
ນັກວິທະຍາສາດເຕືອນວ່າ: ປາກົດການເອລນີໂຢທີ່ຮຸນແຮງ ອາດສົ່ງຜົນກະທົບຄວບຄຸມຫຼາຍພື້ນທີ່ທົ່ວໂລກ, ລວມທັງມີລະດັບຄວາມຮຸນແຮງທີ່ເພີ່ມຂຶ້ນ ແລະ ແກ່ຍາວເວລາດົນນານກວ່າໃນອະດີດ ເຊິ່ງຈະສ້າງຄວາມເສຍຫາຍຕໍ່ຜົນຜະລິດທາງການກະສິກຳເປັນຈຳນວນຫຼວງຫຼາຍ. ຍ້ອນກັບໄປເມື່ອ 10 ປີກ່ອນ, ເອລນີໂຢລະດັບຮຸນແຮງກໍເຄີຍທຳລາຍຜົນຜະລິດຖົ່ວເຫຼືອງຂອງອິນເດຍ, ລວມທັງເຂົ້າຂອງໄທ, ເມັດກາເຟໂຣບັສຕາ (Robusta) ຂອງຫວຽດນາມ ແລະ ຜົນຜະລິດນ້ຳມັນປາມຂອງທັງອິນໂດເນເຊຍ ແລະ ມາເລເຊຍ.
ອາຊີແມ່ນພາກພື້ນທີ່ມີຄວາມສ່ຽງຈາກປາກົດການເອລນີໂຢ ຍ້ອນວ່າປະຊາກອນຫຼາຍຮ້ອຍລ້ານຄົນ ຈາກຈຳນວນປະຊາກອນທັງໝົດ 4.7 ພັນລ້ານຄົນ ແມ່ນຍັງຄົງເພິ່ງພາຂະແໜງການກະສິກຳ. ບໍ່ວ່າຈະເປັນ “ປາກີສະຖານ” ເຊິ່ງຂະແໜງການກະສິກຳກວມເອົາສັດສ່ວນປະມານ 24 ສ່ວນຮ້ອຍ ຂອງ GDP ເຊິ່ງໃກ້ຄຽງກັບກໍລະນີຂອງ ສປປ ລາວ. ສ່ວນ “ອິນເດຍ” ລັດຖະບານປະເມີນວ່າ ມີຊາວກະສິກອນປະມານ 145 ລ້ານຄົນ ທີ່ເຮັດການກະສິກຳເພື່ອລ້ຽງຊີບ, ເຊິ່ງຄິດເປັນ 16 ສ່ວນຮ້ອຍ ຂອງ GDP. ນອກຈາກນີ້, ຊາວອິນເດຍ 660 ລ້ານຄົນ ຫຼື ປະມານ 45 ສ່ວນຮ້ອຍ ຂອງປະຊາກອນທັງປະເທດ ແມ່ນເພິ່ງພາຂະແໜງການກະສິກຳທັງທາງກົງ ແລະ ທາງອ້ອມ, ໃນຂະນະທີ່ຂະແໜງການກະສິກຳຂອງອິນເດຍມີມູນຄ່າປະມານ 3 ແສນລ້ານໂດລາ. ແມ້ແຕ່ປະເທດໃນອາຊຽນທີ່ເນັ້ນໃສ່ອຸດສາຫະກຳ ເປັນຕົ້ນແມ່ນ ອິນໂດເນເຊຍ ແລະ ຫວຽດນາມ ເຊິ່ງບໍ່ຄ່ອຍຖືກນັບວ່າເປັນເຂດເສດຖະກິດແບບກະສິກຳ ກໍຍັງເພິ່ງພາຂະແໜງການກະສິກຳຄິດເປັນ 14 ສ່ວນຮ້ອຍ ແລະ 13 ສ່ວນຮ້ອຍ ຂອງ GDP ຕາມລໍາດັບ.
