CATEGORY

ຂ່າວພາຍໃນ

ກົມເຄມີສາດ ເປີດຂະບວນການແຂ່ງຂັນວຽກງານຮອບດ້ານ

ກົມເຄມີສາດ ເປີດຂະບວນການແຂ່ງຂັນວຽກງານຮອບດ້ານ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງເຫຼົ່າຮົບເຄມີສາດ ຄົບຮອບ 60 ປີ (26 ຕຸລາ 1966-26 ຕຸລາ 2026) ໃນວັນທີ 5 ມິຖຸນາ ຜ່ານມາ ທີ່ກົມເຄມີສາດ ໂດຍການເປັນປະທານຂອງສະຫາຍ ພັນເອກ ຄໍາສະຫວັດ ໄຊຍະລາດ ຫົວໜ້າກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ, ມີບັນດາຫົວໜ້າພະແນກ, ຮອງພະແນກ,...

ທີມງານພາກສະໜາມໄດ້ລົງກວດກາເພື່ອພິສູດລະເບີດຕົວຈິງພົບວ່າເປັນລະເບີດໃຫຍ່ປະເພດ MK82 ນໍ້າໜັກ 500 ປອນ (ປະມານ 226.7 ກິໂລກຼາມ) ທີ່ຍັງຢູ່ໃນສະພາບຝັງດິນ

ໃນວັນທີ 7 ມິຖຸນາ 2026, ເປັນອີກມື້ໜຶ່ງທີ່ທີມງານພາກສະໜາມຂອງໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຈໍາປາສັກ ໄດ້ຮັບຂໍ້ມູນລາຍງານການພົບເຫັນລະເບີດໃຫຍ່ຈາກປະຊາຊົນ ບ້ານ ພູທອງເທິງ, ເມືອງ ບາຈຽງຈະເລີນສຸກ, ແຂວງ ຈໍາປາສັກ. ເຈົ້າຂອງທີ່ດິນໄດ້ພົບເຫັນລະເບີດໃຫຍ່ 1 ໜ່ວຍ ໃນລະຫວ່າງການກະກຽມພື້ນທີ່ສໍາລັບປູກມັນຕົ້ນ ຈຶ່ງໄດ້ແຈ້ງໃຫ້ທີມງານ ຄກລ ຮັບຊາບ ແລະ ຊ່ວຍເຄື່ອນຍ້າຍລະເບີດອອກຈາກທີ່ດິນຂອງຕົນ. ທີມງານພາກສະໜາມໄດ້ລົງກວດກາເພື່ອພິສູດລະເບີດຕົວຈິງພົບວ່າເປັນລະເບີດໃຫຍ່ປະເພດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງສະມາຄົມມິດຕະພາບ ຫວຽດນາມ-ລາວ

ຂປລ. ໃນຕອນເຊົ້າວັນທີ 8 ມິຖຸນາ 2026, ທີ່ນະຄອນ ຫລວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ດັກ ວິງ ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ,...

ນັກຮຽນ 20 ຄົນ ທີ່ມີຜົນການຮຽນດີ-ທຸກຍາກ ແຂວງຜົ້ງສາລີ ໄດ້ຮັບທຶນການສຶກສາ ຈາກໂຄງການ “ມິດຕະພາບຢູນນານ-ລາວ”

ວັນທີ 2 ມິຖຸນາ ຜ່ານມານີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ ໄດ້ຈັດພິທີມອບ-ຮັບທຶນການສຶກສາ ໃຫ້ແກ່ນັກຮຽນທີ່ມີຖານະຄອບຄົວທຸກຍາກ ແຕ່ມີຜົນການຮຽນດີເດັ່ນ ປະຈໍາສົກຮຽນ 2025-2026 ຈາກໂຄງການທຶນການສຶກສາມິດຕະພາບຢູນນານ-ລາວ ໂດຍມີ ທ່ານ ຄໍາເພັດ ຈິດປັນຍາ ກໍາມະການພັກແຂວງ ຫົວ ໜ້າພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ ແລະ ທ່ານ ເຫີ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງເດີນທາງເຖິງ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ

ໃນວັນທີ 7 ມິຖຸນາ ນີ້, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ເດີນທາງເຖິງສະໜາມບິນໂນ້ຍບາຍ ນະຄອນຫຼວງຮ່າໂນ່ຍ ສສ ຫວຽດນາມ ເພື່ອດໍາເນີນການຢ້ຽມຢາມ ສສ ຫວຽດນາມ...

ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ຂປລ. ອໂດຍຕອບສະໜອງຕາມການເຊື້ອເຊີນຂອງສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກ ,ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ...

