ນະຄອນຫຼວງວຽງຈັນ, ວັນທີ 25 ສິງຫາ 2026 – ບໍລິສັດ ໄຟຟ້ານ້ຳເທີນ 2 ຈຳກັດ (NTPC) ຂໍແຈ້ງໃຫ້ຊາບວ່າ ບໍລິສັດກຳລັງກະກຽມດຳເນີນການປ່ອຍນ້ຳແບບຄວບຄຸມ ຜ່ານປະຕູລະບາຍນ້ຳລົ້ນຂອງເຂື່ອນນາກາຍ ເພື່ອໃຫ້ສອດຄ່ອງກັບຂັ້ນຕອນການຄຸ້ມຄອງອ່າງເກັບນ້ຳ ແລະ ເພື່ອຮັບປະກັນຄວາມປອດໄພຂອງເຂື່ອນ.
ອີງຕາມການພະຍາກອນອາກາດຫຼ້າສຸດ ຈະມີປະລິມານນ້ຳຝົນຕົກຫຼາຍໃນເຂດອ່າງແມ່ນ້ຳເທີນ ໃນໄລຍະສອງສາມມື້ຂ້າງໜ້າ. ເນື່ອງຈາກປະລິມານນ້ຳໄຫຼເຂົ້າອ່າງເກັບນ້ຳສືບຕໍ່ເພີ່ມຂຶ້ນ, NTPC ຈຶ່ງໄດ້ຕິດຕາມສະພາບອຸທົກກະສາດ, ລະດັບນ້ຳໃນອ່າງເກັບນ້ຳ ແລະ ການພະຍາກອນອາກາດ.
ອີງຕາມການປະເມີນໃນປັດຈຸບັນ, ການປ່ອຍນ້ຳຜ່ານປະຕູລະບາຍນ້ຳລົ້ນແບບຄວບຄຸມ ອາດຈະເລີ່ມຕົ້ນແຕ່ *ວັນທີ 26 ສິງຫາ 2026* ເປັນຕົ້ນໄປ, ໂດຍອັດຕາການປ່ອຍນ້ຳຈະຄ່ອຍໆເພີ່ມຂຶ້ນເປັນຂັ້ນຕອນ. ໄລຍະເວລາ ແລະ ປະລິມານການປ່ອຍນ້ຳ ຈະຂຶ້ນກັບສະພາບການໄຫຼເຂົ້າຂອງນ້ຳ ແລະ ສະພາບອາກາດຕົວຈິງ.
ການດຳເນີນງານນີ້ ແມ່ນມາດຕະການດ້ານຄວາມປອດໄພທີ່ວາງແຜນໄວ້ລ່ວງໜ້າ ແລະ ເປັນມາດຕະການປ້ອງກັນ ເພື່ອຮັກສາຄວາມປອກໄພຂອງອ່າງເກັບນ້ຳໃຫ້ພຽງພໍໃນລະດູຝົນ ແລະ ຮັບປະກັນການດຳເນີນງານທີ່ປອດໄພຢ່າງຕໍ່ເນື່ອງຂອງໂຮງງານໄຟຟ້ານ້ຳເທີນ 2. ການປ່ອຍນ້ຳຄັ້ງນີ້ແມ່ນປະຕິບັດຕາມຂັ້ນຕອນການດຳເນີນງານທີ່ກຳນົດໄວ້ ແລະ ບໍ່ໄດ້ສະແດງເຖິງບັນຫາດ້ານໂຄງສ້າງຂອງເຂື່ອນ ຫຼື ພື້ນຖານໂຄງລ່າງທີ່ກ່ຽວຂ້ອງແຕ່ຢ່າງໃດ.
NTPC ໄດ້ແຈ້ງໃຫ້ອົງການປົກຄອງພາກລັດທີ່ກ່ຽວຂ້ອງຊາບແລ້ວ ແລະ ກຳລັງປະສານງານຢ່າງໃກ້ຊິດກັບພາກສ່ວນທີ່ກ່ຽວຂ້ອງໃນລະດັບແຂວງ, ເມືອງ ແລະ ທ້ອງຖິ່ນ. ລະບົບເຕືອນໄພຊຸມຊົນ ແລະ ຊ່ອງທາງການສື່ສານ ກຳລັງຖືກນຳໃຊ້ ເພື່ອຮັບປະກັນການເຜີຍແຜ່ຂໍ້ມູນຂ່າວສານໄປສູ່ເຂດທີ່ອາດໄດ້ຮັບຜົນກະທົບຢ່າງທັນເວລາ.






