- Advertisement -spot_img

AUTHOR NAME

kaling

238 POSTS
0 COMMENTS

6 ເດືອນຕົ້ນປີ 2026 ຊື້-ຂາຍ ພະລັງງານໄຟຟ້າໄດ້ 9,089 GWh ມອບພັນທະໃຫ້ ລັດຖະບານໄດ້ 832 ຕື້ກີບ

ວັນທີ 11 ສິງຫາ 2026 ລັດວິສາຫະກິດໄຟຟ້າລາວ ໄດ້ຈັດກອງປະຊຸມສະຫລຸບການດໍາເນີນທຸລະກິດປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນປະທານຂອງ ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີປະທານສະພາບໍລິຫານ ລັດວິສາຫະກິດໄຟຟ້າລາວ, ຫົວໜ້າກົມ...

ເຮັດບົດບັນທຶກສຶກສາອົບຮົມກຸ່ມໄວໜຸ່ມດັດແປງສະພາບເຕັກນິກ ແລະ ຂີ່ລົດສົ່ງສຽງດັງກວນເມືອງ 13 ຄົນ

ສະຖານີວິທະຍຸແລະໂທລະພາບເມືອງໂຂງ ລາຍງານວ່າ: ວັນທີ 12 ສິງຫາ 2026 ກອງຈະລາຈອນ ພະແນກຕຳຫລວດ ກອງບັນຊາການ ປກສ ເມືອງໂຂງ ແຂວງຈຳປາສັກ ໄດ້ສຶກສາອົບຮົມກຸ່ມໄວໜຸ່ມ ທີ່ມີພຶດຕິກຳຂັບຂີ່ລົດສ່ຽງອຸປະຕິເຫດ ດັດແປງສະພາບເຕັກນິກລົດ ແລະ ຂັບຂີ່ລົດສົ່ງສຽງດັງກວນເມືອງ ຈຳນວນ 13 ຄົນ, ຍິງ 1 ຄົນ. ໂດຍການເຂົ້າຮ່ວມຂອງ...

ໜ່ວຍງານຢູເອັນຊີ້ ກອງທັບມຽນມາລະດັບ”ໂຈມຕີທາງອາກາດ” ເຈດຕະນາສັງຫານພົນລະເຮືອນ

ກົນໄກສືບສວນອິດສະຫຼະຂອງສະຫະປະຊາຊາດວ່າດ້ວຍມຽນມາ (IIMM) ເປີດເຜີຍລາຍງານລ່າສຸດ ລະບຸວ່າກອງທັບມຽນມາເພີ່ມຄວາມຖີ່ ແລະ ຄວາມຮຸນແຮງຂອງການໂຈມຕີທາງອາກາດຕໍ່ພົນລະເຮືອນ ໂດຍມຸ່ງເປົ້າໄປຍັງເຮືອນຊານ, ໂຮງຮຽນ, ສະຖານພະຍາບານ, ສາສະນະສະຖານ ແລະ ຄ້າຍຜູ້ພັດຖິ່ນ. ຂະນະທີ່ຫຼັກຖານຍັງຊີ້ເຖິງການຄວບຄຸມໂຕໂດຍພະລະການ, ການທໍລະມານ ແລະ ຄວາມຮຸນແຮງທາງເພດ ທ່າມກາງສົງຄາມທີ່ຍັງບໍ່ມີສັນຍານຍຸຕິ. ກົນໄກສືບສວນອິດສະຫຼະຂອງສະຫະປະຊາຊາດວ່າດ້ວຍມຽນມາ ຫຼື IIMM ເປີດເຜີຍລາຍງານປະຈຳປີເມື່ອວັນທີ 11 ສິງຫາ ລະບຸວ່າ ກອງທັບມຽນມາເພີ່ມການໂຈມຕີທາງອາກາດ...

ອຸດົມໄຊ ຕັດສິນຈໍາເລີຍຂໍ້ຫາຕັດໄມ້ຄຸ້ມຄອງ ຖາງປ່າ ແລະ ຈູດປ່າໂດຍບໍ່ຖືກຕ້ອງ ຈຳຄຸກ 5 ເດືອນ ແລະ ປັບໃໝ 46 ລ້ານກວ່າກີບ

ໃນວັນທີ 5 ສິງຫາ 2026 ຢູ່ທີຫ້ອງປະຊຸມສານປະຊາຊົນເຂດ 1 ແຂວງອຸດົມໄຊ ໄດ້ຖະແຫຼງ ຄຳຕັດສີນຄະດີອາຍາ ເລກທີ 011/ຂຕ.ອ ລົງວັນທີ 05 ສິງຫາ 2026 ໂດຍຊ່ອງໜ້າຄະນະສານອາຍາສານປະຊາຊົນເຂດ 1 ພ້ອມອົງການກ່ຽວຂ້ອງ ແລະ ຈໍາເລີຍ, ຜ່ານການຄົ້ນຄ້ວາບັນດາຂໍ້ມູນຫຼັກຖານຕ່າງໆຢ່າງລະອຽດຖີ່ຖ້ວນ ແລະ ພາວະວິໄສ ຄະນະສານອາຍາ...

