26 C
Vientiane
ວັນທີ 13 March, 2026

ເຄື່ອງບິນເຕີມນ້ຳມັນສະຫະລັດຕົກໃນອີຣັກ ຍັງບໍ່ຮູ້ສາເຫດທີ່ແນ່ຊັດ

Must read

ເຄື່ອງບິນເຕີມນ້ຳມັນຂອງກອງທັບສະຫະລັດຕົກໃນອີຣັກ ໂດຍຍັງບໍ່ມີການເປີດເຜີຍສາເຫດທີ່ແນ່ຊັດ ແຕ່ກອງບັນຊາການກາງຢືນຢັນວ່າ ບໍ່ແມ່ນຜົນຈາກການຍິງຂອງຝ່າຍສັດຕູ ຫຼື ການຍິງກັນເອງ

ໃນວັນທີ 12 ມີນາ 2026 ກອງທັບສະຫະລັດໄດ້ອອກຖະແຫຼງການວ່າ ເຄື່ອງບິນເຕີມນ້ຳມັນລຸ້ນ KC-135 Stratotanker ໄດ້ປະສົບອຸບັດຕິເຫດຕົກ ໃນພື້ນທີ່ທາງຕາເວັນຕົກຂອງອີຣັກ ໃນວັນພະຫັດ ໂດຍຢືນຢັນວ່າ ເຫດການດັ່ງກ່າວ “ບໍ່ໄດ້ເກີດຈາກການຍິງຂອງຝ່າຍສັດຕູ ຫຼື ການຍິງກັນເອງ” ຢ່າງໃດກໍ່ຕາມ ໃນຖະແຫຼງການຍັງບໍ່ໄດ້ລະບຸສາເຫດທີ່ແນ່ຊັດ ແລະ ບໍ່ໄດ້ບອກວ່າມີຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດຫຼືບໍ່

ຖະແຫຼງການຈາກກອງບັນຊາການກາງສະຫະລັດລະບຸວ່າ ເຫດການເກີດຂຶ້ນໃນນ່ານຟ້າຝ່າຍພັນທະມິດລະຫວ່າງການປະຕິບັດງານ “ເອຜິກ ຟິວຣີ” (Epic Fury) ແລະ ຂະນະນີ້ ຄວາມພະຍາຍາມໃນການກູ້ໄພກຳລັງດຳເນີນຢູ່

ນອກຈາກເຄື່ອງບິນເຕີມນ້ຳມັນລຳທີ່ຕົກແລ້ວ ຍັງມີເຄື່ອງບິນທີ່ກ່ຽວຂ້ອງໃນເຫດການນີ້ອີກ 2 ລຳ ໂດຍເຈົ້າໜ້າທີ່ສະຫະລັດໄດ້ເປີດເຜີຍກັບ CNN ວ່າ ເຄື່ອງບິນລຳທີ່ສອງເປັນລຸ້ນ KC-135 ເຊັ່ນກັນ ແລະ ສາມາດລົງຈອດໄດ້ຢ່າງປອດໄພ

ກອງທັບສະຫະລັດລະບຸອີກວ່າ ຈະເປີດເຜີຍຂໍ້ມູນເພີ່ມເຕີມເມື່ອສະຖານະການຄືບໜ້າ ແລະ ຂໍຄວາມກະລຸນາໃຫ້ລໍຖ້າ ໃນຂະນະທີ່ກຳລັງລວບລວມລາຍລະອຽດ “ເພື່ອໃຫ້ຂໍ້ມູນທີ່ຊັດເຈນແກ່ຄອບຄົວຂອງບັນດາທະຫານ”

ທັງນີ້ ຕາມປົກກະຕິແລ້ວ ເຄື່ອງບິນ KC-135 ຈະມີລູກເຮືອ 3 ຫາ 4 ຄົນ ປະກອບດ້ວຍ ນັກບິນ, ນັກບິນຜູ້ຊ່ວຍ ແລະ ເຈົ້າໜ້າທີ່ຄວບຄຸມການເຕີມນ້ຳມັນ ຊຶ່ງທຳໜ້າທີ່ເຕີມນ້ຳມັນໃຫ້ເຄື່ອງບິນລຳອື່ນກາງອາກາດ ນອກຈາກນີ້ ບາງພາລະກິດອາດຕ້ອງມີເຈົ້າໜ້າທີ່ນຳທາງຮ່ວມດ້ວຍ

ນີ້ຖືເປັນການສູນເສຍເຄື່ອງບິນໃນການປະຕິບັດງານໂຈມຕີອີຣ່ານຄັ້ງລ່າສຸດຂອງສະຫະລັດ ໂດຍໃນອາທິດກ່ອນ ເກີດເຫດເຄື່ອງບິນຂັບໄລ່ F-15E Strike Eagle ຈຳນວນ 3 ລຳ ຖືກພວກດຽວກັນຍິງຕົກເທິງນ່ານຟ້າຄູເວດ ແຕ່ລູກເຮືອທັງ 6 ຄົນ ສາມາດດີດຕົວອອກມາໄດ້ຢ່າງປອດໄພ
ທີ່ມາ: Reuters

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article