ວັນທີ 30 ກໍລະກົດ 2026 ປະຊາຊົນສ່ອງແສງ: ເສັ້ນທາງເມືອງງອຍ ຫາ ເມືອງວຽງຄໍາ ແຂວງຫລວງພະບາງ ຫາ ເມືອງຮ້ຽມ ແຂວງຫົວພັນ, ການສັນຈອນພົບຄວາມຫຍຸ້ງຍາກ ເນື່ອງຈາກເຂດດັ່ງກ່າວ ມີຝົນຕົກຕິດຕໍ່ກັນຫລາຍວັນ ເຮັດໃຫ້ເສັ້ນທາງເປ່ເພ ມີລົດຄ້າງຄາຢູ່ຈໍານວນຫລາຍ ຢູ່ຈຸດເຂດບ້ານລ້ອງຄໍາ.




ທ່ານໃດມີແຜນຈະເດີນທາງຜ່ານເສັ້ນທາງດັ່ງກ່າວ ແມ່ນໃຫ້ລະມັດລະວັງ ເພື່ອຄວາມປອດໄພ ແລະ ຄວນກຽມສະບຽງອາຫານໄປພ້ອມ.
ພາບ: Malisa Bp