ຍທຂ ແຂວງບໍລິຄຳໄຊ ເລັ່ງແກ້ໄຂເສັ້ນທາງຫຼວງ ແລະ ທາງທ້ອງຖິ່ນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ

ໃນວັນທີ 11 ສິງຫາ 206 ນີ້,ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ(ຍທຂ) ພ້ອມຄະນະໄດ້ລົງຕິດຕາມເສັ້ນທາງຫຼວງແຫ່ງຊາດເລກ 8A ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ໂດຍມີທ່ານ ບຸນລ້ຽງ ດວງສະເພົາທອງ ຮອງປະທານຄະນະກຳມະການປົກຄອງແຂວງ ບໍລິຄຳໄຊ ມີຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ແລະ ຂະແໜງການທີ່ກ່ຽວຂ້ອງ 2 ແຂວງຮ່ວມລົງຊຕິດຕາມ. ທ່ານ...

ນ້ຳຖ້ວມກະທັນຫັນ ເຮັດໃຫ້ເຮືອນຂອງປະຊາຊົນຢູ່ບ້ານນ້ຳດີ ຖືກນ້ຳພັດໄຫລ 5 ຫລັງ

ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ເນື່ອງຈາກເກີດນ້ຳຖ້ວມກະທັນຫັນ ຢູ່ບ້ານນ້ຳດີ ແລະ ບ້ານປ່າປົວະ ເມືອງຫລວງນ້ຳທາ, ຊຶ່ງເຫດການນ້ຳຖ້ວມດັ່ງກ່າວ ແມ່ນເກີດຂຶ້ນພາຍຫລັງທີ່ມີຝົນຕົກໜັກຕິດຕໍ່ກັນ ແຕ່ຄ່ຳຄືນຂອງວັນທີ 10 ສິງຫາ 2026 ຈົນຮອດເວລາ 05:00 ໂມງເຊົ້າ ຂອງວັນທີ 11 ສິງຫາ ເຮັດໃຫ້ມວນນ້ຳປ່າໄຫລຊຸເຂົ້າຖ້ວມບ້ານນ້ຳດີຢ່າງກະທັນຫັນ. ຈາກການລົງເກັບກຳຂໍ້ມູນເບື້ອງຕົ້ນພົບວ່າ: ມີເຮືອນຊານຂອງປະຊາຊົນຖືກນ້ຳຖ້ວມ 23...

ທະຫານແຂວງບໍລີຄຳໄຊ ໄດ້ລົງຊ່ວຍເຫລືອພໍ່ແມ່ປະຊາຊົນທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ

ກອງບັນຊາການທະຫານແຂວງບໍລິຄຳໄຊ ລາຍງານວ່າ: ໃນລະຫວ່າງວັນທີ 9-10 ສິງຫາ 2026 ກອງບັນຊາການທະຫານເມືອງປາກກະດິງ, ທະຫານແຂວງບໍລີຄຳໄຊ ໄດ້ລົງຊ່ວຍເຫລືອພໍ່ແມ່ປະຊາຊົນທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ ຢູ່ທາງແບ່ງຫລັກ 20 ເຂດ 3 ຕາແສງວຽງຄຳ, ເມືອງປາກກະດິງ ແຂວງບໍລິຄຳໄຊ. ການລົງຊ່ວຍເຫລືອໃນຄັ້ງນີ້ ນໍາໂດຍ ສະຫາຍ ພັນໂທ ຄຳສຸກ ວຽງວິໄລ ຫົວໜ້າການທະຫານ ກອງເມືອງປາກກະດີງ ພ້ອມດ້ວຍອ້າຍນ້ອງທະຫານທັງໝົດ...

