ທ່ານ ໂດນັລ ທຣຳ ປະກາດ ເລື່ອນການບັງຄັບໃຊ້ພາສີນຳເຂົ້າສິນຄ້າຈາກແຄນາດາ 50% ອອກໄປ 3 ມື້ ຫຼັງສະຫະລັດ ແລະ ແຄນາດາ ເລ່ງເຈລະຈາຂໍ້ຕົກລົງການຄ້າໃນຊ່ວງໂຄ້ງສຸດທ້າຍ

Must read

ປະທານາທິບໍດີ ໂດນັລ ທຣຳ ປະກາດເລື່ອນການບັງຄັບໃຊ້ພາສີນຳເຂົ້າສິນຄ້າຈາກແຄນາດາ 50% ອອກໄປ 3 ວັນ ຫຼັງສະຫະລັດ ແລະ ແຄນາດາ ເລ່ງເຈລະຈາຂໍ້ຕົກລົງການຄ້າໃນຊ່ວງໂຄ້ງສຸດທ້າຍ ໂດຍທ່ານ ນາຍົກຣັດຖະມົນຕີ ມາກ ຄານີ (Mark Carney) ລະບຸວ່າ ທັງສອງຝ່າຍມີຄວາມຄືບໜ້າຄັ້ງສໍາຄັນ ແຕ່ກໍຍັງມີປະເດັນທີ່ຕ້ອງເຈລະຈາອີກຫຼາຍ.

ປະທານາທິບດີ ໂດນັລ ທຣຳ ຂອງສະຫະລັດ ປະກາດວ່າ ໄດ້ເລື່ອນການບັງຄັບໃຊ້ພາສີນຳເຂົ້າ 50% ກັບສິນຄ້າຈາກແຄນາດາຫຼາຍລາຍການອອກໄປເປັນເວລາ 3 ວັນ ຈາກເດີມທີ່ມີກຳນົດຈະມີຜົນໃນເຊົ້າວັນພຸດ ໂດຍໃຫ້ເຫດຜົນວ່າ ສະຫະລັດ ແລະ ແຄນາດາ ໃກ້ຈະບັນລຸຂໍ້ຕົກລົງການຄ້າ ແລະ ຢູ່ໃນລະຫວ່າງການຈັດທຳເອກະສານຂັ້ນສຸດທ້າຍ.

ທຣຳ ລະບຸຜ່ານແພຼດຟອມ ທຣູທ ໂຊຊຽວ (Truth Social) ວ່າ ສະຫະລັດ ຕົກລົງເລື່ອນການຈັດເກັບພາສີ 50% ສຳລັບສິນຄ້າຈາກແຄນາດາອອກໄປຈົນເຖິງສິ້ນວັນທີ 21 ສິງຫາ ຂະນະທີ່ທ່ານ ນາຍົກລັດຖະມົນຕີ ມາກ ຄານີ ຂອງແຄນາດາ ຢືນຢັນວ່າ ການເຈລະຈາມີຄວາມຄືບໜ້າຢ່າງຫຼາຍ ແຕ່ຍັງມີວຽກງານສຳຄັນທີ່ຕ້ອງດຳເນີນການຕໍ່.

ພາສີດັ່ງກ່າວຄອບຄຸມສິນຄ້າຂອງແຄນາດາມູນຄ່າເກືອບ 2 ໝື່ນລ້ານໂດລາສະຫະລັດ ຫຼື ປະມານ 2.8 ໝື່ນລ້ານໂດລາແຄນາດາ ຕັ້ງແຕ່ໄມ້ຮອກກີ້, ໄມ້ກົດລີ້ນ, ເສື້ອຜ້າ, ໄວນ໌, ຜະລິດຕະພັນນົມ, ປູນຊີມັງ ໄປຈົນເຖິງອຸປະກອນກິລາ ແລະ ຈະເປັນການເພີ່ມຂຶ້ນຈາກມາດຕະການພາສີທີ່ສະຫະລັດ ໃຊ້ຢູ່ແລ້ວກັບເຫຼັກ, ອາລູມິນຽມ, ລົດ ແລະ ໄມ້ແປຮູບຈາກແຄນາດາ.

