- Advertisement -spot_img

AUTHOR NAME

kaling

238 POSTS
0 COMMENTS

ລັດຖະມົນຕີອີຣ່ານຢືນຢັນ ຍັງບໍ່ໄດ້ຂໍ້ຕົກລົງຂັ້ນສຸດທ້າຍກັບສະຫະລັດ

ລັດຖະມົນຕີການຕ່າງປະເທດຂອງອີຣ່ານຢືນຢັນວ່າ ພວກເຂົາຍັງບໍ່ທັນໄດ້ຕັດສິນໃຈຂັ້ນສຸດທ້າຍກ່ຽວກັບຂໍ້ຕົກລົງໃດໆ ທັງສິ້ນ ຫຼັງຈາກ ດໍໂນລ ທຣຳ ອ້າງວ່າໄດ້ຕົກລົງໃນປະເດັນສຸດທ້າຍຂອງຂໍ້ຕົກລົງກັບອີຣ່ານແລ້ວ. ໃນວັນພະຫັດທີ 11 ມິ.ຖ. 2569 ທ່ານ ເອດສະມາອີລ ບາກາອີ ລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງອີຣ່ານ ໄດ້ໃຫ້ສຳພາດກັບສຳນັກຂ່າວ IRNA ຊຶ່ງເປັນສື່ກະບອກສຽງຂອງລັດຖະບານອີຣ່ານວ່າ ຂ່າວການບັນລຸຂໍ້ຕົກລົງຂັ້ນສຸດທ້າຍກັບສະຫະລັດນັ້ນ ເປັນ "ພຽງແຕ່ການຄາດເດົາ" ພ້ອມລະບຸວ່າລັດຖະບານເຕຫະຣານຍັງບໍ່ທັນໄດ້ຕັດສິນໃຈຂັ້ນສຸດທ້າຍກ່ຽວກັບຂໍ້ຕົກລົງໃດໆ ທັງສິ້ນ. ທ່ານ ບາກາອີ ກ່າວເພີ່ມວ່າ...

ຈັບຊາຍຈີນ ຫຼອກຮັບລ້ຽງໝາກ່ອນທໍລະມານຈົນບາດເຈັບ-ຕາຍ

ທາງການຈີນໄດ້ຄວບຄຸມຕົວຊາຍອາຍຸ 39 ປີ ຫຼັງຖືກກ່າວຫາວ່າຕວະຂໍຮັບລ້ຽງໝາ ແລະ ແມວຈຳນວນຫຼາຍ ກ່ອນທໍລະມານ ແລະ ທຳຮ້າຍສັດຈົນໄດ້ຮັບບາດເຈັບ ຫຼື ເສຍຊີວິດ ພ້ອມຖ່າຍຄລິບເຜີຍແຜ່ ແລະ ຈຳໜ່າຍທາງອອນລາຍ ເຫດການດັ່ງກ່າວສ້າງຄວາມໂກດແຄ້ນໃນສັງຄົມຈີນ ຈົນນຳໄປສູ່ການຊຸມນຸມປະທ້ວງຫຼາຍວັນ ແລະ ກະແສຮຽກຮ້ອງໃຫ້ຈີນອອກກົດໝາຍລົງໂທດການທາລຸນສັດຢ່າງຈິງຈັງ. ຄືບໜ້າຄະດີທີ່ສະທ້ານໃຈຄົນຮັກສັດໃນປະເທດຈີນ ຊຶ່ງໄດ້ກາຍເປັນກະແສວິພາກວິຈານໃນສັງຄົມຢ່າງດຸເດືອດ ລ່າສຸດ ສຳນັກງານຕຳຫຼວດນະຄອນຉງຊິ່ງໄດ້ອອກຄຳຖະແຫຼງການຢ່າງເປັນທາງການ ລະບຸວ່າ ໄດ້ດຳເນີນການຈັບກຸມ ແລະ...

