ນາຍົກລັດຖະມົນຕີ ສໍາເລັດການເດີນທາງຢ້ຽມຢາມ ສະຫະພັນ ຣັດເຊຍ

Must read

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ມີຄາອິນ ມີຊູສະຕິນ ນາຍົກລັດຖະ ມົນຕີ ແຫ່ງ ສະຫະພັນ ຣັດເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມ ສະຫະພັນ ຣັດເຊຍ ໃນວັນທີ 14-17 ມິຖຸນາ 2026 ທີ່ ນະຄອນຫລວງມົດສະກູ, ຊຶ່ງເປັນການຢ້ຽມຢາມ ສ ຣັດເຊຍ ຄັ້ງທຳອິດ ຂອງ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວພາຍຫລັງດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ແມ່ນເພື່ອສືບຕໍ່ຮັດແໜ້ນ, ເສີມຂະຫຍາຍສາຍພົວພັນມິດ ຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອທີ່ດີງາມມາແຕ່ດົນນານ ໃນທຸກຂົງເຂດວຽກງານ ລະຫວ່າງລັດຖະບານ ກໍຄື ປະຊາຊົນລາວ ແລະ ຣັດເຊຍ, ພ້ອມທັງຜັນຂະຫຍາຍຜົນການພົບປະສອງຝ່າຍລະ ຫວ່າງ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ແລະ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສ ຣັດເຊຍ ຕະຫລອດໄລຍະຜ່ານມາ.

ໂອກາດການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມ ມືລະຫວ່າງສອງປະເທດໃນໄລຍະຜ່ານມາ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ, ການສະຫນັບສະໜູນເຊິ່ງກັນ ແລະ ກັນ ແລະ ການຈັດຕັ້ງປະຕິບັດ ຖະແຫລງການ ວ່າດ້ວຍ ການເປັນຄູ່ຮ່ວມມືຍຸດທະສາດ ໃນພາກພື້ນອາຊີ-ປາຊີຟິກ ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມືທາງດ້ານການເມືອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ, ການຄ້າ, ການລົງທຶນ, ດ້ານພະລັງງານ, ການຂົນສົ່ງ, ການສຶກສາ, ຂໍ້ມູນຂ່າວສານເຕັກໂນໂລຊີ ແລະ ການສື່ສານ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ອື່ນໆ ຊຶ່ງສອງປະເທດມີຜົນປະໂຫຍດຮ່ວມກັນ, ລວມທັງການກຳນົດທິດທາງແຜນການຮ່ວມມືໃນອະນາຄົດ ເພື່ອຮັດແໜ້ນການພົວພັນການຮ່ວມມືທີ່ມີມາແລ້ວນັ້ນ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ເປັນຮູບປະທໍາຍິ່ງຂຶ້ນ.

ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈ ລັດຖະບານ ແລະ ປະຊາຊົນຣັດເຊຍ ຕໍ່ການຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະການພັດທະນາຊັບພະຍາກອນມະນຸດ ກໍຄື ການໃຫ້ທຶນການສຶກສາແກ່ນັກສຶກສາລາວໃນແຕ່ລະປີ, ການສ້າງຄວາມເຂັ້ມແຂງດ້ານບຸກຄະລາກອນໃນຂະແໜງການຕ່າງໆ. ພ້ອມກັນນີ້, ຍັງໄດ້ສະແດງຄວາມຊົມເຊີຍການຮ່ວມມືຢ່າງໃກ້ຊິດ ຂອງບັນດາພາກສ່ວນທີ່ກ່ຽວຂ້ອງຂອງສອງຝ່າຍ ເພື່ອສ້າງໂຮງຮຽນ ມິດຕະພາບ ລາວ-ຣັດເຊຍ ທີ່ ນະຄອນ ຫລວງວຽງຈັນ ໃນອະນາຄົດອັນໃກ້ນີ້.

ນອກຈາກການພົບປະສອງຝ່າຍ, ທ່ານ ສອນໄຊ ສີພັນດອນ ຍັງໄດ້ໄປຢ້ຽມຢາມສະຖານທີ່ສຳ ຄັນທາງປະຫວັດສາດ ແລະ ວັດທະນະທຳຂອງ ຣັດເຊຍ ເປັນຕົ້ນ ສວນໄຊຊະນະ, ສະໜາມແດງ ແລະ ອື່ນໆ. ໃນວາລະສຸດທ້າຍຂອງການຢ້ຽມຢາມ ສ ຣັດເຊຍ ຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ຍັງໄດ້ເຂົ້າຮ່ວມ ແລະ ກ່າວໃນງານພົບປະພາກທຸລະກິດ ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ.

ການຢ້ຽມຢາມ ສ ຣັດເຊຍ ຂອງ ທ່ານ ສອນໄຊ ສີພັນດອນ ໃນຄັ້ງນີ້ ໄດ້ປະສົບຜົນສຳເລັດຕາມລະດັບຄາດໝາຍ, ພ້ອມທັງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ດໍາເນີນໄປຢ່າງສົມກຽດແຕ່ຕົ້ນຈົນຈົບ. ພ້ອມກັນນັ້ນ, ການເດີນທາງຢ້ຽມຢາມ ສ ຣັດເຊຍ ໃນຄັ້ງນີ້ ຍັງໄດ້ປະກອບສ່ວນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອມາແຕ່ດົນນານ ລະຫວ່າງສອງລັດຖະບານ ແລະ ປະຊາຊົນສອງຊາດ ສປປ ລາວ ແລະ ສ ຣັດເຊຍ ໃຫ້ນັບມື້ນັບແໜ້ນ ແຟ້ນຍິ່ງໆຂຶ້ນ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article