ຊີເອທີແອລ (CATL) ຍັກໃຫຍ່ຜູ້ຜະລິດແບັດເຕີຣີລົດໄຟຟ້າ (EV) ລະດັບໂລກ ສ້າງຄື້ນຟອງໃຫ້ວົງການອີກຄັ້ງໃນງານເທັກໂນໂລຊີ Super Technology Day 2026 ທີ່ກຸງປັກກິ່ງ ດ້ວຍການເປີດໂຕນວັດຕະກຳແບັດເຕີຣີລຸ້ນໃໝ່ທີ່ທຳລາຍຂີດຈຳກັດເດີມ ທັງດ້ານໄລຍະທາງຂັບຂີ່ ແລະ ຄວາມໄວໃນການສາກໄຟ
ຫົວໃຈຫຼັກຂອງງານ ຄືການເປີດໂຕ ແບັດເຕີຣີຄວບແໜ້ນ ຊີລິນ (Qilin Condensed Battery) ທີ່ນຳເທັກໂນໂລຊີລະດັບອາກາດຍານມາປັບໃຊ້ກັບລົດຍົນສ່ວນບຸກຄົນເປັນຄັ້ງທຳອິດ ສ້າງຜົນໃຫ້ມີຄວາມໜາແໜ້ນຂອງພະລັງງານສູງເຖິງ 350 ວັດ-ຊົ່ວໂມງຕໍ່ກິໂລກຣາມ (Wh/kg) ຊ່ວຍໃຫ້ລົດຊີດານສາມາດແລ່ນໄດ້ໄກສູງສຸດເຖິງ 1,500 ກິໂລແມັດ ຕໍ່ການສາກໄຟພຽງຄັ້ງດຽວ ແລະ ຫຼາຍກວ່າ 1,000 ກິໂລແມັດ ສຳລັບລົດ SUV ຂະໜາດໃຫຍ່ ໂດຍທີ່ຕົວແບັດເຕີຣີມີນ້ຳໜັກພຽງ 650 ກິໂລກຣາມ ເທົ່ານັ້ນ
ນອກຈາກນີ້ ບໍລິສັດຍັງເປີດໂຕ ແບັດເຕີຣີສາກໄວພິເສດ ເຊິນຊິງ (Shenxing Superfast Charging Battery) ລຸ້ນທີ 3 ທີ່ທຳລາຍສະຖິຕິຄວາມໄວໃນການສາກໄຟ ໂດຍສາມາດສາກຈາກ 10% ເຖິງ 90% ໄດ້ໃນເວລາພຽງ 6 ນາທີ 27 ວິນາທີ
ແລະ ເຖິງວ່າຈະໃຊ້ງານຢູ່ໃນສະພາບອາກາດທີ່ໜາວຈັດເຖິງ -30°C ກໍຍັງສາກຈາກ 20% ເຖິງ 98% ໄດ້ໃນເວລາພຽງ 9 ນາທີ ລວມທັງຜ່ານການທົດສອບສາກເຕັມຮອບກວ່າ 1,000 ຄັ້ງ ໂດຍຍັງຄົງປະສິດທິພາບຄວາມຈຸໄດ້ຫຼາຍກວ່າ 90%
ທີມພັດທະນາຂອງບໍລິສັດລະບຸວ່າ ບໍລິສັດໄດ້ກ້າວຂ້າມຂີດຈຳກັດຂອງແບັດເຕີຣີ LFP ແບບເດີມ ໂດຍມຸ່ງເນັ້ນໄປທີ່ການຈັດການ ແລະ ລະບາຍຄວາມຮ້ອນທີ່ດີຂຶ້ນ ນອກຈາກນີ້ຍັງໄດ້ສົ່ງ ແບັດເຕີຣີໂຊດຽມໄອອອນ ແນັກສ຺ຕ຺ຣາ (Naxtra) ເຂົ້າສູ່ກະບວນການຜະລິດຈຳນວນຫຼວງຫຼາຍ ທີ່ອອກແບບມາໃຫ້ເໝາະສຳລັບການໃຊ້ງານໃນອຸນຫະພູມທີ່ຮຸນແຮງ ແລະ ຊູຈຸດເດັ່ນດ້ານການເກັບຮັກສາພະລັງງານ
ອີກກ້າວສຳຄັນຂອງບໍລິສັດ ຄືການເປີດໂຕ ເຄືອຂ່າຍ Supercharging ແລະ ການສ່ຽນແທນແບັດເຕີຣີແບບຄົບວົງຈອນ ໂດຍບໍລິສັດຕັ້ງເປົ້າສ້າງສະຖານີສາກ ແລະ ສ່ຽນແທນແບັດເຕີຣີອັດສະລິຍະກວ່າ 4,000 ແຫ່ງ ຄອບຄຸມ 190 ເມືອງທົ່ວຈີນ ພາຍໃນສິ້ນປີ 2026 ເພື່ອແກ້ໄຂບັນຫາຄວາມກັງວົນດ້ານການສາກໄຟຂອງຜູ້ໃຊ້ລົດ EV ຢ່າງຍືນຍົງ.
ທີ່ມາ: CNEVPOST