ສະຫະປະຊາຊາດຫວັ່ນໄຟສົງຄາມຕາເວັນອອກກາງລາມ ຫຼັງສະຫະລັດ-ອີຣ່ານກັບມາປະທະກັນ

ເລຂາທິການສະຫະປະຊາຊາດເຕືອນ ຄວາມຮຸນແຮງທີ່ຍືດເຍື້ອ ແລະ ກັບມາຮ້ອນແຮງລະຫວ່າງສະຫະລັດ ກັບ ອີຣ່ານ ກຳລັງສ້າງຜົນກະທົບເກີນຂອບເຂດພາກພື້ນ ພ້ອມເຕືອນວ່າ ການຢຸດຍິງທີ່ມີຢູ່ເປັນພຽງການຫຼຸດລະດັບຄວາມຮຸນແຮງຊົ່ວຄາວ ແລະ ອາດລຸກລາມເປັນຄວາມຂັດແຍ່ງຄັ້ງໃຫຍ່ຮອບໃໝ່. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນນິວຢອກ ສະຫະລັດອາເມລິກາ ໃນວັນທີ 11 ມິຖຸນາ ວ່າ ທ່ານ ອັນໂຕນິໂອ ກູເຕຣີດ ເລຂາທິການສະຫະປະຊາຊາດ (ສປຊ.) ໄດ້ກ່າວເຖິງການທີ່ສະຫະລັດ ແລະ ອີຣ່ານກັບມາປະທະກັນຕໍ່ເນື່ອງເປັນວັນທີສອງ...

ໃນວັນທີ 11 ມິຖຸນາ 2026 ເວລາປະມານ 07:00 ນາທີ ເກີດເຫດໄຟໄໝ້ຮ້ານຢາງລົດ+ແກັດ

ເຂດບ້ານປາກທ້າງ ເມືອງສີໂຄດຕະປອງ ນະຄອນຫຼວງວຽງຈັນ ເຊິ່ງບໍລິເວນນັ້ນເປັນຮ້ານ ແລະ ເຮືອນໃກ້ກັນ. ເຕືອນການສັນຈອນຕິດຂັດ ເສັ້ນທາງບ້ານປາກທ້າງ-ດົງນາທອງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເນື່ອງຈາກຕອນເຊົ້າເວລາປະມານ 07:00 ໂມງ ວັນທີ 11 ມິຖຸນາ 2026 ເກີດເຫດໄຟໄໝ້ຮ້ານຂາຍເຄື່ອງເຂດດັ່ງກ່າວ. ເວລາ 9 ໂມງ ແປວໄຟດັບແລ້ວ ຍັງແຕ່ກຸ່ມຄວັນທີ່ເກີດຈາກໄຟໄໝ້ອາໄຫລໃນຮ້ານ.

ອີຣ່ານປະກາດປິດຊ່ອງແຄບຮໍມຸດສົມບູນ ຕອບໂຕ້ສະຫະລັດໂຈມຕີຮອບໃໝ່

ສະຖານະການຕຶງຕຽດໃນຕາເວັນອອກກາງກັບມາຮຸນແຮງອີກ ຫຼັງອີຣ່ານປະກາດປິດຊ່ອງແຄບຮໍໂມດ ເສັ້ນທາງຂົນສົ່ງນ້ຳມັນຂອງໂລກ ເພື່ອຕອບໂຕ້ການໂຈມຕີທາງອາກາດລະລອກໃໝ່ຂອງສະຫະລັດ ທີ່ຖຼ່ມເປົ້າໝາຍຫຼາຍແຫ່ງໃນອີຣ່ານ. ກອງທັບເຮືອອີຣ່ານປະກາດວ່າ ຈະໂຈມຕີເຮືອທຸກລຳທີ່ພະຍາຍາມຜ່ານຊ່ອງແຄບຮໍໂມດ ພ້ອມລະບຸວ່າເສັ້ນທາງດິນເຮືອດັ່ງກ່າວຖືກປິດໂດຍສົມບູນສຳລັບເຮືອທຸກປະເພດ ໂດຍການຕັດສິນໃຈລ່າສຸດເກີດຂຶ້ນຫຼັງຈາກສະຫະລັດໄດ້ເປີດສະໜາມໂຈມຕີຖານປ້ອງກັນໄພທາງອາກາດ ລະບົບເຣດາ ແລະ ພື້ນທີ່ທາງທະຫານຂອງອີຣ່ານໃນວັນກ່ອນ ໂດຍມີລາຍງານວ່າເກີດລະເບີດຫຼາຍຈຸດທາງໃຕ້ຂອງປະເທດ ໃກ້ຊ່ອງແຄບຮໍໂມດ ແລະ ໄດ້ເລີ່ມປະຕິບັດການໂຈມຕີເພື່ອປ້ອງກັນຕົນເອງຕໍ່ເປົ້າໝາຍຫຼາຍຈຸດໃນອີຣ່ານ ຫຼັງກ່າວໂທດເຕຫຣານວ່າເປັນຝ່າຍຍົວຍຸ ແລະ ມີພຶດຕິກຳກ້າວຮ້າວຢ່າງຕໍ່ເນື່ອງ. ອີຣ່ານຍັງອ້າງວ່າໄດ້ໂຈມຕີເຮືອ 2 ລຳທີ່ພະຍາຍາມແລ່ນຜ່ານຊ່ອງແຄບ ລວມທັງໂຈມຕີຖານທັບເຮືອສະຫະລັດໃນບາຣ໌ຮ໌ເຣນ ຊຶ່ງເປັນທີ່ຕັ້ງຂອງກອງເຮືອທີ 5 ຂອງສະຫະລັດ. ຢ່າງໃດກໍ່ຕາມ...

