CATEGORY

ຂ່າວພາຍໃນ

ເຈົ້າໜ້າທີ່ ທໍາລາຍຊິ້ນສ່ວນສັດປ່າ ແລະ ປ່ອຍສັດປ່າຄືນທໍາມະຊາດ

ເຈົ້າໜ້າທີ່ ກອງກວດກາ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກຸ່ມວຽກກວດກາ ສັດນໍ້າ-ສັດປ່າ ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງບໍລິຄໍາໄຊ ໄດ້ລາຍສັດປ່າ, ຊິ້ນສ່ວນສັດປ່າແລະ ປ່ອຍສັດປ່າຄືນທໍາມະຊາດເມື່ອມໍ່ໆມານີີ້ ຢູ່ ແຂວງບໍລິຄໍາໄຊ. ຊິ້ນສ່ວນສັດປ່າ ແລະ ປ່ອຍສັດປ່າຄືນທໍາມະຊາດໃນຄັ້ງນີ້ແມ່ນຢຶດມາຈາກແມ່ຄ້າຢູ່ 2 ເມືອງຄືຢູ່ ເມືອງປາກກະດິງ ຢຶດແລນ ຍັງມີຊີວິດ 3...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3

ໂດຍການຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ເລ ມີງ ຮຶງ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3 (3rd ASEAN Future Forum) ພາຍໃຕ້ຄໍາຂວັນ...

ທົ່ວແຂວງຫຼວງພະບາງ ມີນັກສອບເສັງຈົບຊັ້ນ ມ.4 ແລະ ມ.7 ຫຼາຍກວ່າ 7,800 ຄົນ

ເພື່ອເຮັດໃຫ້ການສອບເສັງຈົບຊັ້ນມັດທະຍົມຕົ້ນ ມ4 ແລະມັດທະຍົມປາຍ ມ7 ໃນປີນີ້ ມີຜົນສຳເລັດຕາມຄາດ ໝາຍ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ອອກແຈ້ງການໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ, ກະກຽມຄວາມພ້ອມຮອບດ້ານ, ເປັນຕົ້ນ ກະກຽມສະຖານທີ່ ເຮັດວຽກຂອງອະນຸກຳມະການ ແລະຫ້ອງສອບເສັງ, ຂຶ້ນແຜນຈັດຊື້ອຸປະກອນຮັບໃຊ້, ແຕ່ງຕັ້ງອະນຸກຳມະການຮັບຜິດຊອບແຕ່ລະໜ້າວຽກ ແລະຂໍທິດຊີ້ນໍາຈາກຄະນະກຳມະການປົກຄອງເມືອງ-ນະຄອນ;ຈັດສູນສອບເສັງ, ຫ້ອງສອບເສັງ ຕາມຈຳນວນນັກຮຽນ ແລະສະພາບເງື່ອນໄຂຕົວຈິງຂອງທ້ອງຖິ່ນ. ທ່ານ...

ນາທີຊີວິດ! ໂຊເຟີລົດລາກໃຈໂຫດ ຂັບລົດໄລ່ຕຳຍິງສາວ ທີ່ປ້ຳນ້ຳມັນ ກ່ອນຈູດໄຟເຜົາຕົນເອງ ແລະ ລົດ

ເຫດການໄຟໄໝ້ສຸດລະທຶກຂວັນນີ້ເກີດຂຶ້ນໃນຊ່ວງຄ່ຳຂອງວັນທີ 6 ມິຖຸນາ 2026 ຜ່ານມາ, ຢູ່ທີ່ປ້ຳນ້ຳມັນຜາງແຫ້ງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ສ້າງຄວາມເສຍຫາຍຫຼາຍສົມຄວນມີ ລົດບັນທຸກຫົວລາກ 1 ຄັນ, ລົດແກ່ອາຫານ 1 ຄັນ ແລະ ລົດກະບະ 1 ຄັນ. ຕາມພາບຈາກກ້ອງວົງຈອນປິດເຜີຍໃຫ້ເຫັນວ່າ: ຜູ້ກໍ່ເຫດໄດ້ຂັບລົດບັນທຸກຫົວລາກ ຂັບເຂົ້າມາໃນປ້ຳນ້ຳມັນດັ່ງກ່າວ ແລ້ວຈົງໃຈຂັບຕຳຍິງສາວຄົນໜຶ່ງແຕ່ບໍ່ຖືກ ຈຶ່ງໄດ້ໂຄ້ງລົດເພື່ອຂັບຕຳອີກເປັນຄັ້ງທີ 2...

ແຂວງໄຊສົມບູນ ກວດພົບບໍລິສັດ ລັກລອບຂຸດຄົ້ນແຮ່ຄໍາ ຜິດກົດໝາຍ ຢູ່ເຂດເມືອງອະນຸວົງ ແລະ ກັກຕົວໄດ້ 7 ຄົນ

ໃນວັນທີ 8 ມິຖຸນາ 2026 ຜ່ານມານີ້, ຄະນະກຳມະການສະເພາະກິດຂັ້ນແຂວງ ນຳໂດຍ ທ່ານ ສົມໄພ ທອງປະເສີດ ຮອງຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ ແລະ ທ່ານ ພາເງິນ ດວງພະຈັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ພ້ອມດ້ວຍເຈົ້າໜ້າທີ່ຕໍາຫລວດສິ່ງແວດລ້ອມ ໄດ້ເຄື່ອນໄຫວລົງຕິດຕາມ, ກວດກາ ການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ...