ການທີ່ລາຄາສິນຄ້າກະສິກຳມີທ່າອ່ຽງເພີ່ມສູງຂຶ້ນ, ນອກເໜືອຈາກລາຄາຝຸ່ນ ແລະ ນ້ຳມັນທີ່ຂະຫຍັບຂຶ້ນກ່ອນໜ້ານີ້, ກຳລັງກາຍເປັນພາຍຸເສດຖະກິດທີ່ອາດສືບຕໍ່ຊຸດໂຊມການເຕີບໂຕຂອງທົ່ວທັງອາຊີ. ກ່ອນໜ້ານີ້, ທະນາຄານພັດທະນາອາຊີ (ADB) ຄາດວ່າ ການຂະຫຍາຍຕົວຂອງ GDP ໃນປີ 2026 ຈະຢູ່ທີ່ 4.7 ສ່ວນຮ້ອຍ, ຫຼຸດລົງຈາກກ່ອນໜ້ານີ້ທີ່ປະເມີນໄວ້ຢູ່ທີ່ 5.1 ສ່ວນຮ້ອຍ, ໂດຍມີປັດໄຈຫຼັກມາຈາກສົງຄາມໃນຕາເວັນອອກກາງທີ່ສົ່ງຜົນກະທົບເປັນວົງກວ້າງ. ໃນຂະນະດຽວກັນ, ອັດຕາເງິນເຟີ້ກໍມີທ່າອ່ຽງສູງຂຶ້ນ ເຊັ່ນໃນກໍລະນີຂອງຟິລິບປິນ, ເງິນເຟີ້ໃນເດືອນພຶດສະພາຢູ່ທີ່ 6.8 ສ່ວນຮ້ອຍ ເຊິ່ງສູງກວ່າເປົ້າໝາຍທີ່ຕັ້ງໄວ້, ສ່ວນເງິນເຟີ້ຂອງຫວຽດນາມເພີ່ມຂຶ້ນເປັນ 5.6 ສ່ວນຮ້ອຍ. ສຳລັບອັດຕາເງິນເຟີ້ໃນອິນໂດເນເຊຍແມ່ນຢູ່ໃນລະດັບທີ່ຕໍ່າກວ່າ, ແຕ່ລາຄານ້ຳມັນທີ່ຂະຫຍັບສູງຂຶ້ນກໍເພີ່ມຄວາມກັງວົນກ່ຽວກັບຄ່າຄອງຊີບ. ຂະນະດຽວກັນ, ຜົນກະທົບຈາກສະພາບອາກາດອາດບໍ່ໄດ້ຈຳກັດຢູ່ແຄ່ຄວາມໝັ້ນຄົງທາງດ້ານສະບຽງອາຫານເທົ່ານັ້ນ, ແຕ່ຈະກະທົບຕໍ່ຂະແໜງການທ່ອງທ່ຽວທີ່ເປັນແຫຼ່ງລາຍຮັບສຳຄັນຂອງພາກພື້ນນີ້ຕື່ມອີກ.
“ອາຊຽນ” ມີທ່າອ່ຽງຈະໄດ້ຮັບຜົນກະທົບຢ່າງຈະແຈ້ງຈາກປາກົດການເອລນີໂຢຄັ້ງຮຸນແຮງນີ້, ເພາະຂະແໜງການກະສິກຳຂອງອາຊຽນມີຄວາມບອບບາງຕໍ່ຜົນກະທົບຈາກເອລນີໂຢຄັ້ງໃໝ່, ເຊິ່ງເປັນຍ້ອນສິນຄ້າກະສິກຳຫຼັກ 2 ຊະນິດຄື: ເຂົ້າ ແລະ ນ້ຳມັນປາມ ມີຄວາມອ່ອນໄຫວຕໍ່ພາວະສະພາບອາກາດທີ່ແປປວນຢ່າງຮຸນແຮງ. ແລະ ນີ້ຈະເປັນການຊ້ຳເຕີມລັດຖະບານ ແລະ ພາກຄົວເຮືອນທີ່ກຳລັງດິ້ນຮົນຮັບມືກັບຄ່າໃຊ້ຈ່າຍດ້ານພະລັງງານ, ການຂົນສົ່ງ ແລະ ລາຄາອາຫານທີ່ສູງຂຶ້ນ ເຊິ່ງເປັນຜົນພວງມາຈາກສົງຄາມລະຫວ່າງ ສະຫະລັດຯ-ອີຣານ. ໂດຍພາກພື້ນອາຊຽນກຳລັງເຂົ້າສູ່ຊ່ວງເດືອນມໍລະສຸມ ເຊິ່ງໂດຍທົ່ວໄປແລ້ວຈະຊ່ວຍເພີ່ມປະລິມານນ້ຳໃນອ່າງເກັບນ້ຳ, ຊ່ວຍຫຼຸດຜ່ອນຄວາມຮ້ອນໃນເຂດຕົວເມືອງ ແລະ ເພີ່ມຄວາມຊຸ່ມຊື່ນໃຫ້ແກ່ພື້ນທີ່ເພາະປູກ. ແຕ່ຫາກເອລນີໂຢເຮັດໃຫ້ຝນຕົກຊ້າ ຫຼື ໜ້ອຍກວ່າປົກກະຕິ, ກໍອາດເຮັດໃຫ້ຊາວກະສິກອນຕ້ອງເລື່ອນການເພາະປູກ, ຫຼຸດພື້ນທີ່ເພາະປູກ ຫຼື ປ່ຽນໄປປູກພືດຊະນິດອື່ນທີ່ບໍ່ຕ້ອງການນ້ຳຫຼາຍແທນ.
