ນາຍົກລັດຖະມົນຕີໂອ້ລົມຕໍ່ກອງປະຊຸມເຜີຍແຜ່ວາລະແຫ່ງຊາດ ເນັ້ນ 5 ວຽກຈຸດສຸມ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

Must read

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໂອ້ລົມໃນກອງປະຊຸມເຜີຍແຜ່ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 21 ກັນຍາ ທີ່ຫໍປະຊຸມແຫ່ງຊາດ ໂດຍມີບັນດາການນຳຂັ້ນສູງ, ຜູ້ຕາງໜ້າກະຊວງ, ແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານນາຍົກກ່າວວ່າ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແມ່ນວຽກງານຍຸດທະສາດສຳຄັນຂອງພັກ-ລັດ ໂດຍມີເປົ້າໝາຍຫຼຸດຜ່ອນຄວາມແຕກໂຕນລະຫວ່າງຕົວເມືອງກັບຊົນນະບົດ ແລະ ນຳພາປະເທດຫຼຸດພົ້ນຈາກສະຖານະປະເທດດ້ອຍພັດທະນາ. ວຽກງານນີ້ຍັງເຊື່ອມໂຍງກັບວາລະ 2030 ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ຂອງສະຫະປະຊາຊາດ.

ສຳລັບໄລຍະປີ 2027-2030 ໄດ້ກຳນົດຄາດໝາຍສ້າງຄອບຄົວພົ້ນທຸກຫຼາຍກວ່າ 100,000 ຄອບຄົວ, ຫຼຸດອັດຕາຄວາມທຸກຍາກໃຫ້ເຫຼືອພຽງໜຶ່ງໂຕເລກ, ສ້າງບ້ານພົ້ນທຸກຫຼາຍກວ່າ 1,000 ບ້ານ ແລະ ເມືອງພົ້ນທຸກຫຼາຍກວ່າ 25 ເມືອງ ຕາມແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030).

ທ່ານນາຍົກໄດ້ເນັ້ນ 5 ວຽກຈຸດສຸມ ເພື່ອບັນລຸຄາດໝາຍດັ່ງກ່າວ ຄື:

1. ສ້າງອາຊີບ ແລະ ລາຍຮັບໝັ້ນຄົງ ຜ່ານການສົ່ງເສີມກະສິກຳສຸມ, ກະສິກຳປະສົມປະສານ ແລະ ການຜະລິດເປັນສິນຄ້າ.

2. ພັດທະນາໂຄງລ່າງຊົນນະບົດ ໂດຍເນັ້ນເສັ້ນທາງ, ໄຟຟ້າ, ນ້ຳສະອາດ ແລະ ການເຊື່ອມໂຍງຊຸມຊົນ.

3. ຍົກລະດັບຄຸນນະພາບຊີວິດ ດ້ານການສຶກສາ, ສາທາລະນະສຸກ ແລະ ໂພຊະນາການ.

4. ເສີມສ້າງລະບົບການເມືອງຮາກຖານ ຕິດພັນກັບທິດນຳ “3 ສ້າງ” ແລະ ການສ້າງນັກພັດທະນາກອນກັບທີ່.

5. ຄຸ້ມຄອງຊັບພະຍາກອນ ແລະ ທີ່ດິນທຳມາຫາກິນ ພ້ອມທັງເລັ່ງເກັບກູ້ລະເບີດຕົກຄ້າງ.

ນອກນີ້ ຍັງເນັ້ນການລະດົມທຶນຈາກຫຼາຍພາກສ່ວນ, ປັບປຸງກົນໄກຄຸ້ມຄອງ ແລະ ພັດທະນາຖານຂໍ້ມູນຄວາມທຸກຍາກໃຫ້ທັນສະໄໝ ເພື່ອໃຫ້ການຊ່ວຍເຫຼືອຖືກເປົ້າໝາຍ ແລະ ໂປ່ງໃສ.

ທ່ານສອນໄຊ ສະຫຼຸບວ່າ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແມ່ນຄວາມຮັບຜິດຊອບລວມຂອງທຸກພາກສ່ວນ ໂດຍຕ້ອງປະສານງານຢ່າງກົມກຽວ ແລະ ນຳໃຊ້ຊັບພະຍາກອນຢ່າງມີປະສິດທິຜົນ ເພື່ອຍົກລະດັບຊີວິດປະຊາຊົນ ແລະ ຂັບເຄື່ອນປະເທດສູ່ການພັດທະນາທີ່ຍືນຍົງ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article