ແຈ້ງເຕືອນ10 ແຂວງໃຫ້ເຝົ້າລະວັງ ນ້ຳຖ້ວມຊຸ ແລະ ດິນເຈື່ອນໃນລະຫວ່າງວັນທີ 18-19 ສິງຫາ 2026

Must read

ຮ່ອງຄວາມກົດອາກາດຕ່ຳຍັງສືບຕໍ່ພາດຜ່ານຢູ່ເຂດພາກເໜືອ ລົງຫາ ພາກກາງ ຂອງປະເທດລາວ, ສົມທົບກັບ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຍັງມີກຳລັງແຮງປານກາງພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຈະມີຝົນຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນເຂດພາກກາງ ລົງຫາ ພາກໃຕ້.

ເຂດພື້ນທີ່ສ່ຽງນ້ຳຖ້ວມຊຸ ແລະ ດິນເຈື່ອນ ມີດັ່ງນີ້:

  • ແຂວງ ຜົ້ງສາລີ: ເມືອງ ໃໝ່, ເມືອງ ຜົ້ງສາລີ, ເມືອງ ສຳພັນ ແລະ ເມືອງ ຂວາ
  • ແຂວງ ຫົວພັນ: ເມືອງ ຫົວເມືອງ ແລະ ເມືອງ ກວັ້ນ
  • ແຂວງ ຫຼວງພະບາງ: ເມືອງ ຊຽງເງິນ, ເມືອງ ນານ ແລະ ນະຄອນຫຼວງພະບາງ
  • ແຂວງ ອຸດົມໄຊ: ເມືອງ ປາກແບ່ງ ແລະ ເມືອງ ງາ
  • ແຂວງ ໄຊສົມບູນ: ເມືອງ ລອງຊານ ແລະ ເມືອງ ລອງແຈ້ງ
  • ແຂວງ ໄຊຍະບູລີ: ເມືອງ ປາກລາຍ, ເມືອງ ທົ່ງມີໄຊ, ເມືອງ ໄຊຍະບູລີ ແລະ ເມືອງ ຊຽງຮ່ອນ
  • ແຂວງ ບໍລິຄຳໄຊ: ເມືອງ ປາກກະດິງ, ເມືອງ ທ່າພະບາດ ແລະ ເມືອງ ວຽງທອງ
  • ແຂວງ ຄຳມ່ວນ: ເມືອງ ທ່າແຂກ, ເມືອງ ບົວລະພາ, ເມືອງ ຫີນບູນ, ເມືອງ ນາກາຍ, ເມືອງ ຍົມມະລາດ, ເມືອງ ຄຸນຄຳ, ເມືອງ ມະຫາໄຊ, ເມືອງ ເຊບັ້ງໄຟ ແລະ ເມືອງ ໄຊບົວທອງ
  • ແຂວງ ສະຫວັນນະເຂດ: ເມືອງ ພີນ, ເມືອງ ນອງ, ເມືອງ ວິລະບູລີ ແລະ ເມືອງ ຊົນນະບູລີ
  • ແຂວງ ອັດຕະປື: ເມືອງ ພູວົງ, ເມືອງ ຊານໄຊ ແລະ ເມືອງ ສະໜາມໄຊ

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ ໃນເຂດພື້ນທີ່ສ່ຽງ ຈຶ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ທີ່ຈະເຮັດໃຫ້ມີ ນ້ຳຖ້ວມຊຸ ແລະ ດິນເຈື່ອນ, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ລະດັບນ້ຳ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ຕາມແຈ້ງການດັ່ງລຸ່ມນີ້:

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article