ການເລື່ອນມາດຕະການເກີດຂຶ້ນຫຼັງ ທຣຳ ແລະ ຄານີ ໄດ້ລົມກັນທາງໂທລະສັບ 2 ຄັ້ງໃນຊ່ວງ 2 ວັນທີ່ຜ່ານມາ ຂະນະທີ່ທີມເຈລະຈາການຄ້າຂອງທັງສອງປະເທດໄດ້ເດີນໜ້າເຈລະຈາຢ່າງເຂັ້ມຂຸ້ນຕັ້ງແຕ່ເດືອນກໍລະກົດ ໂດຍປະເດັນສຳຄັນລວມເຖິງພາສີລົວໃຫຍ່ຂອງສະຫະລັດ ແລະ ມາດຕະການຂອງຫຼາຍລັດໃນແຄນາດາທີ່ຫ້າມຈຳໜ່າຍເຄື່ອງດື່ມແອລກໍຮໍຈາກສະຫະລັດ.

ລາຍງານລະບຸວ່າ ສະຫະລັດ ກຳລັງພິຈາລະນາຫຼຸດພາສີນຳເຂົ້າລົດຈາກແຄນາດາຈາກ 25% ເຫຼືອ 15% ແຕ່ທັງສອງຝ່າຍຍັງບໍ່ສາມາດຕົກລົງກັນໄດ້ວ່າ ລົດປະເພດໃດທີ່ຈະໄດ້ຮັບສິດຫຼຸດພາສີ ໂດຍສະຫະລັດ ຕ້ອງການໃຫ້ຈຳກັດສະເພາະລົດທີ່ມີຊິ້ນສ່ວນຜະລິດໃນອາເມຣິກາໃນສັດສ່ວນທີ່ສູງ. ດ້ານແຄນາດາຕ້ອງການໃຫ້ສະຫະລັດ ຍົກເລີກ ຫຼື ຫຼຸດພາສີໃນຂະແໜງການສຳຄັນ ຂະນະທີ່ສະຫະລັດ ຮຽກຮ້ອງໃຫ້ແຄນາດາຍົກເລີກພາສີໂຕ້ຕອບລົດອາເມຣິກາ, ປັບໂຄຕ້ານຳເຂົ້າຜະລິດຕະພັນນົມເພື່ອເປີດທາງໃຫ້ຜູ້ຜະລິດຊີສຂອງສະຫະລັດ ແລະ ຍົກເລີກຂໍ້ຫ້າມຈຳໜ່າຍເຄື່ອງດື່ມແອລກໍຮໍຈາກສະຫະລັດ ທີ່ຫຼາຍແຂວງຂອງແຄນາດາປະກາດໃຊ້ເພື່ອໂຕ້ຕອບພາສີຂອງທຣຳ.

ທຣຳ ຍັງລະບຸອີກວ່າ ຂໍ້ຕົກລົງການຄ້າໃໝ່ອາດເປີດທາງໃຫ້ມີການຟື້ນຟູໂຄງການທໍ່ສົ່ງນ້ຳມັນ Keystone XL ເຊິ່ງຈະເຊື່ອມຕໍ່ລັດອັລເບີຕາ (Alberta) ຂອງແຄນາດາກັບສະຫະລັດ ແລະ ສາມາດຂົນສົ່ງນ້ຳມັນໄດ້ປະມານ 830,000 ບາເຣລຕໍ່ວັນ. ໂຄງການດັ່ງກ່າວຖືກຄັດຄ້ານຈາກກຸ່ມສິ່ງແວດລ້ອມ ແລະ ຊົນເຜົ່າພື້ນເມືອງ ແລະ ຖືກຍົກເລີກໃນສະໄໝລັດຖະບານອະດີດປະທານາທິບດີ ບາຣັກ ໂອບາມາ ກ່ອນທີ່ລັດຖະບານ ໂຈ ໄບເດນ ຈະຢືນຢັນການຍົກເລີກອີກຄັ້ງ.

ຄວາມຂັດແຍ່ງທາງການຄ້ານະຫວ່າງສະຫະລັດ ກັບແຄນາດາ ທະວີຄວາມຮຸນແຮງຂຶ້ນນັບຕັ້ງແຕ່ ທຣຳ ກັບຄືນສູ່ທຳນຽບຂາວ ໂດຍ ທຣຳ ໄດ້ຍູ້ດັນນະໂຍບາຍຂຶ້ນພາສີນຳເຂົ້າຄັ້ງໃຫຍ່ທົ່ວໂລກ ເຊິ່ງສົ່ງຜົນກະທົບຕໍ່ລະບົບການຄ້າເສຣີນະຫວ່າງສອງປະເທດທີ່ດຳເນີນມາຢ່າງຍາວນານ.