ເປັນໜ້າສັງເກດວ່າ “ເຂົ້າ” ມີທ່າອ່ຽງທີ່ຈະເປັນພືດຜົນຫຼັກທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ ຈາກປະລິມານນ້ຳຝົນທີ່ຫຼຸດລົງ ແລະ ຄວາມຮ້ອນທີ່ເພີ່ມຂຶ້ນຈາກເອລນີໂຢ. ໃນຂະນະດຽວກັນ, ເຂົ້າກໍເປັນອາຫານຫຼັກຂອງຜູ້ຄົນໃນພາກພື້ນນີ້, ລວມທັງຜູກພັນຢ່າງໃກ້ຊິດກັບວິຖີຊີວິດຂອງຊົນນະບົດ ແລະ ມີທ່າອ່ຽງຈະກະທົບຕໍ່ປະຊາຊົນຢ່າງຫຼວງຫຼາຍຫາກລາຄາເພີ່ມສູງຂຶ້ນ. ໂດຍປະເທດທີ່ມີຄວາມບອບບາງໄດ້ແກ່: ໄທ, ຟິລິບປິນ, ອິນໂດເນເຊຍ ແລະ ກຳປູເຈຍ. “ພອນ ເທັງ (Paul Teng)” ນັກວິໄຈຈາກສະຖາບັນຄັງສະໝອງໃນສິງກະໂປ “ໄອເຊຍ-ຢູຊອຟ ອີຊັກ ອິນສະຕິຕິວ (ISEAS-Yusof Ishak Institute)” ປະເມີນວ່າ: ມີໂອກາດທີ່ການຜະລິດເຂົ້າໃນອາຊຽນອາດຈະມີປະລິມານຫຼຸດລົງ 2-8 ສ່ວນຮ້ອຍ ເມື່ອທຽບກັບປີປົກກະຕິ. ນອກຈາກນີ້, ນ້ຳມັນປາມກໍມີຄວາມໜ້າກັງວົນ, ໂດຍສະເພາະການຜະລິດໃນອິນໂດເນເຊຍ ແລະ ມາເລເຊຍ ເຊິ່ງລວມກັນແລ້ວຄິດເປັນປະມານ 85 ສ່ວນຮ້ອຍ ຂອງທົ່ວໂລກ, ເພາະຕົ້ນປາມມີຄວາມອ່ອນໄຫວຕໍ່ອຸນຫະພູມທີ່ສູງຂຶ້ນເຊັ່ນດຽວກັນ.
“ໂກລແມນ ແຊັກສ໌ (Goldman Sachs)” ລະບຸໃນລາຍງານຫຼ້າສຸດວ່າ: ພາກພື້ນອາຊຽນມີທ່າອ່ຽງຈະເຜຊີນກັບພາວະຊັອກ (Shock) ດ້ານປະລິມານການຜະລິດອາຫານ ເນື່ອງຈາກ 3 ປັດໄຈສຳຄັນຄື: ລາຄານ້ຳມັນທີ່ສູງຂຶ້ນ, ຕົ້ນທຶນຝຸ່ນເຄມີທີ່ເພີ່ມຂຶ້ນຈາກສົງຄາມໃນຕາເວັນອອກກາງ, ລວມທັງຄວາມສ່ຽງຈາກປາກົດການເອລນີໂຢຄັ້ງຮຸນແຮງທີ່ຈະເກີດຂຶ້ນໃນຊ່ວງທ້າຍປີນີ້. ເຊິ່ງໃນບັນດາປະເທດອາຊຽນ, ສິງກະໂປ ແລະ ຟິລິບປິນ ໜ້າຈະໄດ້ຮັບຜົນກະທົບໂດຍກົງຈາກວິກິດລາຄາອາຫານໂລກ ເນື່ອງຈາກເປັນປະເທດຜູ້ນຳເຂົ້າອາຫານສຸດທິ (Net food importers). ສ່ວນປະເທດອື່ນໆ ໃນອາຊຽນກໍສ່ຽງເຜຊີນກັບວິກິດລາຄາອາຫານເຊັ່ນກັນ, ເຖິງແມ່ນວ່າ ມາເລເຊຍ ແລະ ອິນໂດເນເຊຍ ຈະເບິ່ງຄືວ່າໄດ້ຮັບຜົນກະທົບໜ້ອຍກວ່າ ຍ້ອນມີອຸດສາຫະກຳນ້ຳມັນປາມ, ແຕ່ຫາກບໍ່ນັບລວມນ້ຳມັນປາມແລ້ວ ທັງສອງປະເທດນີ້ກໍຈະກາຍເປັນຜູ້ນຳເຂົ້າອາຫານສຸດທິເຊັ່ນດຽວກັນ. ໃນກໍລະນີຂອງໄທ ກໍຕ້ອງນຳເຂົ້າຝຸ່ນຫຼາຍກວ່າ 90 ສ່ວນຮ້ອຍ ຂອງທັງໝົດ, ເຮັດໃຫ້ມີຄວາມສ່ຽງເຜຊີນກັບວິກິດລາຄາອາຫານ ຜ່ານລາຄາວັດຖຸດິບທີ່ສູງຂຶ້ນ.
