ສານເກົາຫຼີໃຕ້ຕັດສິນຈຳຄຸກ 3 ປີ 6 ເດືອນ ຊາຍຊາວເກົາຫຼີໃຕ້ອາຍຸ 40 ປີ ທີ່ກໍ່ເຫດເທນ້ຳຮ້ອນທີ່ກຳລັງເດືອດໃສ່ເມຍຊາວໄທ

Must read

ສານແຂວງອຶຍຈົງບູ ໄດ້ມີຄຳຕັດສິນເມື່ອວັນທີ 16 ມິຖຸນາ ໂດຍລະບຸວ່າ ຈຳເລີຍກໍ່ເຫດດ້ວຍວິທີການທີ່ໂຫດຮ້າຍ ແລະ ບໍ່ມີມະນຸດສະທຳ ເກີນກວ່າທີ່ຄົນທົ່ວໄປຈະຄິດສ້າງພາບໄດ້ ພ້ອມທັງຊີ້ໃຫ້ເຫັນວ່າ ການກໍ່ເຫດດັ່ງກ່າວເບິ່ງຄືວ່າມີແຮງຈູງໃຈມາຈາກຄວາມຕ້ອງການຄວບຄຸມບໍ່ໃຫ້ເມຍໄປພົບຊາຍອື່ນ ດັ່ງນັ້ນຈຶ່ງມີຄວາມສ່ຽງສູງທີ່ຈະກໍ່ການຜິດຄືນອີກ

ເຖິງວ່າຈຳເລີຍຈະອ້າງວ່າກໍ່ເຫດຫຼັງຈາກສົງໄສວ່າເມຍນອກໃຈ ແຕ່ສານໄດ້ລະບຸວ່າ ບໍ່ວ່າຂໍ້ກ່າວຫາດັ່ງກ່າວຈະເປັນຄວາມຈິງຫຼືບໍ່ກໍ່ຕາມ ກໍ່ບໍ່ສາມາດໃຊ້ເປັນເຫດຜົນເພື່ອເຮັດໃຫ້ການກະທຳອັນໂຫດຮ້າຍແບບນີ້ກາຍເປັນສິ່ງທີ່ຍອມຮັບໄດ້

ສານຍັງລະບຸອີກວ່າ ຄ່າປິ່ນປົວອາການບາດເຈັບມີມູນຄ່າເກີນ 15 ລ້ານວອນ ແລະ ຍັງມີຄ່າໃຊ້ຈ່າຍເພີ່ມຕື່ມອີກປະມານ 3.6 ລ້ານວອນ ໂດຍຄ່າໃຊ້ຈ່າຍສ່ວນຫຼາຍໄດ້ຮັບການຊ່ວຍເຫຼືອຈາກການບໍລິຈາກຂອງຄົນໄທ ແລະ ຄົນເກົາຫຼີໃຕ້ ພາຍຫຼັງເລື່ອງລາວໄດ້ຖືກເຜີຍແຜ່ສູ່ສາທາລະນະ ສ່ວນຈຳເລີຍຮັບຜິດຊອບຄ່າປິ່ນປົວພຽງເລັກນ້ອຍເທົ່ານັ້ນ

ນອກຈາກນັ້ນ ສານຍັງໄດ້ພິຈາລະນາກໍລະນີທີ່ຜູ້ເສຍຫາຍໄດ້ເຄີຍຍື່ນໜັງສືບໍ່ປະສົງໃຫ້ລົງໂທດຈຳເລີຍ ພາຍຫຼັງເກີດເຫດ ເນື່ອງຈາກຮູ້ສຶກສົງສານເມື່ອໄດ້ເຫັນສະພາບຂອງລາວຢູ່ໃນຄຸກ ກ່ອນຈະປ່ຽນໃຈໃນພາຍຫຼັງ ແລະ ຂໍໃຫ້ດຳເນີນຄະດີ ໂດຍສານເຫັນວ່າ ການບໍ່ປະສົງໃຫ້ລົງໂທດໃນຊ່ວງເບື້ອງຕົ້ນນັ້ນ ອາດບໍ່ແມ່ນຄວາມສະໝັກໃຈທີ່ແທ້ຈິງ ເມື່ອພິຈາລະນາຈາກພຶດຕິການໂດຍລວມຂອງຄະດີ

ເຫດການເກີດຂຶ້ນເມື່ອປະມານຍາມທ່ຽງ ວັນທີ 3 ທັນວາ 2568 ພາຍໃນອາພາດເມັນແຫ່ງໜຶ່ງ ໃນເມືອງອຶຍຈົງບູ ແຂວງຄຽງກີ ປະເທດເກົາຫຼີໃຕ້ ໂດຍຈຳເລີຍໄດ້ໃຊ້ນ້ຳຮ້ອນເດືອດຈາກກາຕົ້ມນ້ຳໄຟຟ້າ ເທໃສ່ໜ້າ ແລະ ຄໍຂອງເມຍຊາວໄທທີ່ມີອາຍຸປະມານ 30 ປີກວ່າ ຂະນະທີ່ກຳລັງນອນຫຼັບ ເຮັດໃຫ້ໄດ້ຮັບບາດເຈັບຈາກບາດແຜໄຟລວກຢ່າງຮຸນແຮງ

ໃນຊ່ວງເບື້ອງຕົ້ນຂອງການສືບສວນ ຈຳເລີຍໄດ້ປະຕິເສດຂໍ້ກ່າວຫາ ໂດຍອ້າງວ່າສະດຸດລົ້ມ ແລະ ເຮັດໃຫ້ນ້ຳຮ້ອນເດືອດຫົກອອກໂດຍບໍ່ໄດ້ຕັ້ງໃຈ ແຕ່ພາຍຫຼັງໄດ້ຍອມຮັບຂໍ້ກ່າວຫາທັງໝົດຢູ່ໃນສານ ພ້ອມຮ້ອງຂໍຄວາມເມດຕາທັງນ້ຳຕາ

ຄະດີນີ້ໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງ ພາຍຫຼັງຜູ້ເສຍຫາຍໄດ້ແຈ້ງເລື່ອງລາວຜ່ານໝູ່ຊາວໄທ ແລະ ມີການເຜີຍແຜ່ຢູ່ໃນສື່ສັງຄົມອອນລາຍ ກ່ອນທີ່ສື່ໄທ ແລະ ສື່ຕ່າງປະເທດຈະນຳສະເໜີຂ່າວ ໂດຍໃນເວລານັ້ນ ທ່ານທານີ ແສງຣັດ ເອກອັກຄະລາຊະທູດໄທປະຈຳເກົາຫຼີໃຕ້ ໄດ້ເດີນທາງພ້ອມເຈົ້າໜ້າທີ່ກອງສຸນ ໄປຢ້ຽມຢາມຜູ້ເສຍຫາຍຢູ່ໂຮງໝໍ ເພື່ອໃຫ້ກຳລັງໃຈນຳອີກດ້ວຍ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article