ເຫດການໄຟໄໝ້ສຸດລະທຶກຂວັນນີ້ເກີດຂຶ້ນໃນຊ່ວງຄ່ຳຂອງວັນທີ 6 ມິຖຸນາ 2026 ຜ່ານມາ, ຢູ່ທີ່ປ້ຳນ້ຳມັນຜາງແຫ້ງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ສ້າງຄວາມເສຍຫາຍຫຼາຍສົມຄວນມີ ລົດບັນທຸກຫົວລາກ 1 ຄັນ, ລົດແກ່ອາຫານ 1 ຄັນ ແລະ ລົດກະບະ 1 ຄັນ.

ຕາມພາບຈາກກ້ອງວົງຈອນປິດເຜີຍໃຫ້ເຫັນວ່າ: ຜູ້ກໍ່ເຫດໄດ້ຂັບລົດບັນທຸກຫົວລາກ ຂັບເຂົ້າມາໃນປ້ຳນ້ຳມັນດັ່ງກ່າວ ແລ້ວຈົງໃຈຂັບຕຳຍິງສາວຄົນໜຶ່ງແຕ່ບໍ່ຖືກ ຈຶ່ງໄດ້ໂຄ້ງລົດເພື່ອຂັບຕຳອີກເປັນຄັ້ງທີ 2 ຈຶ່ງເຮັດໃຫ້ຍິງສາວຖືກຕໍາຈົນຟົ້ງໄດ້ຮັບບາດເຈັບ ພາຍຫຼັງຕໍາແລ້ວຜູ້ກໍ່ເຫດໄດ້ຈັບເອົາຕຸກນ້ໍາມັນທີ່ຢູ່ໃນລົດ ລົງມາແລ່ນໄລ່ຈູດໃສ່ຄົນທີ່ຢູ່ບໍລິເວນນັ້ນ ພ້ອມໄດ້ຈູດໃສ່ຕົນເອງ ແລະ ລົດ ເຮັດໃຫ້ສ້າງຄວາມເສຍຫາຍເປັນຈຳນວນຫຼາຍ.

ຈາກການລາຍເບື້ອງຕົ້ນລະບຸວ່າ: ມີຜູ້ເສຍຊີວິດໜຶ່ງຄົນ ແຕ່ຕ້ອງໄດ້ລໍຖ້າລາຍງານເພີ່ມເຕີມຈາກທາງເຈົ້າໜ້າທີ່ ແລ້ວຈະແຈ້ງໃຫ້ທຸກທ່ານໄດ້ຊາບຕື່ມພາຍຫຼັງ.