“ໂກລແມນ ແຊັກສ໌” ປະເມີນວ່າ ຜົນກະທົບຈາກຄວາມຜັນຜວນຂອງລາຄານ້ຳມັນ, ຝຸ່ນ ແລະ ປາກົດການເອລນີໂຢ ຈະເຮັດໃຫ້ເງິນເຟີ້ດ້ານອາຫານໃນອາຊຽນເພີ່ມຂຶ້ນສະເລ່ຍ 1 ສ່ວນຮ້ອຍ ຫຼັງຈາກເວລາຜ່ານໄປ 6 ເດືອນ ແລະ ເພີ່ມເປັນ 2.1 ສ່ວນຮ້ອຍ ຫຼັງຈາກຜ່ານໄປ 12 ເດືອນ, ກ່ອນຈະຫຼຸດລົງເຫຼືອ 2 ສ່ວນຮ້ອຍ ໃນເວລາ 18 ເດືອນ. ຢ່າງໃດກໍຕາມ, ເລີ່ມມີສັນຍານບວກຈາກການທີ່ ສະຫະລັດຯ ແລະ ອີຣານ ຕົກລົງສັນຕິພາບກັນໄດ້ໃນເບື້ອງຕົ້ນ, ແຕ່ເຖິງວ່າສົງຄາມຈະຄລີ່ຄລາຍລົງ ລາຄາອາຫານກໍຍັງມີທ່າອ່ຽງຢູ່ໃນລະດັບສູງອີກດົນນານ. ເຊິ່ງ “ໄຊມອນ ແມັກອະດຳ (Simon MacAdam)” ຮອງຫົວໜ້ານັກເສດຖະສາດຂອງ Capital Economics ອະທິບາຍວ່າ: ອັດຕາເງິນເຟີ້ທີ່ສູງຂຶ້ນໄດ້ສະທ້ອນຢູ່ໃນລະບົບເສດຖະກິດຫຼາຍແຫ່ງແລ້ວ, ລາຄາກ໊າສທຳມະຊາດສຳລັບພາກຄົວເຮືອນນັ້ນຈະຂະຫຍັບຕາມຫຼັງຕະຫຼາດຕົ້ນນ້ຳ (Upstream market) ປະມານ 3 ເດືອນ, ເຊິ່ງໝາຍຄວາມວ່າອາດຕ້ອງໃຊ້ເວລາຫຼາຍເດືອນ ກວ່າລາຄາພະລັງງານ ແລະ ຝຸ່ນທີ່ເພີ່ມຂຶ້ນຈະສະທ້ອນໄປຮອດປາຍທາງ.
ທະນາຄານໂລກ (World Bank) ປະເມີນວ່າ ອັດຕາເງິນເຟີ້ນ່າຈະແຕະລະດັບ 4 ສ່ວນຮ້ອຍ ໃນປີນີ້, ເພີ່ມຂຶ້ນຈາກ 3.3 ສ່ວນຮ້ອຍ ໃນປີຜ່ານມາ ແມ້ວ່າການຢຸດສະງັກຂອງນ້ຳມັນຈະຄລີ່ຄລາຍລົງກໍຕາມ. ສ່ວນການຂະຫຍາຍຕົວຂອງ GDP ຈະເຕີບໂຕພຽງແຕ່ 2.5 ສ່ວນຮ້ອຍ ເຊິ່ງຕໍ່າສຸດນັບຕັ້ງແຕ່ວິກິດໂຄວິດ ແລະ ຫຼຸດລົງຈາກ 2.9 ສ່ວນຮ້ອຍ ໃນປີຜ່ານມາ.
ແຫລ່ງທີ່ມາຂໍ້ມູນ: CNBC.





