ເວລາວີຜົມ ຫຼາຍຄົນໃຊ້ງານແຕ່ເຄີຍສັງເກດບໍວ່າ ລະຫວ່າງສ້ຽວຫວີ (ຊີ່ຫວີ) ອາດມີຄາບສີຂາວ, ຄາບມັນ ຫຼື ຝຸ່ນສະສົມຢູ່ ເຖິງແມ່ນວ່າຈະເບິ່ງບໍ່ເຫັນຊັດເຈນກໍຕາມ.
ຄວາມຈິງແລ້ວ ຫວີເປັນເຄື່ອງໃຊ້ທີ່ສຳຜັດທັງເສັ້ນຜົມ ແລະ ໜັງຫົວທຸກວັນ ຈຶ່ງສາມາດສະສົມສິ່ງສົກກະປົກໄດ້ເລື້ອຍໆ ຖ້າບໍ່ເຄີຍລ້າງເປັນເວລານານ ຄາບເຫຼົ່ານີ້ອາດຕິດກັບຄືນໄປ ບົນເສັ້ນຜົມທຸກຄັ້ງທີ່ວີ.

ຫວີສະສົມຫຍັງໄດ້ແດ່? ນອກຈາກເສັ້ນຜົມທີ່ຫຼຸດຮ່ວງແລ້ວ, ຫວີຍັງອາດມີສິ່ງຕົກຄ້າງ ເຊັ່ນ:
- ນ້ຳມັນຈາກໜັງຫົວ
- ເຊລຜິວໜັງທີ່ຫຼຸດລອກ
- ຝຸ່ນລະອອງຈາກອາກາດ
- ຄາບແຊມພູ, ຄຣີມນວດ ຫຼື ຜະລິດຕະພັນຈັດແຕ່ງຊົງຜົມ
- ສິ່ງສົກກະປົກທີ່ຕິດມາຫາກັບເສັ້ນຜົມລະຫວ່າງວັນ
ເມື່ອສະສົມຕໍ່ເນື່ອງ, ຫວີອາດເບິ່ງມົວໝອງ, ມີຄາບໜຽວ ຫຼື ມີກິ່ນອັບໄດ້.
ຖ້າບໍ່ລ້າງຫວີ ສ່ຽງຫຍັງແດ່? ການບໍ່ລ້າງຫວີ ບໍ່ໄດ້ໝາຍຄວາມວ່າຈະເຮັດໃຫ້ເກີດພະຍາດສະເໝີໄປ, ແຕ່ສິ່ງສົກກະປົກທີ່ສະສົມອາດເຮັດໃຫ້ເກີດບັນຫາ ເຊັ່ນ:
- ຫວີບໍ່ລື່ນ, ສາງຜົມໄດ້ຍາກຂຶ້ນ
- ຄາບນ້ຳມັນ ແລະ ຜະລິດຕະພັນຕົກຄ້າງກັບມາຕິດເສັ້ນຜົມ
- ຫວີເບິ່ງສົກກະປົກ ແລະ ມີກິ່ນອັບ
- ຫາກໃຊ້ຫວີຮ່ວມກັບຜູ້ອື່ນ ອາດເພີ່ມໂອກາດແຜ່ກະຈາຍບັນຫາໜັງຫົວ ຫຼື ປໍລະສິດ (ແມ່ທ້ອງ/ເຫົາ) ເຊັ່ນ: ເຫົາ, ຈຶ່ງຄວນແຍກໃຊ້ເປັນຂອງສ່ວນຕົວ.
ຄວນລ້າງຫວີເລື້ອຍສ່ຳໃດ? ຜູ້ຊ່ຽວຊານດ້ານການດູແລເສັ້ນຜົມຫຼາຍແຫ່ງແນະນຳວ່າ:
- ດຶງເສັ້ນຜົມທີ່ຕິດຫວີອອກທຸກຄັ້ງຫຼັງການໃຊ້ງານ
- ລ້າງຫວີປະມານອາທິດລະ 1 ຄັ້ງ ຫາກໃຊ້ທຸກວັນ
- ຫາກໃຊ້ຜະລິດຕະພັນຈັດແຕ່ງຊົງຜົມເປັນປະຈຳ ຫຼື ໜັງຫົວມັນຫຼາຍ ອາດ ຕ້ອງລ້າງໃຫ້ເລື້ອຍຂຶ້ນ.





