ປກສ ແຂວງ ບໍລິຄໍາໄຊ ລາຍງານວ່າ: ວັນທີ 18 ມີນາ 2026 ເວລາ 18:00 ໂມງ ເຈົ້າໜ້າທີວິຊາສະເພາະ ປກສ ແຂວງ ບໍລິຄຳໄຊ ໄດ້ຮັບແຈ້ງ ຈາກອຳນາດການປົກຄອງບ້ານ ນາລ້ອງ ເມືອງ ບໍລິຄັນ ແຂວງ ບໍລິຄຳໄຊວ່າ: ມີເຫດການປືນລັ່ນໃສ່ຕົນເອງເສຍຊີວິດ, ພາຍຫລັງຮັບແຈ້ງຄວາມເຈົ້າໜ້າທີ່ວິຊາສະເພາະ ລົງກວດກາຕົວຈິງ ເຫັນວ່າມີມູນຄວາມຈິງແທ້, ຜູ້ເສຍຊີວິດເປັນເພດຊາຍ ຊື່ ທ້າວ ອ້າຍ ອາຍຸ 26 ປີ, ອາຊີບເຮັດນາ ຢູ່ບ້ານ ນາລ້ອງ ເມືອງ ບໍລິຄັນ ແຂວງບໍລິຄຳໄຊ, ຜ່ານການ ສັນນະສູດຊາກສົບ ພົບເຫັນຮ່ອງຮອຍລູກປືນຖືກບໍລິເວນຫົວແຖວງ່ອນດົ້ນ 1 ຈຸດ, ຈາກນັ້ນ ທາງເຈົ້າໜ້າທີ່ຈຶ່ງສືບສວນ, ເກັບກຳຂໍ້ມູນເບື້ອງຕົ້ນຈຶ່ງຮູ້ວ່າ: ເວລາ 08:00 ໂມງ ຂອງວັນດຽວກັນ ທ້າວ ອ້າຍ (ຜູ້ເສຍຊີວິດ), ທ້າວແທນ ແລະ ທ້າວຄອນ ທັງ 3 ຄົນ ໄດ້ພາກັນອອກໄປຊອກລ່າສັດຢູ່ຕີນພູໝື່ນ ເຂດບ້ານ ໂພນສົງ ເມືອງ ບໍລິຄັນ, ຈຶ່ງເກີດເຫດການດັ່ງກ່າວຂຶ້ນ.

ຜ່ານການສືບສວນ-ສອບສວນ ເອົາຄໍາໃຫ້ການເບື້ອງຕົ້ນທ້າວ ແທນ ພັນຍາວົງ ແລະ ທ້າວ ຄອນ ແພງແກ້ວ ທັງສອງຄົນຢູ່ ບ້ານ ໂພນສົງ ເມືອງບໍລິຄັນໃຫ້ການວ່າ: ວັນທີ 18 ມີນາ 2026 ເວລາ 08:00 ໂມງ ທັງ 3 ໄດ້ຊວນກັນໄປຍິງສັດປ່າ ແລະ ເກັບຜັກຫວານ ຢູ່ຕີນພູໝື່ນ ເຂດບ້ານ ໂພນສົງ ເມືອງບໍລິຄັນ. ຈາກນັ້ນ, ກໍໄດ້ພາກັນກຽມຫໍ່ເຂົ້າ ແລະ ອາວຸດລ່າສັດປະເພດປືນແກັບດັດແປງຍິງດ້ວຍລູກດອກ, ຍາວປະມານແມັດປາຍ 1 ກະບອກ ເຊິ່ງເປັນປືນຂອງ ທ້າວອ້າຍ ແລະ ເອົາໝາໄປນຳ 3 ໂຕ.

