ສະຖານະການຄວາມຕຶງຄຽດໃນຕາເວັນອອກກາງທວີຄວາມຮຸນແຮງຂຶ້ນ ຫຼັງມີລາຍງານວ່າເຮືອຄອນເທນເນີລຳໜຶ່ງຖືກໂຈມຕີໃກ້ ຊ່ອງແຄບຮໍມຸດ ໃນຕອນເຊົ້າຂອງວັນພຸດ ທັ້ງໆທີ່ສະຫະລັດອາເມລິກາໄດ້ຂະຫຍາຍເວລາຢຸດຍິງແບບບໍ່ມີກຳນົດ
ສູນປະຕິບັດການການຄ້າທາງທະເລແຫ່ງສະຫະລາຊະອານາຈັກ (UK Maritime Trade Operations) ຫຼື UKMTO ລະບຸວ່າ ເຮືອດັ່ງກ່າວຖືກເຮືອປືນຂອງ ກອງກຳລັງພິທັກຮັກສາການປະຕິວັດອິສລາມ (IRGC) ເຂົ້າໃກ້ຊິດໂດຍບໍ່ມີການແຈ້ງເຕືອນທາງວິທະຍຸລ່ວງໜ້າ ກ່ອນຈະເປີດສາດຍິງໃສ່ເຮືອ
ລາຍງານລະບຸວ່າ ການໂຈມຕີດັ່ງກ່າວສ່ງຜົນໃຫ້ ຂົວເດີນເຮືອ ຂອງເຮືອໄດ້ຮັບຄວາມເສຍຫາຍຢ່າງໜັກ ຢ່າງໃດກໍຕາມ ລູກເຮືອທັງໝົດປອດໄພດີ ແລະ ບໍ່ມີເຫດໄຟໄໝ້ ຫຼື ຜົນກະທົບຕໍ່ສິ່ງແວດລ້ອມແຕ່ຢ່າງໃດ
ທັງນີ້ ຍັງບໍ່ທັນມີການເປີດເຜີຍລາຍລະອຽດເພີ່ມເຕີມກ່ຽວກັບເຮືອລຳດັ່ງກ່າວ ເຊັ່ນ: ສັນຊາດຂອງເຮືອ ຫຼື ພິກັດທີ່ຕັ້ງປັດຈຸບັນ
ເຫດການຫຼ້າສຸດດັ່ງກ່າວເກີດຂຶ້ນພຽງໄລຍະເວລາສັ້ນໆ ຫຼັງຈາກທີ່ອິນເດຍໄດ້ເປີດເຜີຍວ່າ ເຮືອທີ່ຊັກທຸງອິນເດຍ 2 ລຳ ຖືກຍິງຂະນະແລ່ນຜ່ານບໍລິເວນດຽວກັນ
ກ່ອນໜ້ານີ້ ກອງກຳລັງພິທັກຮັກສາການປະຕິວັດອິສລາມ ໄດ້ປະກາດວ່າຈະປິດຊ່ອງແຄບຮໍໝູຊ ຫາກສະຫະລັດອາເມລິກາບໍ່ຍົກເລີກມາດຕະການປິດລ້ອມ ຊຶ່ງຍິ່ງເພີ່ມຄວາມກັງວົນຕໍ່ສະເຖຍລະພາບການຂົນສົ່ງພະລັງງານໂລກ ເນື່ອງຈາກຊ່ອງແຄບແຫ່ງນີ້ຖືເປັນເສັ້ນທາງສຳຄັນໃນການຂົນສົ່ງນ້ຳມັນ ແລະ ສິນຄ້ານານາຊາດ.
ທີ່ມາ: CNN