ແຄນາດາເພິ່ງພາຕະຫຼາດສະຫະລັດ ຢ່າງຫຼາຍ ໂດຍສິນຄ້າສົ່ງອອກຂອງແຄນາດາເກືອບ 72% ໃນປີທີ່ຜ່ານມາແມ່ນເດີນທາງໄປຫາສະຫະລັດ ຂະນະທີ່ສະຫະລັດ ກໍມີຄວາມສ່ຽງຈາກການຂຶ້ນພາສີຄັ້ງໃໝ່ ເນື່ອງຈາກຜູ້ນຳເຂົ້າຂອງສະຫະລັດ ເປັນຜູ້ຈ່າຍພາສີ ແລະ ອາດຍູ້ພາລະຕົ້ນທຶນໄປຫາຜູ້ບໍລິໂພກຜ່ານລາຄາສິນຄ້າທີ່ສູງຂຶ້ນ.

ຫໍການຄ້າສະຫະລັດ ຮຽກຮ້ອງໃຫ້ທັງສອງຝ່າຍເລ່ງບັນລຸຂໍ້ຕົກລົງ ໂດຍເຕືອນວ່າ ພາສີທີ່ສູງຂຶ້ນຈະສ້າງຄວາມເສຍຫາຍຕໍ່ເສດຖະກິດຂອງທັງສອງປະເທດ, ເພີ່ມຄ່າຄອງຊີບໃຫ້ຄົວເຮືອນອາເມຣິກັນ, ກະທົບຕໍ່ຫ່ວງໂສ້ອຸປະທານ ແລະ ເສຍຫາຍຕໍ່ຄວາມສ່ຽງໃນການຈ້າງງານຊາວອາເມຣິກັນປະມານ 13 ລ້ານຕຳແໜ່ງທີ່ເພິ່ງພາການຄ້າພາຍໃຕ້ຂໍ້ຕົກລົງການຄ້າເສຣີ ສະຫະລັດ-ເມັກຊິໂກ-ແຄນາດາ ຫຼື USMCA.

ທັງນີ້, ທຣຳ ໄດ້ອາໄສມາດຕາ 338 ຂອງກົດໝາຍພາສີສຸນລະກາກອນສະຫະລັດ ປີ 1930 ເປັນຖານທາງກົດໝາຍໃນການຂູ່ຮຽກເກັບພາສີຈາກສິນຄ້າບາງລາຍການຂອງແຄນາດາສູງເຖິງ 50% ເຊິ່ງເປັນມາດຕາທີ່ບໍ່ເຄີຍຖືກນຳມາໃຊ້ຫລຸດທອນ ແລະ ໃຫ້ອຳນາດປະທານາທິບດີຮຽກເກັບພາສີສິນຄ້າຈາກປະເທດທີ່ຖືກກ່າວຫາວ່າເລືອກປະຕິບັດຕໍ່ທຸລະກິດຂອງສະຫະລັດ ໄດ້ສູງສຸດ 50% ໂດຍບໍ່ຈຳເປັນຕ້ອງມີການສືບສວນກ່ອນ.

ຂະນະດຽວກັນ, ສະຫະລັດ ແລະ ແຄນາດາ ກຳລັງຢູ່ໃນລະຫວ່າງການທົບທວນຂໍ້ຕົກລົງ USMCA ເຊິ່ງເປັນກອບການຄ້າຫຼັກຂອງອາເມຣິກາເໜືອ. ການຂູ່ໃຊ້ມາດຕາ 338 ຈຶ່ງຖືເປັນເຄື່ອງມືສຳຄັນຂອງລັດຖະບານ ທຣຳ ໃນການກົດດັນແຄນາດາໃຫ້ຍອມຮັບເງື່ອນໄຂເພີ່ມເຕີມໃນການເຈລະຈາ.

ການເລື່ອນພາສີຄັ້ງຫຼ້າສຸດນີ້ຈຶ່ງຊ່ວຍເປີດທາງໃຫ້ທັງສອງຝ່າຍມີເວລາອີກ 3 ວັນໃນການເລ່ງຫາຂໍ້ຍຸຕິກ່ອນທີ່ມາດຕະການພາສີ 50% ຈະຖືກນຳກັບມາພິຈາລະນາອີກຄັ້ງ ຂະນະທີ່ພາກທຸລະກິດຂອງທັງສອງປະເທດຕ່າງກໍຈັບຕາເບິ່ງການເຈລະຈາຢ່າງໃກ້ຊິດ ເພາະກັງວົນວ່າຄວາມຂັດແຍ່ງທາງການຄ້າຈະສົ່ງຜົນກະທົບຕໍ່ລາຄາສິນຄ້າ, ຫ່ວງໂສ້ອຸປະທານ ແລະ ເສດຖະກິດຂອງທັງສອງປະເທດໂດຍລວມ.

ທີ່ມາ: BBC / CBS

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article