ໃນຕອນເຊົ້າຂອງວັນທີ 16 ກັນຍາ 2026 ຢູ່ທີ່ຫ້ອງປະຊຸມນ້ອຍ 207 ຂອງສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມປຶກສາຫາລືເພື່ອແກ້ໄຂ ບັນຫາສູນປະຕິບັດທໍາ ຫຼັກ 38 ຕັ້ງຢູ່ບ້ານສ້າງໃສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ນາງ ບຸດສະດີ ທະນະເມືອງ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ມີຜູ້ຕາງໜ້າຈາກອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ, ກົມສາສະໜາ ສູນກາງແນວລາວສ້າງຊາດ, ກົມຊົນເຜົ່າ ແລະ ສາສະໜາ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກົມ 201 ກະຊວງປ້ອງກັນຄວາມສະຫງົບ, ປກສ ນະຄອນຫຼວງ, ແນວລາວສ້າງຊາດນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 21 ອົງ/ທ່ານ (ພຣະສົງ 4 ອົງ, ຍິງ 04 ທ່ານ).
ຈຸດປະສົງຂອງກອງປະຊຸມ: ເພື່ອປຶກສາຫາລືຄົ້ນຄວ້າມາດຕະການແກ້ໄຂ ບັນຫາຮ້ອນທີ່ພົ້ນເດັ່ນຢູ່ໃນສັງຄົມ-ສື່ອອນລາຍ ມີຜູ້ແອບອ້າງຕົນເປັນພະສີອາຣິຍະເມດໄຕ ຢູ່ສູນປະຕິບັດທໍາ ຫຼັກ 38 ຢູ່ບ້ານສ້າງໃສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ. ກອງປະຊຸມໄດ້ຮັບຟັງລາຍງານກ່ຽວກັບປະຫວັດການເຄື່ອນໄຫວຂອງ ນາງ ທອງແກ້ວ ຊຸມພົນພັກດີ (ຄໍາວົງສາ) ຈາກກົມສາສະໜາ ແລະ ພາກສ່ວນທີ່ເຂົ້າຮ່ວມກອງປະຊຸມ ພ້ອມທັງຕັ້ງບັນຫາແລກປ່ຽນຕໍ່ມາດຕະການແກ້ໄຂ ດັ່ງນີ້:
ຄວາມເປັນມາຂອງສູນປະຕິບັດທໍາຫຼັກ 38 ສາຂາວັດປ່ານາຄູນນ້ອຍ:
- ສູນປະຕິບັດທໍາຫຼັກ 38 ສາຂາວັດປ່ານາຄູນນ້ອຍ ບ້ານສ້າງໃສ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ສ້າງຕັ້ງຂຶ້ນໃນຊຸມປີ 2009 ໂດຍໄດ້ຮັບອະນຸຍາດຢ່າງເປັນທາງການ ຕາມຂໍ້ຕົກລົງສະບັບ 310/ຈນວ, ລົງວັນທີ 07 ຕຸລາ 2010.
- ກ່ຽວກັບເຈົ້າສໍານັກ ຄື: ນາງ ທອງແກ້ວ ຊຸມພົນພັກດີ (ຄໍາວົງສາ) ອາຊີບເປັນນັກທຸລະກິດ ຈາກແຂວງເຊກອງ, ໃນຊຸມປີ 2000 ນາງ ທອງແກ້ວ ໄດ້ໄປສຶກສາກ່ຽວກັບພຸດທະສາສະໜາທີ່ແຂວງອຸບົນ ປະເທດໄທ. ໃນວັນທີ 2001 ຫາປີ 2009 ໄດ້ມີການເຄື່ອນໄຫວຢູ່ພູສໍາລີ ທີ່ເມືອງໂພນທອງ ແຂວງຈໍາປາສັກ ແລະ ຕໍ່ມາຜູ້ກ່ຽວມີບັນຫາ ຫຼື ຄວາມບໍ່ເຄົາລົບພຣະອາຈານໃຫຍ່ມະຫາຜ່ອງ ສະມະເລິກ (ຮອງປະທານສູນກາງ ອພສ) ໃນເວລານັ້ນ ເພິ່ນໄດ້ຂັບໄລ່ຜູ້ກ່ຽວອອກຈາກວັດພູສໍາລີ ແລະ ຜູ້ກ່ຽວໄດ້ຂຶ້ນມາຢູ່ນະຄອນຫຼວງວຽງຈັນ ແລະ ເຄື່ອນໄຫວເຜີຍແຜ່ສິນທໍາ-ອິປັດສະນາກໍາມະຖານ ຊ່ວຍພຣະອາຈານໃຫຍ່ຊາລີ ກັນຕະສິໂລ ຫົວໜ້າກໍາມາທິການເຜີຍແຜ່-ປະຕິບັດກໍາມະຖານ (ຮອງປະທານສູນກາງ ອພສ).
