ສະພາບອາກາດປະຈຳວັນທີ 23 ກັນຍາ 2026

Must read

ພະຍາກອນອາກາດ ປະຈຳວັນທີ 23 ກັນຍາ 2026 (ເວລາ 07:00 ຫາ 12:00 ໂມງ) ໃຫ້ຮູ້ວ່າ: ຄວາມກົດດັນສູງຂອງອາກາດເຢັນທີ່ມີກຳລັງອ່ອນ ຫາ ປານກາງ ຍັງສືບຕໍ່ປົກຄຸມຢູ່ພາກເໜືອ ແລະ ພາກກາງຂອງປະເທດລາວ, ສົມທົບກັບລົມຕາເວັນອອກພັດປົກຄຸມ ສະພາບການດັ່ງກ່າວ ຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າຢູ່ບັນດາແຂວງພາກເໜືອດ້ານຕາເວັນອອກ ແລະ ຈະມີຝົນຕົກໃນລະດັບຄ່ອຍບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ.

ລາຍລະອຽດສະພາບອາກາດຕາມແຂວງຕ່າງໆ:

ແຂວງຜົ້ງສາລີ ແລະ ບຸນເໜືອ: ມີເມກປົກຫຸມເປັນບາງສ່ວນ, ອຸນຫະພູມຕໍ່າສຸດ 16 ຫາ 17 ອົງສາ ແລະ ສູງສຸດ 28 ຫາ 30 ອົງສາ.

ແຂວງຫົວພັນ (ເມືອງວຽງໄຊ, ຊຳເໜືອ) ແລະ ຊຽງຂວາງ (ເມືອງແປກ): ມີໝອກໃນຕອນເຊົ້າ, ອຸນຫະພູມຕໍ່າສຸດ 18 ຫາ 19 ອົງສາ ແລະ ສູງສຸດ 28 ຫາ 29 ອົງສາ.

ແຂວງອຸດົມໄຊ, ບໍ່ແກ້ວ, ຫຼວງນຳທາ, ສິງ ແລະ ຫຼວງພະບາງ: ສ່ວນໃຫຍ່ມີເມກປົກຫຸມເປັນບາງສ່ວນ, ອຸນຫະພູມຕໍ່າສຸດ 19 ຫາ 26 ອົງສາ ແລະ ສູງສຸດ 31 ຫາ 33 ອົງສາ.

ນະຄອນຫຼວງວຽງຈັນ ແລະ ບັນດາແຂວງພາກກາງ-ພາກໃຕ້: ໂດຍລວມມີເມກປົກຫຸມເປັນບາງສ່ວນ ແລະ ບາງແຂວງອາດມີຝົນຕົກໃນລະດັບຄ່ອຍ ເຊັ່ນ: ແຂວງສະຫວັນນະເຂດ, ຈຳປາສັກ, ເຊກອງ ແລະ ອັດຕະປື.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article