CATEGORY

ເຫດການ

ໂຈນກໍ່ເຫດລັກມ້າງໝໍ້ແປງໄຟຟ້າ 2 ໜ່ວຍ ຢູ່ເມືອງປາກງື່ມ ນະຄອນຫລວງວຽງຈັນ

ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫລວງ2 ລາຍງານວ່າ: ວັນທີ 6 ພຶດສະພາ 2026 ມີກຸ່ມຄົນບໍ່ດີລັກມ້າງອຸປະກອນໄຟຟ້າ ຢູ່ບໍລິເວນ ບ້ານເວີນກະເບົາ (ຫມໍ້ແປງສ່ວນຕົວ 1 ໜ່ວຍ) ແລະ ບ້ານໂນນຊຽງແລ (ຫມໍ້ແປງສາທາລະນະ 1 ໜ່ວຍ) ເມືອງປາກງື່ມ ນະຄອນຫລວງວຽງຈັນ ເຮັດໃຫ້ຜູ້ຊົມໃຊ້ໄຟຟ້າຮັບຜົນກະທົບເປັນວົງກວ້າງ. ຜ່ານການລົງກວດກາຕົວຈິງຂອງເຈົ້າໜ້າທີ່, ພົບວ່າອຸປະກອນປະກອບໝໍ້ແປງໄຟຟ້າຖືກລັກໄປຫລາຍລາຍການ. ປະຈຸບັນ, ຢູ່ໃນຂັນຕອນການເກັບກໍາຂໍ້ມູນຂອງເຈົ້າໜ້າທີ່...

ມ້າງແກ້ງພະນັນເຖື່ອນຢູ່ແຂວງຫົວພັນ ຈັບໄດ້ 231 ຄົນ ຜູ້ເສຍຫາຍສ່ວນຫຼາຍເປັນຊາວຕ່າງຊາດ

ນຕົ້ນເດືອນ ມີນາ 2026, ກົມໃຫຍ່ຕໍາຫຼວດ ໄດ້ຮັບແຈ້ງຈາກພົນລະເມືອງດີ ວ່າ: ມີກຸ່ມຄົນຕ່າງປະເທດ ເຂົ້າມາພັກເຊົາຢູ່ແຂວງ ຫົວພັນ ເຊິ່ງກຸ່ມດັ່ງກ່າວໄດ້ເຄື່ອນໄຫວລັກເປີດບໍລິການ ແລະ ຫຼີ້ນການພະນັນ ທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ຂອບເຂດ ເມືອງ ວຽງໄຊ, ເມືອງ ແອດ ແລະ ເມືອງ ສົບເບົາ. ກົມໃຫຍ່ຕຳຫຼວດ ຈື່ງໄດ້ລາຍງານຂໍທິດຊີ້ນຳຈາກຂັ້ນເທິງ ແລະ ມອບໃຫ້ກົມຕຳຫຼວດສືບສວນ-ສອບສວນ...

ຈັບຜູ້ກໍ່ເຫດ ຍິງກັນເຂດບ້ານປາກທ້າງ ເມືອງສີໂຄດຕະບອງ

ຈາກເຫດການທີ່ມີຄົນຮ້າຍໃຊ້ອາວຸດປືນຍິງກັນ ຢູ່ສະຖານບັນເທິງແຫ່ງໜຶ່ງ ເຂດບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນຄືນວັນທີ 22 ເມສາ 2026 ທີ່ຜ່ານມາ ເວລາ 22:30 ໂມງ. ພາຍຫຼັງເກີດເຫດການດັ່ງກ່າວ ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ກອງບັນຊາການ ປກສ ມືອງສີໂຄດຕະບອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງກວດກາສະຖານທີ່ເກີດເຫດຕົວຈິງ ພົບເຫັນກະສອບລູກປືນຈໍານວນຫຼາຍ,...

