ສະຖານະການການລະບາດຂອງໂລກອີໂບລາໃນຄອງໂກຍັງຄົງໜ້າເປັນຫ່ວງ ຫຼັງທາງການຢືນຢັນພົບຜູ້ຕິດເຊື້ອແລ້ວ 782 ຄົນ ແລະ ມີຜູ້ເສຍຊີວິດ 181 ຄົນ ພາຍໃນເວລາພຽງ 1 ເດືອນ ຫຼັງຈາກລັດຖະບານປະກາດການລະບາດຢ່າງເປັນທາງການ.
ກະຊວງສາທາລະນະສຸກຄອງໂກເປີດເຜີຍວ່າ ການລະບາດຄັ້ງນີ້ຖືເປັນໜຶ່ງໃນສະຖານະການທີ່ມີຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນຮາຍວັນສູງທີ່ສຸດໃນຊ່ວງເວລາພຽງ 1 ເດືອນ ເນື່ອງຈາກເຊື້ອໄວຣັດແຜ່ກະຈາຍຢ່າງວ່ອງໄວໃນເຂດຫ່າງໄກ ທີ່ມີບັນຫາດ້ານການເດີນທາງ ແລະ ການເຄື່ອນຍ້າຍຂອງປະຊາຊົນ ເຮັດໃຫ້ເຈົ້າໜ້າທີ່ຕິດຕາມຜູ້ສຳຜັດເຊື້ອໄດ້ຍາກ.
ເມືອງ ບູເນຍ ໃນແຂວງ ອິຕູຣີ ທາງທິດຕາເວັນອອກຂອງຄອງໂກ ເປັນໜຶ່ງໃນເຂດທຳອິດທີ່ກວດພົບຜູ້ຕິດເຊື້ອອີໂບລາ ໂດຍຊາວບ້ານລະບຸວ່າ ເຖິງວ່າຈະພະຍາຍາມປ້ອງກັນຕົນເອງຕາມຄຳແນະນຳຂອງເຈົ້າໜ້າທີ່ ແຕ່ສະຖານະການຍັງຄົງຮ້າຍແຮງລົງຢ່າງຕໍ່ເນື່ອງ.
ປະຊາຊົນຄົນໜຶ່ງເປີດເຜີຍວ່າ ເຫັນລົດສຸກເສີນຂັບຜ່ານພື້ນທີ່ຢູ່ຕະຫຼອດເວລາ ແລະ ມີຜູ້ເສຍຊີວິດເພີ່ມຂຶ້ນທຸກໆ ວັນ ຊຶ່ງສ້າງຄວາມຢ້ານກົວໃຫ້ກັບຊຸມຊົນ.
ຂະນະນີ້ທີມແພດເຄື່ອນທີ່ກຳລັງເຮັດວຽກຮ່ວມກັບຊຸມຊົນ ເພື່ອຊອກຫາຜູ້ທີ່ມີອາການເຂົ້າຂ່າຍໂລກອີໂບລາ ພ້ອມນຳສົ່ງສູນຮັກສາສະເພາະທາງໂດຍໄວທີ່ສຸດ.
ດ້ານ ທ່ານນາງ ມາຣີ-ໂຣຊລີນ ເບລີຊາຣ໌ ຮັກສາການຜູ້ອຳນວຍການຝ່າຍຮັບມືເຫດສຸກເສີນລະດັບພາກພື້ນອາຟຣິກາຂອງອົງການອະນາໄມໂລກ ຫຼື WHO ລະບຸວ່າ ຄວາມສາມາດໃນການຮັບມືໂລກຂອງຄອງໂກເພີ່ມຂຶ້ນຢ່າງຫຼວງຫຼາຍ.
ຈາກເດີມທີ່ມີຫ້ອງທົດລອງກວດຫາເຊື້ອພຽງ 1 ແຫ່ງ ປັດຈຸບັນເພີ່ມເປັນ 4 ແຫ່ງ ຂະນະທີ່ສາມາດກວດຕົວຢ່າງໄດ້ເພີ່ມຈາກວັນລະ 20 ຕົວຢ່າງ ເປັນ 400 ຕົວຢ່າງ.