ພາຍຫລັງກຽມເຄື່ອງແລ້ວຈຶ່ງພາກັນ ໄປເຂດຕີນພູໝື່ນແລ້ວ ເລາະເກັບເອົາຜັກຫວານປະມານ 30-40 ນາທີ ແລ້ວພາກັນຍ່າງເລາະຊອກລ່າສັດຢູ່ເຂດຕີນພູໝື່ນ ພໍໄປຮອດຫ້ວຍນໍ້າຈຶ່ງໄດ້ພາກັນນັ່ງພັກຜ່ອນກິນເຂົ້າ, ພາຍຫລັງທີ່ກິນເຂົ້າແລ້ວ ຈຶ່ງໄດ້ພາກັນຊອກຍິງສັດປ່າອີກ ເຊິ່ງເວລານັ້ນທ້າວ ອ້າຍ ໄດ້ເອົາປືນ ໃຫ້ ທ້າວ ແທນ ເປັນຄົນຈັບ.

ຮອດເວລາ 14:00 ໂມງ ຂອງວັນດຽວກັນ, ທັງສາມໄດ້ ຍ່າງລົງມາແຕ່ເທິງພູເພື່ອຈະກັບເມືອບ້ານ ໃນເວລາຍ່າງລົງມານັ້ນ ທ້າວ ຄອນ ໄດ້ຍ່າງກ່ອນ, ທ້າວອ້າຍ ຍ່າງເຄິ່ງກາງ ແລະ ທ້າວແທນ ແມ່ນຍ່າງນຳຫລັງໝູ່ ແຕ່ລະຄົນຍ່າງຫ່າງກັນປະມານ 2-3 ແມັດ, ພໍຍ່າງລົງມາໄດ້ໄລ່ຍະໜຶ່ງຮອດຈຸດເກີດເຫດເປັນພູຊັນ ມີຕົ້ນໄມ້ ແລະ ມີເຄືອເຂົາ ເຮັດໃຫ້ປືນທີ່ ທ້າວແທນ ຈັບໄປເກາະກັບເຄືອເຂົາ ເຮັດໃຫ້ປືນລັ່ນຖືກບໍລິເວນຫົວຂອງ ທ້າວອ້າຍ ຈົນລົ້ມລົງນອນຫງາຍຢູ່ກັບພື້ນ, ເມື່ອເປັນນັ້ນພວກຕົນທັງສອງຄົນຈຶ່ງຟ້າວອູ້ມຊ່ວຍເອົາ ທ້າວອ້າຍ ເຫັນວ່າບໍລິເວນຫົວ ມີເລືອດໄຫລອອກມາຈຳນວນຫລາຍ, ຈຶ່ງຮ້ອງ ຜູ້ກ່ຽວໃຫ້ມີສະຕິ, ເວລານັ້ນທ້າວແທນ ໄດ້ເວົ້າກັບ ທ້າວຄອນ ວ່າ ບໍ່ໃຫ້ບອກໃຜວ່າ ທ້າວ ແທນ ເຮັດປືນລັ່ນໃສ່ ທ້າວອ້າຍ ແລ້ວໃຫ້ເວົ້າວ່າ ຜູ້ກ່ຽວ ເຮັດປືນລັ່ນໃສ່ຜູ້ກ່ຽວເອງ.

ຈາກນັ້ນ, ທັງສອງໄດ້ອູ້ມ ເອົາ ຄົນເຈັບ ລົງມາຈາກເທິງພູ ເພື່ອນຳສົ່ງໄປໂຮງໝໍ ແລະ ໃນເວລາຕໍ່ມາທ້າວ ອ້າຍ ຈຶ່ງໄດ້ເສຍຊີວິດ.

ປະຈຸບັນ, ເຈົ້າໜ້າທີ່ວິຊາສະເພາະກຳລັງສະຫຼຸບຂໍ້ມູນ, ພະຍານ, ຫລັກຖານ ແລະ ສົ່ງສຳນວນ – ສຳເນົາໃຫ້ພາກສ່ວນທີ່ກຽວຂ້ອງເພື່ອດຳເນີນຕາມ ຂັ້ນຕອນກົດໝາຍ.