ເກິດເຫດລະທຶກລົດໄຟຕຳກັນຢ່າງຮຸນແຮງ ຢູ່ຈາກາຕາ ອິນໂດເນເຊຍ ເສຍຊີວິດແລ້ວ 7 ຄົນ

ສຳນັກຂ່າວ BBC ລາຍງານວ່າ: ເກີດເຫດລົດໄຟໂດຍສານຕຳກັນຢ່າງຮຸນແຮງ ຢູ່ບໍລິເວນສະຖານີ ເບກາຊີ ຕີມູ (Bekasi Timur) ເຂດຊານເມືອງຂອງນະຄອນຫລວງຈາກາຕາ ປະເທດອິນໂດເນເຊຍ ເມື່ອຄືນວັນຈັນ 27 ເມສາ 2026, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 7 ຄົນ ແລະ ມີຜູ້ບາດເຈັບອີກຫ]າຍກວ່າ 80 ຄົນ ທີ່ກຳລັງເຂົ້າຮັບການປິ່ນປົວຢູ່ໂຮງໝໍໃກ້ຄຽງ. ທ່ານ ບ໊ອບບີ້...

ພົບເຫດປາຕາຍຈຳນວນຫລາຍ ຢູ່ແຄມນໍ້າເຊໂດນ ບໍ່ຮູ້ສາເຫດ ຍັງບໍ່ມີໜ່ວຍງານກ່ຽວຂ້ອງຊີ້ແຈງ

ວັນທີ 23 ເມສາ 2026 ປະຊາຊົນສ່ອງແສງ ວ່າ: ພົບເຫັນປານ້ອຍ-ໃຫຍ່ຕາຍຈໍານວນຫລາຍຢູ່ນໍ້າເຊໂດນ ເຂດບ້ານດອນເມືອງ ເມືອງຄົງເຊໂດນ ແຂວງສາລະວັນ ແຕ່ບໍ່ຮູ້ສາເຫດ. ປາຕາຍຈຳນວນດັ່ງກ່າວໄດ້ສົ່ງກິ່ນມັນຄາວທົ່ວແຄມນໍ້າ ຄາດວ່າອາດຕາຍໄດ້ຫລາຍມື້ ແລະ ຍັງມີໂຕທີ່ຫາກໍຕາຍໃໝ່ ເຮັດໃຫ້ປະຊາຊົນບໍ່ກ້າລົງອາບ ຫລື ໃຊ້ນໍ້າເຊເຂດດັ່ງກ່າວ. ພ້ອມທັງຝາກເຖິງພາກສ່ວນທີ່ກ່ຽວຂ້ອງລົງກວດກາຫາສາເຫດດ້ວຍ ເນື່ອງຈາກອາດຈະເປັນການທໍາລາຍລະບົບນິເວດ ແລະ ສົ່ງຜົນກະທົບຕໍ່ການດໍາລົງຊີວິດປະຈໍາວັນຂອງປະຊາຊົນ. ຂ່າວ: ໜັງສືພິມລາວພັດທະນາ Laophattana News

ຊາຍຈີນຊ໊ອກ ລ້ຽງລູກ 14 ປີ ບໍ່ແມ່ນສາຍເລືອດ ອະດີດພັນລະຍາຍອມຮັບນອກໃຈກ່ອນວັນແຕ່ງດອງ

ເກີດກໍລະນີສະທ້ານໃຈໃນເມືອງກຸ້ຍລິນ ແຂວງກວ່າງຊີ ປະເທດຈີນ ຫຼັງຊາຍຄົນໜຶ່ງຮູ້ພາຍຫຼັງຢ່າຮ້າງວ່າ ລູກຊາຍທີ່ລ້ຽງດູມານານ 14 ປີ ບໍ່ແມ່ນລູກແທ້ໆຂອງຕົນ ກ່ອນຍື່ນຟ້ອງອະດີດພັນລະຍາຮຽກຄ່າລ້ຽງດູຄືນ ແລະ ຄ່າເສຍຫາຍທາງຈິດໃຈ ສານປະຊາຊົນເຂດຊີຊິງ ເມືອງກຸ້ຍລິນ ເປີດເຜີຍຄຳຕັດສິນຄະດີດັ່ງກ່າວ ໂດຍລະບຸວ່າ ຊາຍນາມສະກຸນເຊຍ ແລະ ຍິງນາມສະກຸນລົ່ວ ແຕ່ງງານກັນ ແລະ ມີລູກຊາຍເກີດໃນປີ 2554 ກ່ອນຈະຢ່າກັນໃນເດືອນພຶດສະພາ 2567 ໂດຍໃຫ້ເດັກຢູ່ກັບແມ່ ເຖິງຢ່າງໃດກໍ່ຕາມ...

