ທີມຊາດລາວ U-17 ເອົາຊະນະ ທີມຊາດປາກິດສະຖານ 2:1 ໃນການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2026 ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ ( AFC U-17 Asian Cup 2026 Qualifiers ) ທີ່ປະເທດຄີກິສຖານ.
ຖືວ່າທີມຊາດລາວ U-17 ໄດ້ສ້າງຜົນງານຢ່າງໂດດເດັ່ນໃນລາຍການນີ້ ໂດຍຊະນະສາມນັດຕິດຕໍ່ກັນຄື: ນັດທໍາອິດທີມຊາດລາວ ເອົາຊະນະ ທີມຊາດກວມ 8-0, ນັດທີສອງທີມຊາດລາວ ເອົາຊະນະ ທີມຊາດກໍາປູເຈຍ 5-1 ແລະ ນັດທີສາມ ເອົາຊະນະທີມຊາດປາກິດສະຖານ 2:1 ມີ 9 ຄະແນນ ນໍາເປັນຈ່າຝຸງໃນກຸ່ມ B.
ໃນວັນທີ 28 ພະຈິກ 2025 ເວລາ 20:00 ໂມງ (ເວລາໃນປະເທດລາວ) ທີມຊາດລາວ ພົບ ທີມຊາດຄີກິສຖານ (ເຈົ້າພາບ)
ແລະ ວັນທີ 30 ພະຈິກ 2025 ເວລາ 20:00 ໂມງ (ເວລາໃນປະເທດລາວ) ທີມຊາດລາວ ພົບກັບທີມຊາດເຢເມນ.