ຮ່ວມສົ່ງທ່ານ ທ່ານ ມິກໂກ ປາຊີ (Mikko Paasi) ນັກຊ່ຽວຊານດຳນໍ້າ ທີ່ຮ່ວມພາລະກິດຊ່ວຍປະຊາຊົນຕິດຖໍ້າ ເດີນທາງກັບປະເທດໃນວັນທີ 05/06/2026

ວັນທີ 05 ມິຖຸນາ 2026 ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624 ໄດ້ໄປສົ່ງ Mr Mikko pietaripaasi ນັກຊ່ຽວຊານດຳນໍ້າ ທີ່ຮ່ວມພາລະກິດຊ່ວຍປະຊາຊົນຕິດຖໍ້າ ທີ່ເມືອງລ້ອງແຈ້ງ ແຂວງໄຊສົມບູນ ຊົມເຊີຍນໍ້າໃຈເສຍສະຫລະຂອງທ່ານ ແລະ ເດີນທາງກັບເຮືອນດ້ວຍຄວາມສະຫວັດດີພາບ. ພາບບັນຍາກາດອັນອົບອຸ່ນ: ທີ່ມາ: ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624 ທ່ານ ມິກໂກ້ ປາຊີເດີນທາງມາສົມທົບຊ່ວຍທີມກູ້ໄພ ໃນວັນທີ 25 ພຶດສະພາ...

ເມືອງຄຳເກີດ ແຂວງບໍລິຄຳໄຊ ອອກແຈ້ງການໃຫ້ປິດຮ້ານບັນເທີງ-ຮ້ານກິນດື່ມອື່ນໆ (ທີ່ຂາຍເຫຼົ້າ-ເບຍ) ໃນໄລຍະສອບເສັງຈົບຊັ້ນ ເລີ່ມວັນທີ 10-12 ມິຖຸນາ 2026 ແລະ 17-19 ມິຖຸນາ 2026

ແຈ້ງໃຫ້ປິດຊົ່ວຄາວ ຄະນະກໍາມະການປົກຄອງເມືອງ ຂໍຖືເປັນກຽດແຈ້ງການມາຍັງບັນດາຜູ້ປະກອບການຮ້ານກິນດື່ມ, ບັນເທີງ, ຄາຣາໂອເກະ, ສະນຸກເກີ ແລະ ຮ້ານປີ້ງ-ຕໍາ (ທີ່ຂາຍເຫຼົ້າ-ເບຍ) ພາຍໃນເມືອງຄໍາເກີດ ຊາບວ່າ: 1. ໃຫ້ບັນດາຜູ້ປະກອບການຮ້ານກິນດື່ມ, ຮ້ານບັນເທີງ, ຄາຣາໂອເກະ, ສະນຸກເກີ ແລະ ຮ້ານປີ້ງ ຕໍາ (ທີ່ຂາຍເຫຼົ້າ- ເບຍ) ພາຍໃນເມືອງ ປິດບໍລິການຊົ່ວຄາວ ໃນຊ່ວງສອບເສັງມັດທະຍົມຕອນຕົ້ນ (ມ4)...

ແຂວງໄຊສົມບູນ ຈະປະຕິບັດນະໂຍບາຍ ແລະ ດຳເນີນການຍ້ອງຍໍຢ່າງສົມກຽດ ໃຫ້ແກ່ໜ່ວຍກູ້ໄພລາວ ແລະ ຕ່າງປະເທດ ທີ່ຊ່ວຍເຫລືອປະຊາຊົນຕິດຢູ່ໃນຖໍ້າ

ໃນວັນທີ 4 ມິຖຸນາ 2026, ອົງການປົກຄອງແຂວງ ໄຊສົມບູນ ຈະປະຕິບັດນະໂຍບາຍ ແລະດຳເນີນການຍ້ອງຍໍຢ່າງສົມກຽດ ຕໍ່ບັນດາໜ່ວຍກູ້ໄພລາວ ແລະຕ່າງປະເທດ ທີ່ຊ່ວຍເຫຼືອປະຊາຊົນ 7 ຄົນຕິດຄ້າງໃນຖໍ້າ. ທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກໍາມະການປົກຄອງແຂວງ ໄຊສົມບູນ ໄດ້ໃຫ້ສຳພາດວ່າ: ແຂວງໄຊສົມບູນຈະໄດ້ຈັດກຽມພິທີບາສີສູ່ຂວັນ ເອີ້ນຂວັນໃຫ້ກັບທີມງານໜ່ວຍກູ້ໄພລາວ-ໄທ ແລະ ຕ່າງປະເທດ ທີ່ໄດ້ເຂົ້າມາຮ່ວມຊ່ວຍເຫຼືອປະຊາຊົນຕິດຖໍ້າ...

ປກສ ເມືອງຊຳເໜືອ ຈັບຕົວຜູ້ຂາຍຢາເສບຕິດ

ຂ່າວ ປກສ ແຂວງຫົວພັນ ລາຍງານວ່າ: ໃນວັນທີ 26 ພຶດສະພາ 2026 ເຈົ້າໜ້າທີ່ ປກສ ເມືອງຊຳເໜືອ ແຂວງຫົວພັນ ໄດ້ຮັບແຈ້ງວ່າ: ທ້າວ ກໍວີມົວ, ອາຍຸ 35 ປີ, ຢູ່ບ້ານນາລີວ, ເມືອງຊຳເໜືອ, ແຂວງຫົວພັນ ໄດ້ມີການເຄື່ອນໄຫວຊື້-ຂາຍຢາເສບຕິດ, ຮອດເວລາ 10...

ຂ່າວລ່າສຸດ