ທະນາຄານໂລກຊີ້ ຄວາມຂັດແຍ່ງຕາເວັນອອກກາງດັນລາຄາພະລັງງານຂຶ້ນ 24% ໃນປີນີ້ ສ້າງຜົນກະທົບເປັນລູກໂສ້ທົ່ວໂລກ ທັງດ້ານພະລັງງານ ປຸ໋ຍ ໂລຫະ ແລະ ເງິນເຟີ້ ເຕືອນປະເທດກຳລັງພັດທະນາສ່ຽງຮັບຜົນກະທົບໜັກທີ່ສຸດ
ວັນທີ 30 ເມສາ 2569 ທະນາຄານໂລກ (World Bank) ເຜີຍລາຍງານ Commodity Markets Outlook ສະບັບຫຼ້າສຸດ ໂດຍຄາດການວ່າ ລາຄາພະລັງງານໂລກໃນປີ 2569 ຈະເພີ່ມຂຶ້ນປະມານ 24% ຈາກຜົນກະທົບຂອງຄວາມຂັດແຍ່ງໃນຕາເວັນອອກກາງ ໂດຍສະເພາະສົງຄາມລະຫວ່າງສະຫະລັດ ອິດສະຣາເອລ ແລະ ອີຣ່ານ ທີ່ກຳລັງກົດດັນຕະຫຼາດສິນຄ້າໂພຄະພັນທົ່ວໂລກຢ່າງໜັກ
ລາຍງານລະບຸວ່າ ລາຄາພະລັງງານໃນປີນີ້ມີທ່າອ່ຽງສູງທີ່ສຸດນັບຕັ້ງແຕ່ສົງຄາມລັດເຊຍບຸກຢູເຄຣນ ໃນປີ 2565 ໂດຍສົມມຸດຕິຖານຂອງທະນາຄານໂລກປະເມີນວ່າ ສະຖານະການຮ້າຍແຮງທີ່ສຸດຂອງຄວາມຂັດແຍ່ງຈະເລີ່ມຄຳລີ່ຄາຍໃນເດືອນພຶດສະພາ ແລະ ການຂົນສົ່ງນ້ຳມັນຜ່ານຊ່ອງແຄບຮໍ໌ມຸດຈະຄ່ອຍໆກັບຄືນສູ່ລະດັບກ່ອນສົງຄາມພາຍໃນເດືອນຕຸລາ
ເຖິງຢ່າງໃດກໍຕາມ ທະນາຄານໂລກເຕືອນວ່າ ຜົນກະທົບຈາກສົງຄາມອີຣ່ານບໍ່ໄດ້ຈຳກັດຢູ່ສະເພາະຕະຫຼາດພະລັງງານ ແຕ່ຍັງຂະຫຍາຍໄປຍັງສິນຄ້າອື່ນໆ ເຊັ່ນ: ປຸ໋ຍ ໂລຫະ ແລະ ວັດຖຸດິບສຳຄັນ ໂດຍຄາດວ່າ ລາຄາປຸ໋ຍທົ່ວໂລກຈະເພີ່ມຂຶ້ນສະເລ່ຍເຖິງ 31% ເມື່ອທຽບເປັນລາຍປີ
ທ່ານ Indermit Gill ຫົວໜ້ານັກເສດຖະສາດຂອງທະນາຄານໂລກ ກ່າວວ່າ ສົງຄາມກຳລັງກະທົບເສດຖະກິດໂລກເປັນລະລອກ ເລີ່ມຈາກລາຄາພະລັງງານທີ່ສູງຂຶ້ນ ກ່ອນຈະລາມໄປສູ່ລາຄາສະບຽງອາຫານ ແລະ ທ້າຍທີ່ສຸດຄືພາວະເງິນເຟີ້ ພ້ອມທັງເຕືອນວ່າ ປະເທດເສດຖະກິດເກີດໃໝ່ ແລະ ປະເທດກຳລັງພັດທະນາ ຈະເປັນກຸ່ມທີ່ໄດ້ຮັບຜົນກະທົບໜັກທີ່ສຸດ ທັງຈາກຕົ້ນທຶນພະລັງງານທີ່ພຸ່ງສູງ ອັດຕາເງິນເຟີ້ທີ່ເລັ່ງໂຕ ແລະ ການເຕີບໂຕທາງເສດຖະກິດທີ່ຊ້າລົງ.