ພົບສົບໜຸ່ມລາວຖືກລິຟໂຮງແຮມຮ້າງທັບເສຍຊີວິດທີ່ ໝູ່ສະໜິດຫາຍຕົວປິດສະໜາ

ພົບສົບໜຸ່ມ ສປປ ລາວ ອາຍຸ 32 ປີ ຖືກລິຟໃນໂຮງແຮມຮ້າງເມືອງພັດທະຍາຫຼົ່ນທັບເສຍຊີວິດຢ່າງສະຍອງ ຂະນະທີ່ກູ້ໄພໃຊ້ເວລາກວ່າ 2 ຊົ່ວໂມງໃນການຊ່ວຍ ສ່ວນໝູ່ຜູ້ຕາຍຫາຍຕົວປິດສະໜາ ຕຳຫຼວດຮີບສອບສວນຫາສາເຫດທີ່ແທ້ຈິງ ເວລາ 11.30 ນ. ວັນທີ 9 ມິ.ຖ. 69 ຮອງສາລະວັດ ອິດທິກອນ ສາຍກະໂທກ ຫົວໜ້າສືບສວນ ສະຖານີຕຳຫຼວດເມືອງພັດທະຍາ ໄດ້ຮັບແຈ້ງວ່າມີຄົນຖືກລິຟຫຼົ່ນທັບ...

ຕອນນີ້ໃກ້ຮູ້ຕົວ ແກ໋ງໂຈນປຸ້ນຈີ້ແລ້ວ, ເຈົ້າໜ້າທີ່ ກໍາລັງນຳຕົວຢູ່.

ເຕືອນໄພສັງຄົມ! ໄວຮຸ່ນ 4 ຄົນ ໃຊ້ອາວຸດງ້າວໄລ່ຟັນປະຊາຊົນ 2 ຄົນ ເພື່ອປຸ້ນເອົາລົດຈັກ ຢູ່ເມືອງສີໂຄດຕະບອງ ------------------ ນະຄອນຫຼວງວຽງຈັນ: ເກີດເຫດການອຸກອາດຂຶ້ນໃນສະຖານທີ່ສາທາລະນະ ເມື່ອກຸ່ມແກ໊ງໄວລຸ່ນຈຳນວນ 4 ຄົນ ຂາດຄວາມຢ້ານກົວກົດໝາຍ ໄດ້ຮ່ວມກັນໃຊ້ອາວຸດງ້າວ ບຸກເຂົ້າທຳຮ້າຍຮ່າງກາຍປະຊາຊົນຜູ້ບໍລິສຸດຢ່າງໂຫດຮ້າຍ ເພື່ອຈຸດປະສົງໃນການປຸ້ນລົດຈັກ, ຫຼ້າສຸດ ຜູ້ປະສົບເຫດ ແລະ ສັງຄົມ ຕ່າງຮຽກຮ້ອງໃຫ້ເຈົ້າໜ້າທີ່ຕຳຫຼວດ ເລັ່ງຕິດຕາມມ້າງຄະດີນີ້ຢ່າງຮີບດ່ວນ ເຫດການສະເທືອນຂວັນນີ້ ໄດ້ເກີດຂຶ້ນໃນວັນທີ...

ລູກເຂີຍອິນໂດ ໂຫດ ແຄ້ນຖືກແມ່ເຖົ້າດູໝິ່ນ ວາງຢາຂ້າດ້ວຍປິ້ງໄກ່ ໃສ່ຢາພິດ

ຕຳຫຼວດອິນໂດເນເຊຍ ຈັບກຸມລູກເຂີຍໂຫດ ກໍ່ເຫດວາງຢາພິດຂ້າແມ່ເຖົ້າດ້ວຍການໃຊ້ປິ້ງໄກ່ ໃສ່ສານພິດ ສົ່ງໄປເຖິງເຮືອນ ອ້າງບໍ່ພໍໃຈທີ່ຖືກດູຖູກ ຕຳຫຼວດລະບຸວ່າ ຜູ້ກໍ່ເຫດຊື່ ເພີວາດີ ວາຫຍູດີ ອາຍຸ 40 ປີ ຖືກກ່າວຫາວ່າສັ່ງຊື້ສະເຕ໊ະໄກ່ໃນວັນທີ 18 ພຶດສະພາ ກ່ອນນຳໄປຈຸ່ມສານເຄມີອັນຕະລາຍ ແລ້ວສົ່ງຜ່ານບໍລິການຂົນສົ່ງອາຫານໄປຍັງເຮືອນຂອງເຫຍື່ອໃນແຂວງຊາວາກາງ. ເບື້ອງຕົ້ນຕຳຫຼວດເຊື່ອວ່າ ແຮງຈູງໃຈມາຈາກຄວາມໄມ່ພໍໃຈທີ່ຜູ້ຕ້ອງສົງໄສຮູ້ສຶກວ່າແມ່ຍາຍໄມ່ໃຫ້ກຽດ ແຕ່ຕົວຜູ້ຕ້ອງສົງໄສຍັງໄມ່ໄດ້ຖືກຕັ້ງຂໍ້ຫາຄະດີຄ້າຍຄືຢ່າງເປັນທາງການ. ຄະດີນີ້ກາຍເປັນຂ່າວໃຫຍ່ ຫຼັງຄອບຄົວຂອງຍິງອາຍຸ 57 ປີ ຊຶ່ງລະບຸຊື່ພຽງວ່າ ອາມີນາ...