ນໍ້າເທີນ 2 ຢຸດການຜະລິດໄຟຟ້າຊົ່ວຄາວ ເພື່ອຢຸດການປ່ອຍນໍ້າລົງສູ່ແມ່ນໍ້າເຊບັ້ງໄຟ

ກອງປະຊຸມກ່ຽວກັບການຢຸດການປ່ອຍນໍ້າ (ຢຸດການຜະລິດໄຟຟ້າຊົ່ວຄາວ) ຂອງບໍລິສັດໄຟຟ້າ ນໍ້າເທີນ 2 ໄດ້ຈັດຂຶ້ນໃນວັນທີ 9 ສິງຫາ 2026, ທີ່ ບໍລິສັດໄຟຟ້ານໍ້າເທີນ 2 ບ້ານສ້າງແກ້ວ ເມືອງຍົມມະລາດ ແຂວງຄໍາມ່ວນ ໂດຍມີຄະນະກໍາມະການຂັ້ນແຂວງ, ຂັ້ນເມືອງຍົມມະລາດ, ເມືອງມະຫາໄຊ, ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ດຸສິດ ພົມມະຈັນ ຜູ້ອໍານວຍການເຂື່ອນໄຟຟ້ານໍ້າເທີນ 2...

ສົງຄາມອິຮ່ານເຮັດໃຫ້ພັນທະມິດຂອງສະຫະລັດฯ ໃນອາຊີໄດ້ຮັບການປ້ອງກັນຫຼຸດລົງ

ການຂາດແຄນກະສຸນ ແລະ ອາວຸດຢ່າງຮຸນແຮງອັນເປັນຜົນຈາກສົງຄາມອິຮ່ານ ກຳລັງບັ່ນທອນຫຼັກປະກັນດ້ານຄວາມໝັ້ນຄົງທີ່ສະຫະລັດฯ ໃຫ້ໄວ້ກັບພັນທະມິດໃນອາຊີ The New York Times ລາຍງານເມື່ອວັນເສົາ ໂດຍອ້າງຄຳກ່າວຂອງເຈົ້າໜ້າທີ່ລະດັບສູງ. ລາຍງານລະບຸວ່າ ປະຕິບັດການທາງທະຫານຊຶ່ງເລີ່ມຕົ້ນຈາກການໂຈມຕີອິຮ່ານຮ່ວມກັນລະຫວ່າງສະຫະລັດฯ ແລະ ອິດສະຣາແອນ ເມື່ອວັນທີ 28 ກຸມພາ ໄດ້ເຮັດໃຫ້ຄັງອາວຸດຂອງສະຫະລັດฯ ໂດຍສະເພາະຂີປະນາວຸດນຳວິຖີແນ່ນອນສູງ ແລະ ຂີປະນາວຸດສະກັດກັ້ນ ຫຼຸດລົງຢ່າງຫຼາຍ ສົ່ງຜົນໃຫ້ການສົ່ງມອບອາວຸດໃຫ້ລູກຄ້າຕ່າງປະເທດຊັກຊ້າ ໂດຍສະເພາະໃນອາຊີ...

ການນຳເມືອງວິລະບູລີ ລົງຕິດຕາມ ແລະ ຊ່ວຍເຫລືອປະຊາຊົນຜູ້ປະສົບໄພນ້ຳຖ້ວມ

ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ຈາກສະພາບຝົນຕົກຕິດຕໍ່ກັນຫລາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມກະທັນຫັນ ໃນບໍລິເວນເຂດພື້ນທີ່ຕໍ່າໃກ້ແຄມນ້ຳ ຢູ່ເມືອງວິລະບູລີ ແຂວງສະຫວັນນະເຂດ ຕໍ່ສະພາບການດັ່ງກ່າວ, ການນຳຂັ້ນເມືອງ ຮ່ວມກັບຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ຮີບຮ້ອນລົງຕິດຕາມສະພາບການຢ່າງໃກ້ຊິດ ແລະ ເຂົ້າໃຫ້ຄວາມຊ່ວຍເຫລືອເບື້ອງຕົ້ນແກ່ພໍ່ແມ່ປະຊາຊົນໃນການສັນຈອນໄປ-ມາ ໃນວັນທີ 8 ສິງຫາ 2026 ຜ່ານມາ. ການລົງພື້ນທີ່ໃນຄັ້ງນີ້, ການນຳຂັ້ນເມືອງໄດ້ແບ່ງກຳລັງອອກເປັນ 2 ຈຸດ ເພື່ອຄວາມວ່ອງໄວໃນການຊ່ວຍເຫລືອ: ຈຸດທີ...

Latest news

- Advertisement -spot_img