ຄາເຣັກສ໌ (Karex) ຜູ້ຜະລິດຖົງຢາງອັນດັບ 1 ຂອງໂລກ ກຽມຂຶ້ນລາຄາ 20-30% ຜົນກະທົບຈາກສົງຄາມອີຣ່ານ

Must read

“ຄາເຣັກສ໌” (Karex) ຜູ້ຜະລິດຖົງຢາງອະນາໄມອັນດັບ 1 ຂອງໂລກຈາກມາເລເຊຍ ສົ່ງສັນຍານປັບຂຶ້ນລາຄາຖົງຢາງ 20-30% ຫຼັງສົງຄາມອີຣ່ານສ້າງຜົນກະທົບຕໍ່ລະບົບຕ່ອງໂສ້ການສະໜອງ ຕົ້ນທຶນວັດຖຸດິບ ແລະ ຄ່າຂົນສົ່ງຍົກລະດັບສູງຂຶ້ນຢ່າງຕໍ່ເນື່ອງ ໃນຂະນະທີ່ຄວາມຕ້ອງການທົ່ວໂລກຍັງເພີ່ມຂຶ້ນຈົນສ່ວນສຳຮອງເລີ່ມຂາດແຄນ

ບໍລິສັດ “ຄາເຣັກສ໌” (Karex) ຜູ້ຜະລິດຖົງຢາງອະນາໄມລາຍໃຫຍ່ທີ່ສຸດຂອງໂລກຈາກມາເລເຊຍ ເປີດເຜີຍວ່າ ບໍລິສັດມີແຜນທີ່ຈະປັບຂຶ້ນລາຄາສິນຄ້າປະມານ 20% ຫາ 30% ແລະ ອາດຈະປັບເພີ່ມຂຶ້ນອີກ ຫາກສະຖານະການຄວາມບໍ່ສງົບຈາກການທຳສົງຄາມໃນອີຣ່ານຍັງຄົງລາກຍາວ ຈົນສ້າງຜົນກະທົບຕໍ່ລະບົບໂລຈິສຕິກທົ່ວໂລກ

ທ່ານ ໂກ ເມຍ ກຽດ ປະທານຜູ້ອຳນວຍການບໍລິຫານຂອງຄາເຣັກສ໌ ໃຫ້ສຳພາດກັບສຳນັກຂ່າວ Reuters ວ່າ “ສະຖານະການຕອນນີ້ອ່ອນໄຫວຫຼາຍ ຕົ້ນທຶນທຸກຢ່າງແພງຂຶ້ນ ພວກເຮົາບໍ່ມີທາງເລືອກອື່ນນອກຈາກຕ້ອງຜ່ານພາລະຕົ້ນທຶນສ່ວນນີ້ໄປຍັງລູກຄ້າ”

ນັບຕັ້ງແຕ່ຄວາມຂັດແຍ່ງເລີ່ມຂຶ້ນໃນຕອນທ້າຍເດືອນກຸມພາ ຄາເຣັກສ໌ປະສົບບັນຫາຕົ້ນທຶນການຜະລິດທີ່ສູງຂຶ້ນໃນທຸກດ້ານ ເນື່ອງຈາກສົງຄາມສ້າງຜົນກະທົບຕໍ່ການໄຫຼວຽນຂອງພະລັງງານ ແລະ ສານເຄມີຈາກຕາເວັນອອກກາງ ກະທົບຕໍ່ການຈັດຊື້ວັດຖຸດິບຫຼັກ ໄດ້ແກ່:

  • ຢາງສັງເຄາະ ແລະ ໄນໄຕຣ໌ລ໌ — ວັດຖຸດິບຫຼັກໃນການຜະລິດ
  • ວັດສະດຸສຳລັບການບັນຈຸຫຸ້ມຫໍ່ ເຊັ່ນ: ຟອຍລ໌ອາລູມິນຽມ
  • ສານຫຼໍ່ລື່ນ ໂດຍສະເພາະນ້ຳມັນຊິລິໂຄນ

ນອກຈາກນີ້ ບັນຫາການຂົນສົ່ງທາງເຮືອຍັງເປັນອຸປະສັກສຳຄັນ ໂດຍການສົ່ງສິນຄ້າໄປຍັງເອີຣົບ ແລະ ສະຫະລັດໃນປັດຈຸບັນຕ້ອງໃຊ້ເວລາເກືອບ 2 ເດືອນ ຈາກເດີມທີ່ໃຊ້ເວລາພຽງ 1 ເດືອນ ເຮັດໃຫ້ສິນຄ້າຈຳນວນຫຼາຍຍັງຄ້າງຢູ່ເທິງເຮືອ ແລະ ເຂົ້າເຖິງຜູ້ບໍລິໂພກໄດ້ຊ້າລົງ ໂດຍສະເພາະໃນປະເທດກຳລັງພັດທະນາ

ເຖິງວ່າລາຄາຈະສູງຂຶ້ນ ແຕ່ຄວາມຕ້ອງການຖົງຢາງອະນາໄມໃນປີນີ້ກັບເພີ່ມຂຶ້ນເຖິງ 30% ສວນທາງກັບປະລິມານສ່ວນສຳຮອງທົ່ວໂລກທີ່ລົດລົງຢ່າງໜ້າຕົກໃຈ ເຊິ່ງສ່ວນໜຶ່ງເປັນຜົນມາຈາກລັດຖະບານຫຼາຍປະເທດຫຼຸດງົບປະມານຊ່ວຍເຫຼືອດ້ານສາທາລະນະສຸກລະຫວ່າງປະເທດໃນປີຜ່ານມາ

ທັງນີ້ ຄາເຣັກສ໌ຖືເປັນຜູ້ຫຼິ້ນຫຼັກໃນອຸດສາຫະກຳ ໂດຍຜະລິດຖົງຢາງອະນາໄມຫຼາຍກວ່າ 5 ພັນລ້ານໜ່ວຍຕໍ່ປີ ແລະ ເປັນຜູ້ສະໜອງໃຫ້ກັບແບຣນດັງລະດັບໂລກ ຢ່າງ Durex ແລະ Trojan ລວມທັງຈັດສົ່ງໃຫ້ກັບລະບົບບໍລິການສຸຂະພາບແຫ່ງຊາດຂອງອັງກິດ (NHS) ແລະ ໂຄງການຊ່ວຍເຫຼືອລະດັບໂລກຂອງອົງການສະຫະປະຊາຊາດ

ຊີອີໂອຂອງຄາເຣັກສ໌ກ່າວທ້າຍວ່າ ປັດຈຸບັນບໍລິສັດຍັງມີວັດຖຸດິບສຳຮອງພຽງພໍສຳລັບຊ່ວງບໍ່ກີ່ເດືອນຂ້າງໜ້າ ແລະ ກຳລັງພະຍາຍາມເພີ່ມກຳລັງການຜະລິດເພື່ອຮອງຮັບຄວາມຕ້ອງການທີ່ລົ້ນຫຼາມ ແຕ່ຄວາມສ່ຽງຈາກລະບົບຕ່ອງໂສ້ການສະໜອງຍັງຄົງເປັນປັດໄຈສຳຄັນທີ່ຕ້ອງເฝ້າລະວັງຢ່າງໃກ້ຊິດ.
ທີ່ມາ: Reuters

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article