ວັນທີ 23 ເມສາ 2026 ປະຊາຊົນສ່ອງແສງ ວ່າ: ພົບເຫັນປານ້ອຍ-ໃຫຍ່ຕາຍຈໍານວນຫລາຍຢູ່ນໍ້າເຊໂດນ ເຂດບ້ານດອນເມືອງ ເມືອງຄົງເຊໂດນ ແຂວງສາລະວັນ ແຕ່ບໍ່ຮູ້ສາເຫດ. ປາຕາຍຈຳນວນດັ່ງກ່າວໄດ້ສົ່ງກິ່ນມັນຄາວທົ່ວແຄມນໍ້າ ຄາດວ່າອາດຕາຍໄດ້ຫລາຍມື້ ແລະ ຍັງມີໂຕທີ່ຫາກໍຕາຍໃໝ່ ເຮັດໃຫ້ປະຊາຊົນບໍ່ກ້າລົງອາບ ຫລື ໃຊ້ນໍ້າເຊເຂດດັ່ງກ່າວ.

ພ້ອມທັງຝາກເຖິງພາກສ່ວນທີ່ກ່ຽວຂ້ອງລົງກວດກາຫາສາເຫດດ້ວຍ ເນື່ອງຈາກອາດຈະເປັນການທໍາລາຍລະບົບນິເວດ ແລະ ສົ່ງຜົນກະທົບຕໍ່ການດໍາລົງຊີວິດປະຈໍາວັນຂອງປະຊາຊົນ.

ຂ່າວ: ໜັງສືພິມລາວພັດທະນາ Laophattana News





