫາຍໃນຈຸດອື່ນໆ ຍັງຢູ່ໃນລະຫວ່າງກວດສອບ.

ດ້ານນາຍົກລັດຖະມົນຕີ ຊານາເອະ ທາຄາອິຈິ ໄດ້ສົ່ງກຳລັງເຈົ້າໜ້າທີ່ກວ່າ 3,600 ນາຍ ລົງພື້ນທີ່ສະໜັບສະໜູນພາລະກິດກູ້ໄພ ແລະ ຟື້ນຟູ ພ້ອມຢືນຢັນວ່າ ຈະດຳເນີນການຄົ້ນຫາຜູ້ສູນຫາຍ ແລະ ປະເມີນຄວາມເສຍຫາຍຢ່າງຕໍ່ເນື່ອງ ຂະນະທີ່ສຳນັກງານອຸຕຸນິຍົມວິທະຍາຈີ່ປຸ່ນ ຍັງເຕືອນປະຊາຊົນໃຫ້ເຝົ້າລະວັງອາຟເຕີຊັອກ (Aftershock) ທີ່ອາດເກີດຂຶ້ນເພີ່ມເຕີມ ຫຼັງແຜ່ນດິນໄຫວຄັ້ງນີ້ວັດໄດ້ເບື້ອງຕົ້ນ 7.1 ແມກນິຈູດ ເຖິງແມ່ນສຳນັກງານສຳຫຼວດທໍລະນີວິທະຍາສະຫະລັດຯ ຈະປະເມີນໄວ້ທີ່ 6.8 ແມກນິຈູດ ກໍຕາມ.

ທີ່ມາ : BBC

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article