ສູນຂໍ້ມູນແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສະຖາບັນພັດທະນາສັງຄົມຂໍ້ມູນຂ່າວສານ ຈາກ ສ ເກົາຫລີ ໄດ້ຈັດສໍາມະນາໃນຫົວຂໍ້ ນະໂຍບາຍຂໍ້ມູນແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງ ແລະ ຍືນຍົງໃຫ້ແກ່ ການພັດທະນາເສດຖະກິດດີຈິຕອນ ຂຶ້ນໃນວັນທີ 25 ພະຈິກ 2025 ໂດຍການເປັນປະທານຂອງ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກຕສ ມີບັນດາກົມ/ທຽບເທົ່າ, ບໍລິສັດຜູ້ປະກອບການຈາກຂະແໜງການ ໄອຊີທີ ເຂົ້າຮ່ວມ.

ການສໍາມະນາໃນຄັ້ງນີ້, ຈະເປັນຂີດໝາຍທີ່ສໍາຄັນ ຕໍ່ກັບຄວາມພະຍາຍາມຢ່າງຕໍ່ເນື່ອງຂອງ ສປປ ລາວ ແນໃສ່ການຜັນຂະຫຍາຍນະໂຍບາຍ, ແຜນຍຸດທະສາດການຫັນເປັນດີຈິຕອນ ໃຫ້ເປັນຮູບປະທໍາໃນການພັດທະນາຂໍ້ມູນໃຫ້ສາມາດກ້າວໄປສູ່ການນໍາໃຊ້, ການບໍລິການ ແລະ ການພັດທະນາອຸດສາຫະກໍາດ້ານຂໍ້ມູນ ເຊິ່ງເປັນຊັບພະຍາກອນທີ່ສໍາຄັນໃນຍຸກດີຈິຕອນ ໃຫ້ເກີດປະໂຫຍດສູງສຸດ ເພື່ອໃຊ້ເຂົ້າໃນວຽກງານການພັດທະນາເສດຖະກິດ-ສັງຄົມດີຈິຕອນ. ປັດຈຸບັນ, ສປປ ລາວ ກໍາລັງຢູ່ໃນໄລຍະການຊຸກຍູ້ຂະບວນການ ຫັນປ່ຽນເປັນດີຈິຕອນຢ່າງຕັ້ງໜ້າ ດ້ວຍອັດຕາການເຂົ້າເຖິງອິນເຕີເນັດກວ່າ 63% (4,97 ລ້ານຄົນ) ແລະ ການຂະຫຍາຍໂຄງລ່າງ 4G, 5G. ນອກຈາກນີ້, ລັດຖະບານໄດ້ກໍານົດວິໄສທັດ 20 ປີ ແລະ ຍຸດທະສາດ 10 ປີ ເພື່ອສ້າງເສດຖະກິດດີຈິຕອນ ທີ່ຍືນຍົງ ແລະ ທົ່ວເຖິງ. ໃນແຜນພັດທະນາເສດຖະກິດດິຈິຕອນດັ່ງກ່າວ, ມີເປົ້າໝາຍສູ້ຊົນຮອດປີ 2040 ຈະສາມາດຂະຫຍາຍ 5G ຄອບຄຸມ 100% ໃນຂອບເຂດທົ່ວປະເທດ, ການບໍລິການ Platform Online ຂອງລັດໃຫ້ໄດ້ 100%, ເສດຖະກິດດີຈິຕອນ ສາມາດປະກອບສ່ວນ 10% ຂອງ GDP ແຫ່ງຊາດ ແລະ ແຮງງານດີຈິຕອນຄອບຄຸມ 4% ຂອງແຮງງານທັງໝົດ.

ເພື່ອສູ້ຊົນຜັນຂະຫຍາຍ ຈັດຕັ້ງປະຕິບັດໃຫ້ສໍາເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງອອກ ລັດຖະບານ ໄດ້ອອກມາດຕະການຕ່າງໆ ເພື່ອຊຸກຍູ້ສົ່ງເສີມ ການເຂົ້າຮ່ວມຫັນເປັນທັນສະໄໝ ໂດຍໄດ້ກໍານົດໃຫ້ມີວັນດີຈິຕອນ ແຫ່ງຊາດ (10 ມັງກອນ) ເພື່ອກະຕຸກຊຸກຍູ້ການຮັບຮູ້ຂອງປະຊາຊົນ ພ້ອມນັ້ນ, ກໍໄດ້ເພີ່ມທະວີການພົວພັນຮ່ວມມື ຍາດແຍ່ງການຊ່ວຍເຫລືອຈາກພາກເອກະຊົນ ແລະ ສາກົນ ເພື່ອສ້າງລະບົບນິເວດດີຈິຕອນທີ່ຍືນຍົງ.
ຂ່າວ: ສູນຂໍ້ມູນແຫ່ງຊາດ