ຢູນີເທວ ໄດ້ຮັບລິຂະສິດຖ່າຍທອດສົດບານໂລກ 2026 ໃຫ້ປະຊາຊົນລາວຮັບຊົມໂດຍບໍ່ເສຍຄ່າ

ພິທີເປີດໂຕຢ່າງເປັນທາງການລິຂະສິດຖ່າຍທອດສົດບານໂລກ FIFA World Cup 2026 ທີ່ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 8 ມິຖຸນາຜ່ານມາ ທີ່ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ທັງເປັນປະທານສະພາບໍລິຫານ ບໍລິສັດ ສະຕາໂທລະຄົມ (ຢູນີເທວ),...

ທຳລາຍອຸປະກອນທີ່ໃຊ້ລັກລອບຮ່ອນຄຳ ແບບຊະຊາຍ ແລະ ຜິດກົດໝາຍ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ

ຂ່າວ ເມືອງທ່າໂທມ ແຂວງໄຊສົມບູນ ລາຍງານວ່າ: ວັນທີ 5 ມິຖຸນາ 2026 ຜ່ານມານີ້, ເມືອງທ່າໂທມ ແຂວງໄຊສົມບູນໄດ້ທຳລາຍອຸປະກອນ (ປະເພດຕະແກງຮ່ອນຄໍາ) ທີ່ນຳໃຊ້ເຂົ້າໃນການ ລັກລອບຂຸດຄົ້ນແຮ່ທາດ (ຮ່ອນຄຳ) ແບບຊະຊາຍ ແລະ ຜິດກົດໝາຍ ທີ່ເຈົ້າໜ້າທີ່ກວດຢຶດໄດ້ໃນໄລຍະຜ່ານມາ. ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາເຜີຍ ແສງສະຫວ່າງ ປະທານຄະນະກໍາມະການປົກຄອງເມືອງ, ມີຕາງໜ້າຈາກກອງບັນຊາການ...

ທາງການລາວສົ່ງທີມກູ້ໄພໄທທີ່່ດ່ານຂົວມິດຕະພາບລາວ-ໄທ 1 ຫລັງສຳເລັດພາລະກິດຊ່ວຍເຫລືອຄົນຕິດຄ້າງຖໍ້າຢູ່ເມືອງລ້ອງແຈ້ງ ແຂວງໄຊສົມບູນ

ວັນທີ 8 ມິຖຸນາ 2026 ນີ້ ທາງການລາວສົ່ງທີມກູ້ໄພ ສາຍທານ, ກູ້ໄພເມດຕາທຳ ຂອງ ໄທ ກັບປະເທດ ພາຍຫລັງ ສຳເລັດພາລະກິດຊ່ວຍເຫລືອຄົນຕິດຄ້າງຖໍ້າຢູ່ເມືອງລ້ອງແຈ້ງ ແຂວງໄຊສົມບູນ ໂດຍການໃຫ້ກຽດສົ່ງທາງຄັ້ງນີ້ໂດຍ ທ່ານ ເຂີງຄຳ ແກ້ວໜູຈັນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຂໍໃຫ້ທຸກໆທ່ານເດີນທາງດ້ວຍຄວາມສະຫວັດດີພາບ ພາບ: เก่งกาจ บ้งกาวงศ์

ກຳມາທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານສູນກາງ ຮ່ວມກັບກຳມາທິການສາທາຣະນູປະການສູນກາງ ໄດ້ມອບເງິນຊ່ວຍເຫລືອຊຸກຍູ້ວຽກງານກູ້ໄພ-ກູ້ຊີບຈຳນວນ 230 ລ້ານກີບ

ຂປລ. ໃນວັນທີ 5 ມິຖຸນາ 2026 ຜ່ານມານີ້, ກຳມາທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານສູນກາງ ຮ່ວມກັບກຳມາທິການສາທາຣະນູປະການສູນກາງ ໄດ້ມອບເງິນຈຳນວນ 230 ລ້ານກີບ ຊຸກຍູ້ວຽກງານກູ້ໄພ-ກູ້ຊີບ ໃຫ້ມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ເພື່ອກໍ່ສ້າງອາຄານປະຈຳການຂອງມູນນິທິ ຈຸດບ້ານນາເລົ່າ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ຕາງໜ້າມອບໂດຍ ພະອາຈານໃຫຍ່...

ເມືອງຊຳໃຕ້ ທຳລາຍສິນຄ້ານຳເຂົ້າບໍ່ຖືກຕ້ອງຕາມກົດໝາຍ

ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຊຳໃຕ້ ແຂວງຫົວພັນ ຈັດພິທີທຳລາຍສິນຄ້ານຳເຂົ້າທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ໃນວັນທີ 8 ມິຖຸນາ 2026 ຊຶ່ງປະເພດສິນຄ້າທີ່ນຳມາທຳລາຍໃນຄັ້ງນີ້ສ່ວນໃຫຍ່ແມ່ນ ເບຍ ທີ່ນຳເຂົ້າຈາກປະເທດເພື່ອນບ້ານ ໂດຍມີການລັກລອບນຳເຂົ້າແບບຜິດກົດໝາຍ ແລະ ບໍ່ຜ່ານຂະບວນການກວດກາ ທາງດ້ານພາສີ-ອາກອນ, ຊຶ່ງສ້າງຄວາມເສຍຫາຍ ໃຫ້ແກ່ງົບປະມານຂອງລັດ ແລະ ສົ່ງຜົນກະທົບ ຕໍ່ຄວາມເປັນລະບຽບຮຽບຮ້ອຍ...

ຂ່າວລ່າສຸດ