
ຂປລ. ໃນຕອນເຊົ້າວັນທີ 8 ມິຖຸນາ 2026, ທີ່ນະຄອນ ຫລວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ດັກ ວິງ ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການວັດທະນະທຳ-ສັງຄົມສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ພ້ອມດ້ວຍຄະນະ ໃນໂອກາດເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3 ແຕ່ວັນທີ 7-9 ມິຖຸນາ 2026.

ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບ ອຸ່ນ, ສົມກຽດ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບອັນພິເສດ ພ້ອມທັງໄດ້ຢໍ້າວ່າ ພັກ, ລັດ ແລະ ປະຊາຊົນລາວ ຍາມໃດກໍຖືສຳຄັນ ແລະ ບຸລິມະສິດຕົ້ນຕໍ່ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ການທູດປະຊາຊົນສອງຊາດ ລາວ-ຫວຽດນາມ. ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ການເຄື່ອນໄຫວ ແລະ ຜົນສຳເລັດທີ່ສະມາຄົມມິດຕະພາບ ຍາດມາໄດ້ໃນໄລຍະຜ່ານມາ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດຢ່າງຕໍ່ເນື່ອງ, ພ້ອມທັງໄດ້ມີຄໍາເຫັນຊີ້ນໍາໃຫ້ ສອງສະມາຄົມມິດຕະພາບ ສືບຕໍ່ມີການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນ, ປະສານສົມທົບກັນຢ່າງໃກ້ຊິດ, ຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນການເຄື່ອນໄຫວຢູ່ໃນເວທີພາກພື້ນ ແລະ ສາກົນ.

ສອງຝ່າຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືສອງປະເທດ ທີ່ສືບຕໍ່ຢູ່ໃນທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນທຸກຂົງເຂດວຽກງານ ໂດຍສະເພາະການຮ່ວມມືທາງດ້ານການເມືອງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ດ້ານເສດຖະກິດ ມີທ່າອ່ຽງຂະຫຍາຍຕົວເພີ່ມຂຶ້ນ; ສອງຝ່າຍສືບຕໍ່ມີການພົບປະ, ແລກປ່ຽນຄະນະຜູ້ແທນ ແຕ່ຂັ້ນສູນກາງຮອດທ້ອງຖິ່ນ ຢ່າງເປັນປົກກະຕິ ລວມທັງການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນສອງຊາດ ຕາມບໍລິເວນຊາຍແດນ ພ້ອມທັງສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດໂຄງການຮ່ວມມື ທີ່ມີລັກສະນະຍຸດທະສາດທີ່ສໍາຄັນຂອງສອງປະເທດ ເພື່ອເປັນພື້ນຖານອັນສໍາຄັນໃນການເຊື່ອມໂຍງເຊື່ອມຈອດພື້ນຖານເສດຖະກິດຂອງສອງປະເທດ ລາວ-ຫວຽດນາມ. ພ້ອມກັນນີ້, ສອງຝ່າຍໄດ້ແລກປ່ຽນຄໍາຄິດເຫັນ ແລະ ເຫັນດີເປັນເອກະພາບ ໃນການສືບຕໍ່ເພີ່ມທະວີຄວາມສາມັກຄີ ແລະ ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອຮັບມືກັບສະພາບການຕ່າງໆ ທີ່ອາດຈະເກີດຂຶ້ນໃນອະນາຄົດ; ສືບຕໍ່ປະສານງານກັນຢ່າງໃກ້ຊິດ ເພື່ອກະກຽມໃຫ້ແກ່ການສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2027 ທີ່ຈະມາເຖິງນີ້ ເພື່ອສະເຫລີມສະຫລອງ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ 50 ປີ ການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ໂດຍເນັ້ນການຈັດກິດຈະກຳ ທີ່ເປັນລັກສະນະການສຶກສາ-ອົບຮົມ ແລະ ເຜີຍແຜ່ມູນເຊື້ອສາຍພົວພັນສອງປະເທດ ໃຫ້ແກ່ຄົນຮຸ່ນໜຸ່ມ ຜູ້ສືບທອດພາລະກິດ ຂອງສອງປະເທດ; ແລະ ສືບຕໍ່ສະໜັບສະໜູນ, ຊຸກຍູ້ການໄປມາຫາສູ່ ແລະ ສ້າງກິດຈະກໍາຮ່ວມກັນຂອງປະຊາຊົນສອງປະເທດ ເປັນຕົ້ນແມ່ນປະຊາຊົນທີ່ຢູ່ລຽບຕາມຊາຍແດນ ເພື່ອສົ່ງເສີມໃຫ້ປະຊາຊົນມີການພົວພັນ, ຮ່ວມມືກັນ ແລະ ຈັດກິດຈະກໍາຮ່ວມກັນຫລາຍຂຶ້ນ ເພື່ອໃຫ້ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ.

ໃນຂະນະດຽວກັນ, ສະຫາຍ ຫງວຽນ ດັກ ວິງ ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການວັດທະນະທຳ-ສັງຄົມສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບລວມ ແລະ ການເຄື່ອນໄຫວຂອງ ສອງສະມາຄົມມິດຕະພາບ ຫວຽດ ນາມ-ລາວ, ລາວ-ຫວຽດນາມ ໃນໄລຍະຜ່ານມາ ພ້ອມທັງໄດ້ຕີລາຄາສູງຕໍ່ການຢ້ຽມຢາມຂອງ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະ ໃນຄັ້ງນີ້ ຊຶ່ງຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.





