ເຈົ້າໜ້າທີ່ປກສແລະປກຊ ເລັ່ງຊອກຫາໂຊເຟີ້ລົດ ທີ່ລົດເກີດອຸບັດຕິເຫດໃນຄືນວັນທີ 20 ສິງຫາ 2026 ທີ່ຜ່ານມາ

Must read

ຂໍ້ມູນຈາກກອງບັນຊາການ ປກສ ເມືອງຮຸນ ລາຍງານເບື້ອງຕົ້ນໃຫ້ຮູ້ວ່າ: ໃນເວລາ 19 ໂມງ 47 ນາທີ ຂອງວັນທີ 20 ສິງຫາ 2026 ໄດ້ເກີດມີອຸບັດຕິເຫດລົດ12ລໍ້ຕົກຂົວນ້ຳແບງ ບ້ານວັງລ່ຳ ເມືອງຮຸນແຂວງອຸດົມໄຊ.

ຜູ້ຂັບຂີ່ຊື່ທ້າວ ລາວເຕິນ ອາຍຸ 42 ປີ ອາຊີບຂັບລົດ. ສັນຊາດຈີນ,ເຊື້ອຊາດຈີນ ບັງບໍ່ທັນຮູ້ເມືອງແລະແຂວງທີ່ຢູ່. ເປັນຜູ້ຂັບລົດ 12 ລໍ້ສີແດງ ຍີ່ຫໍ້ຕົງພົງ ເລກທະບຽນ GA 5100 ປະຈຸບັນທາງເຈົ້າໜ້າທີຈາກກຳລັງ ປກຊ ແລະ ປກສ ພວກເລັ່ງຊອກຫາ. (ລາຍລະອຽດມີຂໍ້ມູນເພີ່ມເຕີມຈະແຈ້ງໃຫ້ຊາບໂດຍໄວ)

ຂ່າວ: ສະຖານີວິທະຍຸຊຸມຊົນ ເມືອງຮຸນ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article