ຕາມຫາຄົນຮ້າຍລັກຕັດສາຍໄຟ ກໍ່ເຫດຊ້ຳ 2 ຄັ້ງ ເຈົ້າຂອງເຮືອນຂໍຄວາມຮ່ວມມື ຖ້າພົບເຫັນຊ່ວຍແຈ້ງເບາະແສ

Must read

ວັນທີ 22 ກັນຍາ 2026 ເວລາປະມານ 04:07 ນາທີ ຊາຍໜຸ່ມ 2 ຄົນກໍ່ເຫດລັກຕັດສາຍໄຟ ຢູ່ເຮືອນປະຊາຊົນ ບ້ານໄຊສະຫວ່າງ ເມືອງໄຊທານີ ນະຄອນຫລວງວຽງຈັນ.

ເຫດການຄັ້ງນີ້ເປັນ ຄັ້ງທີ 2 ທີ່ເກີດຂຶ້ນໃນບໍລິເວນດັ່ງກ່າວ. ໂດຍເຫດຄັ້ງທຳອິດເກີດຂຶ້ນໃນວັນທີ 2 ກັນຍາ 2026 ເຊິ່ງໃນຄັ້ງນັ້ນມີຄົນຮ້າຍ 4 ຄົນ ໃຊ້ລົດຈັກ 2 ຄັນ ແລະ ມີລັກສະນະຄ້າຍຄຽງກັບເຫດການຄັ້ງລ່າສຸດ.

ເຈົ້າຂອງເຮືອນຜູ້ເສຍຫາຍໃຫ້ຂໍ້ມູນວ່າ: ຈາກພາບກ້ອງວົງຈອນປິດ, ໂຈນໄດ້ມານໍາກັນ ສອງຄົນ

ລັກສະນະຄົນຮ້າຍຕາມພາບ:

  • ຄົນທີ 1: ເພດຊາຍ, ໃສ່ເສື້ອຍືດແຂນສັ້ນສີຄຣີມ/ເທົາ ມີສະກຣີນຕົວໜັງສືຢູ່ໜ້າອົກ, ໂສ້ງຂາສັ້ນ, ພາຍກະເປົາສີດຳ, ໃສ່ຜ້າອັດປາກສີດຳ ແລະ ໃສ່ເກີບແຕະ.
  • ຄົນທີ 2: ເພດຊາຍ, ໃສ່ໝວກແກັບ, ເສື້ອແຂນຍາວລາຍ, ໂສ້ງຂາຍາວ ແລະ ໃສ່ເກີບແຕະ.

ຂໍຄວາມຮ່ວມມືຈາກປະຊາຊົນ

ຖ້າທ່ານໃດພົບເຫັນ ຫລື ຮູ້ເບາະແສບຸກຄົນທີ່ມີລັກສະນະດັ່ງກ່າວ, ສາມາດແຈ້ງຫາເຈົ້າໜ້າທີ່ຕຳຫລວດ ຫລື ແຈ້ງຫາເບີ 020 9963 9559

ທັງນີ້ ຂໍໃຫ້ຜູ້ພົບເຫັນຂໍ້ມູນຢ່າເຂົ້າໄປເຂົ້າໄປຈັບກຸມຜູ້ຕ້ອງສົງໄສດ້ວຍຕົນເອງເພື່ອຄວາມປອດໄພ ຖ້າພົບເຫັນບຸກຄົນຫນ້າສົງໄສແຈ້ງໃຫ້ເຈົ້າໜ້າທີ່ ຫຼື ຜູ້ເສຍຫາຍຊາບໂດຍໄວ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article