ໄຟໄໝ້ ຮຮ. ປະຖົມໃນກຸງໂຕກຽວ ນັກຮຽນ-ຄູອົບພະຍົບທັນ ບາດເຈັບຢ່າງໜ້ອຍ 10 ຄົນ

Must read

ເກີດເຫດໄຟໄໝ້ພາຍໃນໂຮງຮຽນປະຖົມຕາກິໂນກາວະ ໄດຊານ ຊຶ່ງເປັນໂຮງຮຽນສັງກັດເຂດຄິຕະ ກຸງໂຕກຽວ ປະເທດຍີ່ປຸ່ນ ສົ່ງຜົນໃຫ້ນັກຮຽນ ແລະ ຄູໄດ້ຮັບບາດເຈັບຢ່າງໜ້ອຍ 10 ຄົນ ຈາກການສູດດົມຄວັນພິດ ແລະ ອຸບັດຕິເຫດຂະນະອົບພະຍົບ ໃນຂະນະທີ່ເຈົ້າໜ້າທີ່ສາມາດອົບພະຍົບທຸກຄົນອອກຈາກພື້ນທີ່ໄດ້ຢ່າງປອດໄພ

ເວລາປະມານ 11:00 ໂມງ ຂອງວັນນີ້ (19 ມິ.ຖ.) ຕາມເວລາທ້ອງຖິ່ນ ສຳນັກງານດັບເພີງໂຕກຽວ ແລະ ສະຖານີຕຳຫຼວດນະຄອນໂຕກຽວ ໄດ້ຮັບແຈ້ງເຫດໄຟໄໝ້ທີ່ໂຮງຮຽນປະຖົມ “ຕາກິໂນກາວະ ໄດຊານ” ຊຶ່ງຕັ້ງຢູ່ໃນເຂດຄິຕະ ກຸງໂຕກຽວ ໂດຍຕົ້ນໄຟເກີດຂຶ້ນບໍລິເວນຊັ້ນ 4 ຂອງອາຄານຮຽນ

ລາຍງານລະບຸວ່າ ກຸ່ມຄວັນສີດຳ ແລະ ເປວໄຟສີແດງລຸກໄໝ້ພວຍພຸ່ງອອກຈາກໜ້າຕ່າງຂອງຫ້ອງດົນຕຣີຊັ້ນ 4 ຢ່າງຮຸນແຮງ ຊຶ່ງໃນຂະນະເກີດເຫດ ມີນັກຮຽນຊັ້ນປະຖົມ ປ.5 ກຳລັງຮຽນຢູ່ໃນຫ້ອງດັ່ງກ່າວ ສ່ວນຈຸດທີ່ເປັນຕົ້ນຕໍຂອງໄຟໄໝ້ຄາດວ່າມາຈາກຫ້ອງທີ່ຢູ່ຕິດກັນ ທາງການໄດ້ລະດົມລົດດັບເພີງ ແລະ ລົດກູ້ໄພຈຳນວນ 68 ຄັນ ບຸກໄປຍັງທີ່ເກີດເຫດ ເພື່ອໄລ່ສັດດ້ວຍການສີດນ້ຳສະກັດກັ້ນໄຟ ຈົນສາມາດຄວບຄຸມໄຟໃຫ້ຢູ່ໃນວົງຈຳກັດໄດ້ໃນເວລາປະມານທ່ຽງວັນ ໂດຍຄວາມເສຍຫາຍເບື້ອງຕົ້ນພົບວ່າພື້ນທີ່ຊັ້ນ 4 ຖືກໄຟໄໝ້ຫາຍໄປປະມານ 200 ຕາແມັດ

