ສອງຂົວເບຕົ່ງຢູ່ເມືອງຄຳ ກໍ່ສ້າງສຳເລັດ 100%

Must read

ໃນວັນທີ 28 ເມສານີ້, ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ ຊຽງຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງກວດກາໂຄງການກໍ່ສ້າງຂົວເບຕົ່ງເສີມເຫຼັກ 2 ແຫ່ງຢູ່ເມືອງຄຳ ແຂວງຊຽງຂວາງ.

ທ່ານ ຈັນສະໝອນ ທຳມະວົງ ປະທານບໍລິສັດ ບ້ານນາ ພັດທະນາກໍ່ສ້າງຈຳກັດ ໄດ້ລາຍງານວ່າ: ບໍລິສັດໄດ້ເລີ່ມລົງມືກໍ່ສ້າງຂົວ 2 ແຫ່ງ ມາແຕ່ວັນທີ 6 ເມສາ 2024 ເຖິງ ວັນທີ 20 ເມສາ 2026, ບັນດາໜ້າວຽກແມ່ນສຳເລັດແລ້ວ 100%. ຂົວ 2 ແຫ່ງນີ້, ແມ່ນນອນຢູ່ໃນເສັ້ນທາງຫຼວງຂອງເມືອງຄຳ ເສັ້ນທາງເລກທີ 3904 (ບ້ານພູເມືອງ ຫາ ບ້ານບານ), 2 ຂົວມີມູນຄ່າການກໍ່ສ້າງ 540,593 ກ່ວາເອີໂຣ, ຄວາມຍາວ ທັງໝົດ 54 ແມັດ (ຂົວນ້ຳຊາມຍາວ 24 ແມັດ, ຂົວນ້ຳມັດຍາວ 30 ແມັດ) ໜ້າຂົວກ້ວາງ 6 ແມັດ, ທາງຍ່າງ 1.2 ແມັດ ທາງປູຢາງ 2 ຊັ້ນ (ທາງເຂົ້າຍາວ 200 ແມັດ), ມີຮາວກັນຕົກ ແລະ ອື່ນໆ. ຂົວດັ່ງກ່າວ, ສາມາດຮັບນ້ຳໜັກໄດ້ 25 ໂຕນ.

ໂອກາດນີ້, ທ່ານ ບົວເງິນ ຫຸມໄຊຍະພົມ ໄດ້ກ່າວສະແດງຄວາມຊົມເຊີຍທີ່ບໍລິສັດ ໄດ້ທຸ່ມເຖເຫື່ອແຮງເຂົ້າໃນການສ້າງສຳໃຫ້ເລັດຕາມສັນຍາທີ່ກໍານົດໄວ້, ເຊິ່ງສະແດງເຖິງຄວາມຮັບຜິດຊອບ, ການວາງແຜນ, ການປະສານສົມທົບປຶກສາຫາລື ນຳພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ວຽກງານສຳເລັດ ແລະ ໃຫ້ພໍ່ແມ່ປະຊາຊົນ ມີຄວາມສະດວກໃນການສັນຈອນສະດວກ ໃນຄ້າ-ຂາຍຜົນລະປູກ ແລະ ໄປ-ມາຫາສູ່ລະຫວ່າງບ້ານ-ເມືອງ-ແຂວງ ຢ່າງປອດໄພ. ທ່ານ ຍັງໄດ້ຮຽກຮ້ອງມາຍັງ ພໍ່ແມ່ປະຊາຊົນໃຫ້ຊ່ວຍກັນປົກປັກຮັກສາ ເພື່ອໃຫ້ຊົມໃຊ້ໄດ້ຍາວນານ.

(ຂ່າວ: ບຸນມີ ແສງທຸມມີ)

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article