ນອກຈາກນີ້ ຈຳນວນຕຽງສຳລັບຮອງຮັບຜູ້ປ່ວຍເພີ່ມຂຶ້ນເກືອບ 400 ຕຽງ ເຖິງວ່າຈະຖືເປັນຄວາມຄືບໜ້າ ແຕ່ WHO ຍ້ຳວ່າ ການລະບາດຍັງຄົງປ່ຽນແປງຢ່າງຕໍ່ເນື່ອງ ແລະ ຈຳເປັນຕ້ອງເພີ່ມມາດຕະການຮັບມືໃຫ້ສອດຄ່ອງກັບລະດັບຄວາມຮຸນແຮງຂອງໂລກ.
ຂະນະທີ່ອົງການແພດໄຮ້ຊາຍແດນ ຫຼື MSF ລະບຸວ່າ ສູນຮັກສາໃນເຂດສູນກາງການລະບາດກຳລັງປະເຊີນກັບຜູ້ປ່ວຍຈຳນວນຫຼາຍເກີນກຳລັງຮອງຮັບ.
ຜູ້ປ່ວຍຫຼາຍຮາຍເຂົ້າຮັບການຮັກສາໃນໄລຍະທີ່ອາການຮຸນແຮງແລ້ວ ແລະ ສ່ວນໃຫຍ່ບໍ່ໄດ້ຢູ່ໃນລາຍຊື່ຜູ້ສຳຜັດເຊື້ອທີ່ເຈົ້າໜ້າທີ່ຕິດຕາມມາກ່ອນ ເຮັດໃຫ້ການຢຸດການແຜ່ລະບາດເປັນເລື່ອງຍາກຂຶ້ນ.
ທາງການຄອງໂກລະບຸວ່າ ຕົວເລກຜູ້ຕິດເຊື້ອທີ່ເພີ່ມຂຶ້ນສະທ້ອນທັງການແຜ່ລະບາດທີ່ວ່ອງໄວ ແລະ ການກວດຄົ້ນໂລກຢ່າງຕັ້ງໜ້າທີ່ເພີ່ມຂຶ້ນ.
ການລະບາດຄັ້ງນີ້ເກີດຈາກເຊື້ອໄວຣັດອີໂບລາສາຍພັນ ບຸນດິບູເກຍ ຊຶ່ງພົບໄດ້ບໍ່ຄ່ອຍເລື້ອຍ ແລະ ໃນຊ່ວງທຳອິດຂອງການລະບາດຍັງບໍ່ທັນມີການກວດຫາເຊື້ອຊະນິດນີ້. ຂະນະທີ່ເຊື້ອອີໂບລາສາຍພັນ ໄຊເຣ ຊຶ່ງພົບໄດ້ເລື້ອຍກວ່າ ແລະ ມີວັກຊີນປ້ອງກັນ ເປັນສາເຫດຂອງການລະບາດສ່ວນໃຫຍ່ໃນຄອງໂກກ່ອນໜ້ານີ້.
ປັດຈຸບັນການລະບາດຄັ້ງນີ້ກະຈຸກຕົວຢູ່ໃນແຂວງ ອິຕູຣີ ຊຶ່ງມີຜູ້ຕິດເຊື້ອຫຼາຍກວ່າ 90% ຂອງທັງໝົດ ກ່ອນຈະແຜ່ໄປຍັງແຂວງ ນອດຄິວູ ແລະ ເຊົາຄິວູ ລວມທັງຂ້າມຊາຍແດນໄປຍັງປະເທດ ອູການດາ ແລ້ວ.
ຜູ້ຊ່ຽວຊານເຕືອນວ່າ ຈຳນວນຜູ້ຕິດເຊື້ອຕົວຈິງອາດສູງກວ່າຕົວເລກທີ່ລາຍງານ ເນື່ອງຈາກເຊື່ອວ່າການລະບາດເລີ່ມຂຶ້ນກ່ອນທີ່ຈະມີການປະກາດຢ່າງເປັນທາງການໃນວັນທີ 15 ພຶດສະພາທີ່ຜ່ານມາ.
ຂ່າວ: Aljazeera