ການຢ້ຽມຢາມໄດ້​ສິ້ນ​ສຸດ​ລົງຢ່າງອົບອຸ່ນ ເກົາຫຼີເໜືອເຜີຍຜູ້ນຳ 2 ຊາດ ບັນລຸຍຸດທະສາດໄລຍະຍາວ ​ເພື່ອ​ຊຸກຍູ້​ການ​ພົວພັນ

ເກົາຫຼີເໜືອເຜີຍການປຶກສາຫາລືລະຫວ່າງຜູ້ນຳເກົາຫຼີເໜືອ ແລະ ຈີນ ໄດ້ບັນລຸແຜນຍຸດທະສາດໄລຍະຍາວເພື່ອພັດທະນາຄວາມສຳພັນລະຫວ່າງສອງປະເທດ ທ່າມກາງການຈັບຕາວ່າຈີນກຳລັງກັບມາເພີ່ມບົດບາດຕໍ່ພັນທະມິດເກົ່າຢ່າງຊຽງຢາງ. ເກົາຫຼີເໜືອເປີດເຜີຍວ່າ ການປຶກສາຫາລືລະຫວ່າງຜູ້ນຳເກົາຫຼີເໜືອ ແລະ ຈີນ ນຳໄປສູ່ການກຳນົດແຜນຍຸດທະສາດໄລຍະຍາວ ເພື່ອພັດທະນາຄວາມສຳພັນລະຫວ່າງສອງປະເທດ ທ່າມກາງສະຖານະການພູມິລັດຖະສາດໂລກທີ່ກຳລັງປ່ຽນແປງ ແລະ ການແຂ່ງຂັນອິດທິພົນລະຫວ່າງມະຫາອຳນາດ. ໂດຍສຳນັກຂ່າວກາງເກົາຫຼີ ຫຼື ເຄຊີເອັນເອ ລາຍງານໃນວັນທີ 10 ມິຖຸນາວ່າ ຜູ້ນຳເກົາຫຼີເໜືອ ທ່ານ ຄິມ ຈອງອຶນ ແລະ ປະທານາທິບໍດີຈີນ...

ເຮລິຄອບເຕີ “ອາປາເຊ” ສະຫະລັດຕົກໃກ້ຊ່ອງແຄບຮໍໂມຊ “ທຣຳ” ຢືນຢັນນັກບິນປອດໄພ

ເກີດເຫດເຮລິຄອບເຕີໂຈມຕີ "ອາປາເຊ" ຂອງກອງທັບບົກສະຫະລັດຕົກໃກ້ບໍລິເວນຊ່ອງແຄບຮໍໂມຊ ຊຶ່ງເປັນນ່ານນ້ຳຍຸດທະສາດສຳຄັນທີ່ຖືກປິດລ້ອມ ແລະ ຄວບຄຸມໂດຍກອງທັບອີຣ່ານ ດ້ານປະທານາທິບໍດີ ດໍໂນລ ທຣຳ ຢືນຢັນນັກບິນສະຫະລັດ 2 ຄົນປອດໄພ ຂະນະທີ່ສາເຫດຂອງອຸບັດຕິເຫດຍັງບໍ່ທັນຊັດເຈນ. ນາຍ ດໍໂນລ ທຣຳ ປະທານາທິບໍດີສະຫະລັດ ໄດ້ອອກໂຖທ່ານຢືນຢັນກັບຜູ້ສື່ຂ່າວ ທີ່ສະໜາມບິນສາກົນ ຈອນ ເອຟ. ເຄນນີດີ ໃນລັດນິວຢອກ ຫຼັງຈາກເຂົ້າຊົມການແຂ່ງຂັນບ້ວງ NBA...

Latest news

- Advertisement -spot_img