- ໃນປີຊຸມປີ 2010 ຜູ້ກ່ຽວໄດ້ມີການເຄື່ອນໄຫວຢູ່ວັດປ່ານາຄູນນ້ອຍ ແລະ ໄດ້ຊື້ດິນຢູ່ຫຼັກ 38 ບ້ານສ້າງໃສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ແລະ ຜູ້ກ່ຽວໄດ້ຖວາຍດິນຕອນດັ່ງກ່າວ ຈໍານວນ 05 ເຮັກຕາໃຫ້ແກ່ພຣະອາຈານໃຫຍ່ຊາລີ ກັນຕະສີໂລ ເພື່ອສ້າງເປັນສູນປະຕິບັດທໍາ ສາຂາວັດປ່ານາຄູນນ້ອຍ ຈົນມາຮອດປັດຈຸບັນນີ້.
- ກ່ອນຈະເກີດມີບັນຫາດັ່ງກ່າວ, ໃນວັນທີ 4 ກັນຍາ 2026 ສູນປະຕິບັດທໍາຫຼັກ 38 ໄດ້ຈັດກິດຈະກໍາສະຫຼອງຜົນງານ ໃນການຝຶກກາຍປະຕິບັດທໍາໃຫ້ຄວາມເມດຕາ ໃນນັ້ນ ນາງ ທອງແກ້ວ ຊຸມພົນພັກດີ (ນາງທອງແກ້ວ ຄໍາວົງສາ) ໄດ້ປະກາດຕົນເປັນ ພຣະສີອະລິຍະເມດໄຕ ໃນງານດັ່ງກ່າວ ຊຶ່ງມີຜູ້ເຂົ້າຮ່ວມປະມານ 500 ກວ່າຄົນ, ຄົນຕ່າງປະເທດ 10 ຄົນ, ຍິງ 7 ຄົນ (ເປັນຄົນໄທ), ມີພະສົງເຂົ້າຮ່ວມ 7 ອົງ ແລະ ສາມະເນນ 5 ອົງ.
ໃນໄລຍະຜ່ານມາການເຄື່ອນໄຫວຂອງ ນາງ ທອງແກ້ວ ຊຸມພົນພັກດີ ເຫັນວ່າບໍ່ຖືກຕ້ອງ ແລະ ບໍ່ສອດຄ່ອງຕາມຫຼັກທໍາຄໍາສອນຂອງພຸດສາສະໜາ (ມີລັກສະນະປະຍຸກ-ປະສົມປະສານກັນຕົນເອງມະໂນພາບຂຶ້ນເອງ) ແລະ ລະບຽບກົດໝາຍບ້ານເມືອງ ໃນບາງມາດຕາຂອງດໍາລັດ 315 ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາຢູ່ ສປປ ລາວ.
ຕໍ່ກັບບັນຫາການເຄື່ອນໄຫວຂອງຜູ້ກ່ຽວ ການຈັດຕັ້ງຂັ້ນຕ່າງໆກ່ຽວຂ້ອງ ໄດ້ມີການຕັກເຕືອນຫຼາຍຄັ້ງ ແລະ ໄດ້ເຮັດບົດບັນທຶກຕໍ່ການເຄື່ອນໄຫວຜູ້ກ່ຽວ ຈໍານວນ 09 ຄັ້ງຜ່ານມາແລ້ວ ແຕ່ຜູ້ກ່ຽວກໍກັບມາເຮັດອີກ.
ກອງປະຊຸມໄດ້ຄົ້ນຄວ້າ ປະກອບຄໍາເຫັນກວ້າງຂວາງ ຢ່າງເລິກເຊິ່ງ ແລະ ວິທີແກ້ໄຂ … ໂດຍອີງໃສ່ພຶດຕິກໍາຂອງຜູ້ກ່ຽວ ທີ່ມີລັກສະນະລົບລູ່ ບິດເບືອນຫຼັກທໍາຄໍາສອນທາງພຸດທະສາສະໜາ ເຄື່ອນໄຫວບໍ່ສອດຄ່ອງກັບແນວທາງນະໂຍບາຍ, ກົດໝາຍ, ລະບຽບການ, ຮີດຄອງປະເພນີອັນດີງາມຂອງຊາດ ແລະ ມີລັກສະນະທ້າທາຍຈັດຕັ້ງ ແລະ ສັງຄົມເປັນຕົ້ນ.
