
ກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດ ທົ່ວປະ ເທດ ( ສນຊ ) ຄັ້ງທີ XII ອັດລົງດ້ວຍຜົນສໍາເລັດອັນຈົບງາມ ໃນຕອນເຊົ້າວັນທີ 29 ເມສາ 2026, ໂດຍການເປັນປະ ທານຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ມີນາຍົກລັດຖະມົນຕີ, ບັນດາການນໍາຂັ້ນສູງພັກ-ລັດ, ອະດີດການນໍາຂັ້ນສູງພັກ-ລັດ ແລະ ຕາງ ໜ້າອົງການຈັດຕັ້ງມະຫາຊົນຂັ້ນສູນກາງ-ແຂວງ ທົ່ວປະ ເທດ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ໄດ້ສຸມສະຕິປັນຍາຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາລາຍງານການເມືອງ ແລະ ການກຳນົດທິດທາງວຽກງານໃນຕໍ່ໜ້າ ທີ່ສອດຄ່ອງກັບມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ 5 ປີ ຄັ້ງທີ X ເຂົ້າສູ່ວຽກງານຕົວຈິງຕາມພາ ລະບົດບາດ ແລະ ໜ້າທີ່ຂອງຕົນ. ພ້ອມກັນນັ້ນ, ກອງປະ ຊຸມໄດ້ຮັບຮອງເອົາ ກົດລະບຽບແນວລາວສ້າງຊາດ ສະ ໄໝທີ XII ທີ່ສອດຄ່ອງກັບສະພາບຕົວຈິງ ແລະ ຮັບຮອງເອົາບົດສຳຫລວດ ການນໍາພາລວມ ຂອງຄະນະກຳມະ ການສູນກາງແນວລາວສ້າງຊາດ ສະໄໝທີ XI. ກອງປະຊຸມໄດ້ຮັບຟັງການປະກອບຄໍາເຫັນ ຈາກຜູ້ຕາງໜ້າອົງການຈັດ ຕັ້ງພັກ-ລັດ,ອົງການພາຄີ,ແນວລາວສ້າງຊາດຂັ້ນທ້ອງຖິ່ນ , ຕົວແບບດີເດັ່ນ ເພື່ອຢັ້ງຢືນ ຕື່ມຕໍ່ລາຍງານການເມືອງ ຊຶ່ງໄດ້ຍົກໃຫ້ເຫັນບາງບົດຮຽນທີ່ດີ, ປະສົບການຕົວຈິງ ແລະ ບາງຕົວຢ່າງທີ່ມີຊີວິດຊີວາຂອງທ້ອງຖິ່ນ.

ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ເປັນເອກະສັນຢ່າງສົມບູນໃນການພິຈາລະນາ ແລະ ຮັບຮອງເອົາຄະນະກຳມະການ ສູນກາງແນວລາວສ້າງຊາດ ສະໄໝທີ XII ຈໍານວນ 250 ສະຫາຍ ຍິງ 55 ສະຫາຍ, ພະສົງ 20 ອົງ ເພື່ອເປັນແກ່ນສານເຕົ້າໂຮມຄວາມສາມັກຄີປອງດອງທົ່ງປວງຊົນລາວທັງຊາດ. ກອງປະຊຸມຄັ້ງປະຖົມມະລືກ ໄດ້ເປັນເອກະສັນຮັບ ຮອງເອົາ ການສະເໜີແຕ່ງຕັ້ງຄະນະປະຈໍາ ສນຊ ຈໍານວນ 11 ສະຫາຍ, ຍິງ 3 ສະຫາຍ; ຮັບຮອງແຕ່ງຕັ້ງເອົາປະທານ ແລະ ຮອງປະທານ ສນຊ ຈໍານວນ 7 ສະຫາຍ, ຍິງ 2 ສະ ຫາຍ ໂດຍຮັບຮອງແຕ່ງຕັ້ງ ສະຫາຍ ກິແກ້ວ ໄຂຄໍາພິທູນ ເປັນປະທານ ສນຊ ສະໄໝທີ XII, ສະຫາຍ ລາວປາວຊົ່ງ ນະວົງໄຊ, ທ່ານ ນາງ ບຸດສະດີ ທະນະເມືອງ, ສະຫາຍ ດາ ວຽງສັກ ຫວ່າງວິຈິດ, ສະຫາຍ ນາງ ໄຊທິດາ ພົມວິຫານ, ສະຫາຍ ວິຣະພົງສ໌ ພົມດວງສີ, ສະຫາຍ ສຸລິປັນຍາ ຣາຊ ສົມບັດ ເປັນຮອງປະທານ. ໃນນັ້ນ, ຮັບຮອງເອົາຮອງປະ ທານບໍ່ປະຈໍາການ ສນຊ 7 ສະຫາຍ, ຍິງ 3 ສະຫາຍ ແລະ ຮັບຮອງເອົາປະທານ-ຮອງປະທານກວດກາ 5 ສະຫາຍ, ຍິງ 2 ສະຫາຍ.

ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ເນັ້ນໃຫ້ແນວລາວສ້າງຊາດ ຕ້ອງປ່ຽນແປງຢ່າງແຂງແຮງ ວິທີການຂົນ ຂວາຍມະຫາຊົນ, ຕ້ອງໃກ້ຊິດກັບມະຫາຊົນ ດ້ວຍຫຼາຍຮູບແບບ, ຫຼາຍຮູບການ, ຫຼີກລ່ຽງການຫັນເປັນແບບບໍລິ ຫານອ້ອຍຕ້ອຍ; ຕ້ອງສືບຕໍ່ຍຶດໝັ້ນແບບແຜນ ທີ່ຖືເອົາການຂົນຂວາຍຊັກຊວນ, ການປຶກສາຫາລື, ປະສານສົມ ທົບ,ຄວາມເປັນເອກະພາບ ແລະຮ່ວມສຳພັນເປັນພື້ນຖານ ໃນການເຄື່ອນໄຫວຂອງຕົນ; ປັບປຸງແບ ແຜນ, ວິທີ, ເນື້ອໃນ ແລະ ຮູບການເຄື່ອນໄຫວ ໃຫ້ສອດຄ່ອງ, ອຸດົມຮັ່ງມີ, ຫຼາຍຮູບຫຼາຍສີ, ເໝາະສົມກັບເງື່ອນໄຂໃນໄລຍະໃໝ່ ແລະ ແທດເໝາະກັບແຕ່ລະເປົ້າໝາຍ; ຕ້ອງຫັນການເຄື່ອນໄຫວລົງຮາກຖານ, ເຈືອຈານເຂົ້າກັບມະຫາຊົນ ແລະ ຂະບວນ ການວຽກງານຕົວຈິງ, ໃກ້ຊິດຕິດພັນກັບປະຊາຊົນ, ກັບຮາກຖານແນວລາວສ້າງຊາດ ຢູ່ຂັ້ນທ້ອງຖິ່ນ ( ບ້ານ, ຕາແສງ, ເມືອງ ຕ້ອງໄດ້ມີໜ້າທີ່ ເຕົ້າໂຮມຄວາມສາມັກຄີ. ເວ ລາດຽວກັນນັ້ນ, ຕ້ອງເປັນຜູ້ໄກ່ເກ່ຍຄວາມຂັດແຍ້ງ ທີ່ເກີດຂຶ້ນໃນທ້ອງຖິ່ນ ໃນຊຸມຊົນ ຢ່າງມີຄວາມນິ້ມນວນ, ເປັນທຳ ແລະ ສັກສິດ.
ຂ່າວ: ກິດຕາ
ພາບ: ອ່າຍຄຳ





