ຍທຂ ເມືອງຈຳພອນ ລົງຕິດຕາມການສ້ອມແປງຂົວ ຮັບປະກັນຄວາມປອດໄພໃນການສັນຈອນ

Must read

ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ເພື່ອເປັນການປັບປຸງພື້ນຖານໂຄງລ່າງ ແລະ ອຳນວຍຄວາມສະດວກໃຫ້ແກ່ການໄປ-ມາຫາສູ່ຂອງພໍ່ແມ່ປະຊາຊົນໃຫ້ມີຄວາມສະດວກ ແລະ ປອດໄພກວ່າເກົ່າ, ໃນຕອນບ່າຍວັນທີ 27 ເມສາ 2026 ຜ່ານມານີ້, ທ່ານ ປີໂຕລ້າ ຄູນສັກສີ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງຈຳພອນ ພ້ອມດ້ວຍຄະນະວິຊາການ ລົງຕິດຕາມກວດກາການສ້ອມແປງຂົວເບເລ ຫລື ຂົວເຫລັກປູໄມ້ ຈຳນວນ 2 ຈຸດ ຢູ່ເຂດບ້ານຄໍານ້ອຍ ເມືອງຈໍາພອນ ແຂວງສະຫວັນນະເຂດ ກໍຄື ຂົວຫ້ວຍຊຽງບານ ແລະ ຂົວຫ້ວຍໝາກບ້າ ຊຶ່ງຕັ້ງຢູ່ເສັ້ນທາງຍຸດທະສາດ PR 6303 ເຊື່ອມຕໍ່ແຕ່ບ້ານຫລັກ 35 ຫາ ເທສະບານເມືອງ ຫລື ແກ້ງກອກ.

ຂົວທັງສອງຈຸດດັ່ງກ່າວ ມີສະພາບຊຸດໂຊມຕາມການເວລາ ແລະ ມີບາງສ່ວນເປ່ເພ ຊຶ່ງອາດກໍ່ໃຫ້ເກີດຄວາມສ່ຽງຕໍ່ການເກີດອຸບັດເຫດຂອງຜູ້ຂັບຂີ່ ແລະ ຜູ້ທີ່ສັນຈອນຜ່ານໄປມາ. ສຳລັບໜ້າວຽກຫລັກໃນການສ້ອມແປງຄັ້ງນີ້ ແມ່ນເນັ້ນໃສ່ການປັບປຸງໂຄງສ້າງສ່ວນເທິງ ເປັນຕົ້ນ ການປ່ຽນຖ່າຍໄມ້ຮອງລໍ້ໃໝ່ທີ່ຊຸດໂຊມ, ການຕອກຄືນໄມ້ຮອງລໍ້ທີ່ຫລຸດອອກໃຫ້ມີຄວາມແໜ້ນໜາຄືເກົ່າ, ພ້ອມທັງກວດກາ ແລະ ຈັບບູລອງໄມ້ຂອບທາງທີ່ເຄື່ອນຍ້າຍໃຫ້ກັບຄືນສູ່ສະພາບປົກກະຕິ ເພື່ອຮັບປະກັນຄວາມໝັ້ນຄົງຂອງຂົວ. ໂຄງການສ້ອມແປງດັ່ງກ່າວ, ແມ່ນໄດ້ຮັບການຈັດຕັ້ງປະຕິບັດໂດຍ ບໍລິສັດ ໄກ່ຄຳ.

ໂອກາດນີ້, ທ່ານ ປີໂຕລ້າ ຄູນສັກສີ ໄດ້ໃຫ້ທິດຊີ້ນຳ ແລະ ເນັ້ນໃຫ້ບໍລິສັດຜູ້ຮັບເໝົາ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານໃຫ້ໄດ້ມາດຕະຖານເຕັກນິກຢ່າງເຂັ້ມງວດ ເພື່ອໃຫ້ຂົວມີຄວາມທົນທານ ສາມາດຮອງຮັບການສັນຈອນ ແລະ ການຂົນສົ່ງສິນຄ້າຂອງປະຊາຊົນໃນເຂດດັ່ງກ່າວ ໄດ້ຢ່າງຍາວນານ. ທັງນີ້, ກໍເພື່ອເປັນການກະກຽມຄວາມພ້ອມໃນການສັນຈອນໃຫ້ມີຄວາມຄ່ອງຕົວ ແລະ ຫລຸດຜ່ອນຄວາມສ່ຽງຕ່າງໆ ໂດຍສະເພາະແມ່ນກ່ອນຈະກ້າວເຂົ້າສູ່ລະດູຝົນທີ່ຈະມາເຖິງນີ້ ເຮັດໃຫ້ການໄປມາຫາສູ່ຂອງປະຊາຊົນມີຄວາມສະດວກສະບາຍຫລາຍຂຶ້ນ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article