ລົດໄຟໂດຍສານບັນທຸກຜູ້ໂດຍສານປະມານ 150 ຄົນ ຕົກລາງທາງຕອນໃຕ້ຂອງປະເທດອັງກິດ ບາດເຈັບ 11 ຄົນ, ສາຫັດ 2 ຄົນ

Must read

ເກີດເຫດລົດໄຟໂດຍສານບັນທຸກຜູ້ໂດຍສານປະມານ 150 ຄົນ ຕົກຮາງໃກ້ສະຖານີລູອິສ (Lewes) ທາງຕອນໃຕ້ຂອງອັງກິດ, ຕູ້ລົດໄຟ 3 ຕູ້ພິກຕະແຄງ, ມີຜູ້ບາດເຈັບ 11 ຄົນ ໂດຍໃນຈຳນວນນີ້ມີອາການສາຫັດ 2 ຄົນ ເຊິ່ງເຈົ້າໜ້າທີ່ກຳລັງເລັ່ງສອບສວນຫາມາຕິການ ແລະ ສາເຫດ.

ວັນທີ 14 ສິງຫາ 2026, ເກີດເຫດລົດໄຟໂດຍສານຕົກລາງໃກ້ສະຖານີລົດໄຟລູອິສ ໃນເຂດອີສຊັດເຊັກສ໌ (East Sussex) ທາງຕອນໃຕ້ຂອງອັງກິດ, ຫ່າງຈາກນະຄອນຫຼວງລອນດອນໄປທາງທິດໃຕ້ປະມານ 72 ກິໂລແມັດ, ສົ່ງຜົນໃຫ້ມີຜູ້ບາດເຈັບ 11 ຄົນ ແລະ ໃນຈຳນວນນີ້ 2 ຄົນໄດ້ຮັບບາດເຈັບສາຫັດ ຂະນະທີ່ເຈົ້າໜ້າທີ່ສຸກເສີນຫຼາຍໜ່ວຍງານໄດ້ລະດົມກຳລັງເຂົ້າຊ່ວຍເຫຼືອຜູ້ໂດຍສານ.

ທ່ານ ອຽນ ດຣຳມອນດ໌-ສະມິທ (Ian Drummond-Smith) ຜູ້ຊ່ວຍຫົວໜ້າຕຳຫຼວດຂົນສົ່ງອັງກິດ ລະບຸວ່າ ລົດໄຟຂອງບໍລິສັດ ເຊົາເທิຣນ ເຣວ (Southern Rail) ຂະບວນດັ່ງກ່າວເດີນທາງຈາກສະຖານີວິກຕໍເລຍໃນນະຄອນຫຼວງລອນດອນ ມຸ່ງໜ້າສູ່ເມືອງອີສບອນ (Eastbourne).

ຂະນະເກີດເຫດມີຜູ້ໂດຍສານປະມານ 150 ຄົນ ໂດຍມີຕູ້ລົດໄຟ 3 ຕູ້ຕົກລາງ ແລະ ພິກຕະແຄງ ເຮັດໃຫ້ຜູ້ໂດຍສານບາງສ່ວນຕິດຢູ່ພາຍໃນ ພ້ອມທັງເປີດເຜີຍວ່າ ເຈົ້າໜ້າທີ່ໄດ້ປະກາດໃຫ້ເຫດການດັ່ງກ່າວເປັນເຫດສຸກເສີນຮ້າຍແຮງ ແລະ ໄດ້ລະດົມກຳລັງໜ່ວຍກູ້ໄພຈຳນວນຫຼາຍເຂົ້າສູ່ພື້ນທີ່ ເຊິ່ງສາມາດອົບຍົບຜູ້ໂດຍສານທັງໝົດອອກຈາກຂະບວນລົດໄຟໄດ້ຢ່າງປອດໄພ.

ທາງດ້ານໜ່ວຍສອບສວນອຸບັດເຫດທາງລົດໄຟຂອງສະຫະລາຊະອານາຈັກ ເປີດເຜີຍວ່າ ຂະນະນີ້ຍັງບໍ່ມີຂໍ້ບົ່ງຊີ້ທີ່ຊັດເຈນວ່າແມ່ນຫຍັງຄືສາເຫດທີ່ເຮັດໃຫ້ລົດໄຟຕົກລາງ, ຂະນະທີ່ສະພາບອາກາດຮ້ອນຈັດອາດເປັນໜຶ່ງໃນປັດໄຈທີ່ກຳລັງຢູ່ໃນລະຫວ່າງການພິຈາລະນາ ເນື່ອງຈາກໃນມື້ເກີດເຫດ ອຸນຫະພູມໃນບາງພື້ນທີ່ທາງຕອນໃຕ້ຂອງອັງກິດພຸ້ງສູງເຖິງ 35 ອົງສາ ແລະ ກ່ອນຫນ້ານີ້ມີການຍົກເລີກຖ້ຽວລົດໄຟບາງຂະບວນ ລວມທັງຈຳກັດຄວາມໄວໃນການເດີນທາງເນື່ອງຈາກຄື່ນຄວາມຮ້ອນ. ຢ່າງໃດກໍຕາມ, ໄດ້ສົ່ງທີມເຈົ້າໜ້າທີ່ລົງພື້ນທີ່ເພື່ອເລີ່ມເກັບກຳຫຼັກຖານ ແລະ ກວດສອບສາເຫດຂອງອຸບັດເຫດແລ້ວ.

ຂະນະທີ່ ນາງ ໄຮດີ ອາເລັກຊານເດີ (Heidi Alexander) ລັດຖະມົນຕີວ່າການກະຊວງຄົມມະນາຄົມຂອງອັງກິດ ສະແດງຄວາມກັງວົນຢ່າງຫຼາຍຕໍ່ລາຍງານຂ່າວເຫດລົດໄຟຕົກລາງ, ພ້ອມທັງຂອບໃຈເຈົ້າໜ້າທີ່ສຸກເສີນທີ່ເຂົ້າຊ່ວຍເຫຼືອຜູ້ໂດຍສານ ແລະ ລະບຸວ່າລັດຖະບານກຳລັງເລັ່ງປະສານງານກັບພາກສ່ວນລົດໄຟ ແລະ ໜ່ວຍງານທ້ອງຖິ່ນເພື່ອໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບ. ທັງນີ້, ເຫດລົດໄຟຕົກລາງຄັ້ງນີ້ຖືເປັນອຸບັດເຫດທາງລົດໄຟຮ້າຍແຮງຄັ້ງທີ 2 ຂອງອັງກິດໃນຮອບ 2 ເດືອນ ຫຼັງຈາກທີ່ເມື່ອເດືອນມິຖຸນາທີ່ຜ່ານມາ ເຄີຍມີເຫດລົດໄຟໂດຍສານ 2 ຂະບວນຊົນກັນໃນພື້ນທີ່ໃກ້ເມືອງເບດຟອດ (Bedford) ສົ່ງຜົນໃຫ້ມີຜູ້ເສຍຊີວິດ 1 ສົບ ແລະ ບາດເຈັບອີກຫຼາຍສິບຄົນ.

ທີ່ມາຂ່າວ: CNN

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article