ວິກິດໄພແຫ້ງແລ້ງສີລັງກາ ກອງທັບອາກາດສີລັງກາໄດ້ນຳພາພິກຂຸສົງຂຶ້ນເຮືອບິນ ເພື່ອສວດຂໍຝົນ.

Must read

ກອງທັບອາກາດສີລັງກາໄດ້ນຳເອົາເຮືອບິນ Y-12 ຂຶ້ນບິນເພື່ອໂປຍນ້ຳມົນ ເໜືອບາງພື້ນທີ່ຂອງປະເທດ ເຊິ່ງເປັນສ່ວນໜຶ່ງຂອງພິທຳກຳເຊີງສັນຍະລັກເພື່ອອະທິຖານຂໍຝົນ ຫຼັງຈາກຫຼາຍພື້ນທີ່ກຳລັງປະເຊີນກັບສະພາບອາກາດແຫ້ງແລ້ງ.

ພິທີດັ່ງກ່າວຈັດຂຶ້ນເພື່ອສົ່ງແຮງອະທິຖານ ແລະ ຄວາມປາດຖະໜາດີໄປຍັງປະຊາຊົນ, ສັດປ່າ ແລະ ລະບົບນິເວດທີ່ໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ.

ກົມອຸຕຸນິຍົມວິທະຍາສີລັງກາເຕືອນວ່າ ທັງໄພແຫ້ງແລ້ງຮຸນແຮງ ແລະ ຝົນຕົກໜັກ ມີແນວໂນ້ມທີ່ຈະເກີດຂຶ້ນໃນປະເທດທີ່ພຶ່ງພາການກະເສດເປັນຫຼັກແຫ່ງນີ້ ຕະຫຼອດຊ່ວງທີ່ເຫຼືອຂອງປີ ເນື່ອງຈາກສີລັງກາກຳລັງປະເຊີນກັບປາກົດການເອລນີໂຢ (El Nino) ທີ່ຮຸນແຮງທີ່ສຸດເທົ່າທີ່ເຄີຍມີມາ.

ໃນອຸທະຍານສັດປ່າທີ່ໃຫຍ່ທີ່ສຸດຂອງສີລັງກາຢ່າງ ຍາລາ (Yala) ເຊິ່ງຕັ້ງຢູ່ທາງທິດຕາເວັນອອກສຽງໃຕ້, ພື້ນທີ່ສຳລັບນັກທ່ອງທ່ຽວ 2 ໃນ 6 ແຫ່ງ ຖືກປິດໃຫ້ບໍລິການເນື່ອງຈາກໄພແຫ້ງແລ້ງ.

ຜູ້ຊ່ຽວຊານດ້ານອຸຕຸນິຍົມວິທະຍາຄາດການວ່າ ໄພແຫ້ງແລ້ງໃນປະຈຸບັນຈະຄ່າຍລົງ ແລະ ເຂົ້າສູ່ຊ່ວງຝົນຕົກໜັກຕໍ່ເນື່ອງຍາວນານຕັ້ງແຕ່ປາຍເດືອນກັນຍາເຖິງເດືອນທັນວາ. ຢ່າງໃດກໍຕາມ, ຫຼັງຈາກຊ່ວງຝົນຕົກແລ້ວ ຄາດວ່າຈະເກີດໄພແຫ້ງແລ້ງຍາວນານຂຶ້ນອີກຄັ້ງໃນຊ່ວງຕົ້ນປີໜ້າ.

ເຈົ້າໜ້າທີ່ລະບຸວ່າ ລະດັບນ້ຳໃນອ່າງເກັບນ້ຳ, ເຊິ່ງລວມເຖິງອ່າງເກັບນ້ຳທີ່ໃຊ້ສຳລັບໂຮງງານໄຟຟ້າພະລັງນ້ຳ ປະຈຸບັນແມ່ນຢູ່ທີ່ປະມານ 50% ຂອງຄວາມຈຸເທົ່ານັ້ນ ເຊິ່ງຍັງດີກວ່າປີກ່ອນໆ ແຕ່ກໍຍັງມີຄວາມກັງວົນວ່າໄພແຫ້ງແລ້ງຈະຮຸນແຮງຂຶ້ນໃນປີໜ້າຕາມທີ່ຄາດການໄວ້.

ບໍລິສັດການໄຟຟ້າສີລັງກາເຄີຍຈັດພິທຳກຳທາງສາສະໜາເພື່ອຂໍຝົນ ເມື່ອລະດັບນ້ຳໃນອ່າງເກັບນ້ຳພະລັງງານນ້ຳຫຼຸດລົງ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article