ໃນຊ່ວງເກີດເຫດ ມີນັກຮຽນ ແລະ ຄູຢູ່ໃນອາຄານຮຽນຄອນກຣີດເສີມເຫຼັກ 4 ຊັ້ນແຫ່ງນີ້ລວມເກືອບ 330 ຄົນ ເຫດການດັ່ງກ່າວສ້າງຄວາມຕົກໃຈຢ່າງຫຼວງຫຼາຍ ນັກຮຽນບາງສ່ວນຕ້ອງອົບພະຍົບຂຶ້ນໄປຢູ່ເທິງດາດຟ້າ ແລະ ມີເດັກອີກ 4 ຄົນທີ່ຕິດຢູ່ບໍລິເວນຊັ້ນ 2 ຊຶ່ງເຈົ້າໜ້າທີ່ກູ້ໄພສາມາດຊ່ວຍລົງມາໄດ້ຢ່າງປອດໄພ ໃນຕອນທຳອິດມີລາຍງານສັບສົນວ່າອາດມີຜູ້ຕິດຄ້າງຢູ່ພາຍໃນອາຄານຈຳນວນຫຼາຍ ແຕ່ທ້າຍທີ່ສຸດກ່ອນທ່ຽງວັນ ເຈົ້າໜ້າທີ່ຢືນຢັນວ່າສາມາດອົບພະຍົບນັກຮຽນ ແລະ ບຸກຄະລາກອນທັງໝົດອອກຈາກອາຄານໄດ້ສຳເລັດ ບໍ່ມີຜູ້ຕົກຄ້າງ

ຄະນະກຳມະການການສຶກສາເຂດຄິຕະເປີດເຜີຍວ່າ ໂຮງຮຽນແຫ່ງນີ້ມີນັກຮຽນທັງໝົດ 340 ຄົນ ແລະ ມີຄູ 24 ຄົນ ຈາກເຫດການນີ້ມີຜູ້ໄດ້ຮັບບາດເຈັບລວມທັງໝົດ 10 ຄົນ ແບ່ງເປັນ ນັກຮຽນ 7 ຄົນທີ່ສູດດົມຄວັນພິດ, ນັກຮຽນຊາຍ 1 ຄົນທີ່ລື່ນລົ້ມໄດ້ຮັບບາດເຈັບລະຫວ່າງການອົບພະຍົບ ແລະ ຄູ 2 ຄົນ ທຸກຄົນຖືກນຳສົ່ງໂຮງໝໍໃນພື້ນທີ່ຢ່າງໄວວາ ເບື້ອງຕົ້ນໝໍລະບຸວ່າທຸກຄົນອາການປອດໄພ ແລະ ບໍ່ມີໃຜເປັນອັນຕະລາຍເຖິງແກ່ຊີວິດ

ຜູ້ເຫັນເຫດການໃນພື້ນທີ່ເປີດເຜີຍວ່າ ບັນຍາກາດໂດຍຮອບເປັນໄປດ້ວຍຄວາມວຸ້ນວາຍ ລົດດັບເພີງ ແລະ ລົດສຸກເສີນຈຳນວນຫຼາຍເປີດໄຊເຣນດັງກ້ອງ ທັງນີ້ ບໍລິເວນທີ່ເກີດເຫດຕັ້ງຢູ່ຍ່ານທີ່ພັກອາໄສ ຫ່າງຈາກສະຖານີລົດໄຟ ອາສຸກາຍາມະ ຂອງລົດໄຟສາຍໂຕເດັນ ອາຣາກາວະ ໄປທາງທິດໃຕ້ປະມານ 150 ແມັດ ແລະ ຫ່າງຈາກສະຖານີລົດໄຟ JR ໂອຈິ ໄປທາງທິດໃຕ້ປະມານ 400 ແມັດ

ຂະນະນີ້ ເຈົ້າໜ້າທີ່ຕຳຫຼວດ ແລະ ເຈົ້າໜ້າທີ່ດັບເພີງນະຄອນໂຕກຽວ ກຳລັງໄລ່ກວດກາສະຖານທີ່ເກີດເຫດ ຮ່ວມກັບການສອບສວນພະຍານ ເພື່ອຫາສາເຫດທີ່ແທ້ຈິງຂອງການເກີດໄຟໄໝ້ໃນຄັ້ງນີ້ຕໍ່ໄປ

ຂ່າວຈາກ: NHK ONE

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article