ເຫດການລົດເບັ້ນ SUV ເສຍຫລັກຢູ່ເສັ້ນທາງແຄມຂອງ ທ່າວັດຈັນ ນະຄອນຫລວງຽງຈັນ ຄົນຂັບປອດໄພ.

ວັນທີ 26 ເມສາ 2026 ເກີດເຫດລົດເບັ້ນ SUV ເສຍຫລັກຢູ່ເສັ້ນທາງແຄມຂອງ ທ່າວັດຈັນ ນະຄອນຫລວງຽງຈັນ (ຈຸດກາງຫລັກທຸງ) ຕົກລົງໄປເຂດສວນສະໜຸກດ້ານລຸ່ມ ຄົນຂັບປອດໄພ. ພາບໃນເຫດການ:

ເກີດເຫດລົດເມ ປາກເຊ-ວຽງຈັນ ປີ້ນຢູ່ບ້ານນ້ຳເດື່ອ ເມືອງປາກກະດິງ ແຂວງບໍລິຄໍາໄຊໄດ້ຮັບບາດເຈັບ 35 ຄົນ ແລະ ເສຍຊີວິດ 08 ຄົນ.

ເຈົ້າໜ້າທີ່ ປກສ ແຂວງບໍລິຄຳໄຊ ໄດ້ໃຫ້ຮູ້ວ່າ: ເວລາບັດມານ 04:20 ນາທີ ຕອນເຊົ້າ ວັນທີ 22 ເມສາ 2026 ໄດ້ມີອຸບັດຕິເຫດ ລົດເມປາກເຊ-ວຽງຈັນ ໝາຍເລກທະບຽນ ບຂ 2603 ນະຄອນຫຼວງວຽງຈັນ ປີ້ນຢູ່ບໍລິເວນທາງໂຄ້ງ ບ້ານນ້ຳເດື່ອ ເມືອງປາກກະດິງ ແຂວງບໍລິຄຳໄຊ. ລົດຄັນດັ່ງກ່າວ ກຳລັງເດີນທາງຈາກ ປາກເຊ...

ສາມສ່ຽວ ຊອກລ່າສັດປ່າ ປືນເກາະເຄືອເຂົາລັ່ນໃສ່ສ່ຽວ ເສຍຊີວິດ 1 ຄົນ ສອງສ່ຽວວາງແຜນໜີຄວາມຜິດ! ອ້າງວ່າປືນລັ່ນໃສ່ຜູ້ກ່ຽວເອງ

ປກສ ແຂວງ ບໍລິຄໍາໄຊ ລາຍງານວ່າ: ວັນທີ 18 ມີນາ 2026 ເວລາ 18:00 ໂມງ ເຈົ້າໜ້າທີວິຊາສະເພາະ ປກສ ແຂວງ ບໍລິຄຳໄຊ ໄດ້ຮັບແຈ້ງ ຈາກອຳນາດການປົກຄອງບ້ານ ນາລ້ອງ ເມືອງ ບໍລິຄັນ ແຂວງ ບໍລິຄຳໄຊວ່າ: ມີເຫດການປືນລັ່ນໃສ່ຕົນເອງເສຍຊີວິດ, ພາຍຫລັງຮັບແຈ້ງຄວາມເຈົ້າໜ້າທີ່ວິຊາສະເພາະ...

ຂໍໃຫ້ທຸກຄົນປອດໄພ! ເກີດເຫດລົດເມສາຍໃຕ້ເສຍຫລັກປີ້ນ ມີຜູ້ໄດ້ຮັບບາດເຈັບ 35 ຄົນ

ປກສ ແຂວງບໍລິຄຳໄຊ ລາຍງານວ່າ: ເວລາປະມານ 04:20 ນາທີ ຕອນເຊົ້າ ວັນທີ 22 ເມສາ 2026 ເກີດອຸປະຕິເຫດ ລົດເມປາກເຊ-ວຽງຈັນປີ້ນ ຢູ່ບໍລິເວນທາງໂຄ້ງ ບ້ານນ້ຳເດື່ອ ເມືອງປາກກະດິງ ແຂວງບໍລິຄຳໄຊ. ໃນລົດຄັນດັ່ງກ່າວ ມີຜູ້ໂດຍສານ 46 ຄົນ, ແອດລົດ 1 ຄົນ,...

ຂ່າວລ່າສຸດ