ສະນັ້ນ ກອງປະຊຸມໄດ້ເຫັນດີ ແລະ ເອກະພາບກັນສູງ ເຫັນສົມຄວນແກ້ໄຂບັນຫາສູນດັ່ງກ່າວ ຢ່າງເດັດຂາດຂາດຕົວ ໂດຍສະເໜີແນວທາງແກ້ໄຂ 02 ວິທີການ ເພື່ອລາຍງານຂໍຄໍາເຫັນຈາກທ່ານປະທານສູນກາງແນວລາວສ້າງຊາດ ແລະ ທ່ານລັດຖະມົນຕີ-ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ພິຈາລະນາຕົກລົງຊີ້ນໍາບັນຫາດັ່ງກ່າວ, ຫຼັງຈາກນັ້ນມອບໃຫ້ພາກສ່ວນກ່ຽວຂ້ອງ ສົມທົບກັບອົງການປົກຄອງນະຄອນຫຼວງ ເປັນຜູ້ຈັດຕັ້ງປະຕິບັດ ແກ້ໄຂບັນຫາດັ່ງກ່າວນີ້.
ມາດຕະການແກ້ໄຂ:
- ວິທີທີ່ໜຶ່ງ: ແກ້ໄຂດ້ວຍສັນຕິວິທີ: ໂດຍແຕ່ງຕັ້ງຄະນະຮັບຜິດຊອບຈາກພາກສ່ວນກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນນະຄອນວຽງຈັນ ລົງໄປສຶກສາອົບຮົມຜູ້ກ່ຽວ ແລະ ໃຫ້ຜູ້ກ່ຽວອອກມາແກ້ຂ່າວ ກ່ຽວກັບຄວາມຫຼົງຜິດທີ່ໄດ້ປະກາດຕົນເປັນພຣະສີອາຣິຍະເມດໄຕ….ລົງສື່ອອນລາຍໃຫ້ສັງຄົມເຂົ້າໃຈ.
- ວິທີທີສອງ: ແກ້ໄຂໂດຍການໃຊ້ມາດຕະການເດັດຂາດ: ຫ້າມບໍ່ໃຫ້ຜູ້ກ່ຽວເຄື່ອນໄຫວກິດຈະກໍາເຜີຍແຜ່ທໍາ ຢູ່ໃນສູນປະຕິບັດທໍາດັ່ງກ່າວ ແລະ ໃນຂອບເຂດທົ່ວປະເທດ, ມອບໃຫ້ອໍານາດປົກຄອງນະຄອນຫຼວງ ອອກຄໍາສັ່ງໂຈະກິດຈະກິດຂອງສູນທັງໝົດ ແລະ ກໍານົດເວລາໃຫ້ຜູ້ກ່ຽວຍ້າຍອອກຈາກສູນພາຍໃນ 07 ວັນ ໂດຍອີງໃສ່ດໍາລັດ 315/ລບ ລົງວັນທີ 16 ສິງຫາ 2016 ໝວດ 5, ມາດຕາ 25 ວ່າດ້ວຍຂໍ້ຫ້າມສໍາລັບນັກບວດ, ນັກສອນສາສະໜາ, ສາສະນິກະຊົນ ແລະ ການຈັດຕັ້ງສາສະໜາ ໂຄສະນາ ແລະ ເຜີຍແຜ່ເນື້ອໃນບິດເບືອນຫຼັກທໍາຄໍາສັ່ງສອນຂອງສາສະໜາ, ເຄື່ອນໄຫວບໍ່ສອດຄ່ອງກັບແນວທາງນະໂຍບາຍ, ກົດໝາຍ, ລະບຽບການ, ຮີດຄອງປະເພນີອັນດີງາມຂອງຊາດ (ລາຍລະອຽດມີຢູ່ໃນມາດຕາ 25 ແລະ ມາດຕາ 26 ຂອງດໍາລັດສະບັບນີ້).
(ໃນກໍລະນີໃຊ້ສອງມາດຕະການນີ້ແລ້ວ, ແຕ່ຜູ້ກ່ຽວບໍ່ປະຕິບັດຕາມພາຍໃນ 07 ວັນ (ນັບແຕ່ມື້ແຈ້ງການໃຫ້ຜູ້ກ່ຽວ) ແມ່ນມອບໃຫ້ເຈົ້າໜ້າທີ່ ປກສ ປະຕິບັດຕາມລະບຽບກົດໝາຍ ຢ່າງເດັດຂາດ)
ດັ່ງນັ້ນ, ຈຶ່ງໄດ້ເຮັດບົດບັນທຶກສະບັບນີ້ ເພື່ອເປັນບ່ອນອີງ ແລະ ເພື່ອລາຍງານຕໍ່ຂັ້ນເທິງ ເພື່ອຊາບ ແລະ ພິຈາລະນາ ມີທິດຊີ້ນໍາ ໃນການຈັດຕັ້ງປະຕິບັດ ດ້ວຍ.


ທີ່ສູນກາງແນວລາວສ້າງຊາດ, ວັນທີ 16 ກັນຍາ 2026





